ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 642 ປິດບັ້ນອົມຮົມຫັດແອບທະຫານໃໝ່ ຊຸດທີ່ 3
ເວລາອອກຂ່າວ: 2021-06-12 13:10:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3157 | ຄວາມນິຍົມ:



ໃນວັນທີ 11 ມິຖຸນາ 2021 ນີ້, ກອງພັນໃຫຍ່ 642 ໄດ້ປິດບັ້ນ ອົບຮົມ-ຫັດແອບການເມືອງ-ການທະຫານ ແລະ ພະລາທິການ-ເຕັກນິກ ໃຫ້ອ້າຍນ້ອງທະຫານໃໝ່ ຊຸດທີ 3 ປີ 2020, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄໍາໃສ ແພງຄູນ, ຮອງເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາ, ພະນັກ ງານຂະແໜງການກ່ຽວຂ້ອງ, ຄະນະກອງຮ້ອຍທະຫານໃໝ່, ຕະຫຼອດຮອດທະຫານໃໝ່ເຂົ້າຮ່ວມ. ສະຫາຍພັນໂທ ສີນວນ ສັກທິເດດ, ຫົວໜ້າຂະແໜງອົບຮົມ, ກອງພັນໃຫຍ່ 642 ໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງອົບຮົມ-ຫັດແອບ ທະຫານໃໝ່ ປະຈໍາປີ 2020 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ, ບັນດາຄູ-ອາຈານ ແມ່ນມີຄວາມຮັບຜິດຊອບສູງໃນການສິດສອນ ສົ່ງຄວາມຮູ້ໃຫ້ກັບນັກຮຽນ ເຮັດໃຫ້ເຂົາເຈົ້າມີແນວຄິດການເມືອງໜັກແໜ້ນ, ມີຄວາມອົດທົນພະຍາຍາມ, ຝຶກຝົນກໍາລັງແຮງກາຍ-ແຮງໃຈ, ສຸມໃສ່ໃນການຄົ້ນຄ້ວາຮໍ່າຮຽນ, ເກັບກໍາເອົາຄວາມຮູ້ທາງດ້ານສີລະປະຍຸດ-ຍຸດທະວິທີ ນໍາຄູ-ອາ ຈານ ມີຄວາມຊໍານິຊໍານານ, ກໍາແໜ້ນບົດຮຽນ, ຈັງຫວະ ແລະ ການກະທໍາແຕ່ລະບາດກ້າວດ້ວຍຄວາມຄ່ອງແຄ້ວ, ວ່ອງໄວຕາມຫຼັກການ, ສາມາດເຮັດສໍາເລັດຕາມລະດັບຄາດໝາຍ ແລະ ມີຄວາມປອດໄພ 100%, ຜ່ານການອົບຮົມ-ຫັດແອບຕົວຈິງ 90 ວັນ ແລະ ຈັດຕັ້ງສອບເສັງພາກທິດສະດີສາມາດຕີລາຄາຜົນໄດ້ຮັບ ຂັ້ນເກັ່ງ ບັນລຸ 7%, ຂັ້ນກາງ 42% ແລະ ຄາດໝາຍ 51%; ພາກປະຕິບັດຕົວຈິງ ຂັ້ນເກັ່ງ 10%, ຂັ້ນກາງ 84% ແລະ ຄາດໝາຍ 6%. ໃນພິທີສະຫາຍພັນໂທ ຄໍາໃສ ແພງຄູນ ໄດ້ຂື້ນມອບໃບຢັ້ງຢື້ນຜ່ານການຝຶກອົບຮົມ ການເມືອງ-ການທະຫານ ແລະ ພະລາ ທິການ-ເຕັກນິກໄລຍະສັ້ນ ໃຫ້ທະຫານໃໝ່. ພ້ອມດຽວກັນນັ້ນສະຫາຍ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ບັນດາຄູ-ອາ ຈານທີ່ໄດ້ຖ່າຍທອດບົດຮຽນ ສົ່ງຄວາມຮູ້ໃຫ້ເຂົາເຈົ້າ, ຊົມເຊີຍຄະນະກອງຮ້ອຍທະຫານໃໝ່ ທີ່ເອົາໄດ້ໃຈໃສ່ສຶກສາອົບ ຮົມການເມືອງແນວຄິດ, ອົບຮົມບົມສອນໃຫ້ເຂົາເຈົ້າມີແແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມອົດທົນ, ມີນໍ້າໃຈຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮັກແພງເປັນອ້າຍເປັນນ້ອງ ຊ່ວຍໜູນຈູນເຈຶອກັນດ້ວຍດີຕະຫຼອດມາ ຈົນໄດ້ຮັບຜົນສໍາເລັດອີກບາດກ້າວໜຶ່ງ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ຜ່ານການເຝຶກອົບຮົມນີ້ ຕ້ອງຍຶດຖືເອົາບົດຮຽນຕ່າງມາໜູນໃຊ້ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ ກໍ່ຄືມາປະຕິບັດໃນກົມກອງໃຫ້ມີໝາກຜົນສໍາເລັດຍິ່ງໆຂື້ນ. ໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ