ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈີນ ເປີດບໍລິການທາງດ່ວນຂ້າມທະເລຊາຍຍາວທີ່ສຸດໃນໂລກ
ເວລາອອກຂ່າວ: 2021-07-02 12:13:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ສໍານັກຂ່າວເອພີລາຍງານໃນວັນທີ 2 ມິຖຸນາວ່າ: ທາງດ່ວນເສັ້ນນະຄອນປັກກິ່ງ-ອຸຣຸມຊີ ເຊິ່ງເປັນທາງດ່ວນຂ້າມທະເລຊາຍທີ່ຍາວທີ່ສຸດໃນໂລກ ໄດ້ເປີດໃຫ້ສັນຈອນເຕັມຮູບແບບ ພາຍຫຼັງທີ່ເປີດໃຫ້ບໍລິການພຽງສ່ວນໄດໜຶ່ງຂອງເສັ້ນທາງດັ່ງກ່າວ ໃນເຂດປົກຄອງຕົນເອງຊິນຈຽງອຸຍກູ ທາງຕາເວັນຕົກສ່ຽງເໜືອຂອງຈີນ. ເສັ້ນທາງນີ້ເປັນເສັ້ນທາງທີ່ເຊື່ອມຕໍ່ລະຫວ່າງນະຄອນປັກກິ່ງທີ່ເປັນເມືອງຫຼວງຂອງຈີນ ກັບ ນະຄອນອຸຣຸມຊີເຊິ່ງເປັນເມືອງເອກຂອງມົນທົນຊິນຈຽງໂດຍມີຄວາມຍາວທັງໝົດ 2.800ກິໂລແມັດ ແລະເປັນໄລຍະທາງກ່ວາ 500 ກິໂລແມັດທີ່ຕັດຜ່ານທະເລຊາຍ ແລະບໍ່ມີຄົນອາໄສຢູ່. ນອກຈາກຈະແລ່ນຜ່ານນະຄອນປັກກິ່ງແລະຊິນຈຽງແລ້ວ ທາງດ່ວນສາຍນີ້ຍັງແລ່ນຜ່ານອີກ 4 ມັນທົນຄື: ເຫີເປີ່ຍ, ຊານຊີ, ມົງໂກລີໃນ ແລະການຊູ່ ທີ່ຕັ້ງຢູ່ທາງພາກຕາເວັນຕົກສຽງເໜືອ. ນອກຈາກນີ້ເສັ້ນທາງສາຍນີ້ຍັງຊ່ວຍລຸດໄລຍະທາງຈາກນະຄອນປັກກິ່ງແລະອຸຣຸມຊີລົງເຖິງ 1.300 ກິໂລແມັດ ເຮັດເປັນເສັ້ນທາງທີ່ຂ້າມໄປຍັງພາກເໜືອຂອງປະເທດໄດ້ໄວທີ່ສຸດ. ໂດຍ: ສາຍເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ