ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ເປີດຂະບວນການບໍລິຈາກເລືອດ ຕ້ອນຮັບວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 66 ປີ
ເວລາອອກຂ່າວ: 2021-07-19 10:19:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1910 | ຄວາມນິຍົມ:



ວັນທີ 15 ກໍລະກົດ2021 ນີ້, ຢູ່ທີ່ສູນການຄ້າລາວ-ໄອເຕັກ, ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບອົງການກາແດງລາວ ໄດ້ຮ່ວມກັນຈັດກິດຈະກຳຮັບບໍລິ ຈາກເລືອດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ (20/07/1955- 20/07/2021) ຂຶ້ນ ພາຍໃຕ້ ຄໍາຂວັນ “ 66 ປີ ມີໄຊ ຮ່ວມໃຈບໍລິຈາກເລືອດເພື່ອຊ່ວຍເຫຼືອສັງ ຄົມ ແລະ ຕ້ານພະຍາດໂຄວິດ-19 ໃຫ້ເລືອດເພື່ອຕໍ່ລົມຫາຍໃຈໃຫ້ ເພື່ອນຮ່ວມໂລກ ເຂົ້າຮ່ວມໃນພິ ທີມີ ທ່ານ ຮສຈ. ດຣ. ພູທອນ ເມືອງປາກ, ປະທານອົງການກາ ແດງລາວ, ທ່ານ ນາງ ສິລິກິດ ບຸບຜາ, ຮອງປະທານສູນກາງສະ ຫະພັນແມ່ຍິງລາວ, ທ່ານ ນາງ ມາຮຽມ ອາຂານ ຜູ້ຕາງໜ້າ ອົງການກອງທຶນປະຊາກອນ ແຫ່ງ ສປຊ ປະຈໍາລາວ. ພ້ອມ ດ້ວຍສະມາຊິກແມ່ຍິງ ແລະ ພະ ນັກງານລັດຖະກອນ ຈາກອົງ ການຈັດຕັ້ງລັດອ້ອມຂ້າງສູນ ກາງ ແລະ ມວນຊົນທົ່ວໄປ ໃນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ. ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານສູນກາງສະຫະພັນ ແມ່ຍິງລາວ ໄດ້ກ່າວວ່າ: ວັນທີ 20 ກໍລະກົດ ແມ່ນວັນສ້າງຕັ້ງ ສະຫະພັນວັນແມ່ຍິງລາວ ໃນແຕ່ ລະປີ ສູນກາງສະຫະພັນແມ່ຍິງ ລາວໄດ້ມີການຈັດຕັ້ງສະເຫຼີມສະ ຫຼອງວັນດັ່ງກ່າວ ເພື່ອລະນຶກເຖິງ ມູນເຊື້ອຂອງແມ່ຍິງລາວທີ່ໄດ້ຄຽງ ບ່າຄຽງໄຫຼ່ກັບອ້າຍນ້ອງເພດ ຊາຍໃນການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ປົກປັກຮັກສາ ພັດທະນາປະເທດຊາດໃນປັດຈຸ ບັນ. ເຊິ່ງການສະເຫຼີມສະຫຼອງ ດັ່ງກ່າວແມ່ນປະກອບດ້ວຍຫຼາຍ ກິດຈະກໍາ, ໜຶ່ງໃນນັ້ນແມ່ນຂະ ບວນການຮັບບໍລິຈາກເລືອດ ໂດຍການເຊີນຊວນ ແລະ ປຸກລະ ດົມຂົນຂວາຍບັນດາສະມາຊິກ ແມ່ຍິງລາວ ແລະ ພະນັກງານລັດ ຖະກອນ ຈາກກະຊວງ, ອົງການ ທຽບເທົ່າອ້ອມຂ້າງສູນກາງ ພ້ອມ ທັງມວນຊົນທົ່ວໄປເຂົ້າຮ່ວມ ບໍລິຈາກເລືອດ. ໃນປີ 2020 ຜ່ານ ມາສູນກາງສະຫະພັນແມ່ຍິງ ລາວຮ່ວມກັບອົງການກາແດງ ລາວ ໄດ້ຮ່ວມກັບການຈັດຕັ້ງຂັ້ນ ຕ່າງໆທີ່ກ່ຽວຂ້ອງປຸກລະດົມ ແລະ ຈັດກິດຈະກໍາແບບເປີດ ກ້ວາງຮັບບໍລິຈາກເລືອດ ແລະ ມີຜູ້ເຂົ້າຮ່ວມຂະບວນບໍລິຈາກ ເລືອດເຖິງ 2.000 ເທື່ອຄົນ ແລະ ໄດ້ຮັບເລືອດຕົວຈິງ 650 ເທື່ອ ຄົນ/ຖົງ. ທ່ານ ຮສຈ. ດຣ. ພູທອນ ເມືອງປາກ , ປະທານອົງການ ກາແດງລາວ ໄດ້ກ່າວວ່າ: ການ ຈັດຂະບວນການຮັບບໍລິຈາກ ເລືອດ ເປັນກິດຈະກໍາໜຶ່ງທີ່ເຫັນ ວ່າມີຄວາມສໍາຄັນ ເພື່ອເປັນການ ສະເຫຼີມສະຫຼອງວັນສ້າງຕັ້ງສະ ຫະພັນແມ່ຍິງລາວ ແລະ ເປັນການ ປະກອບສວ່ນຂອງສູນກາງສະ ຫະພັນແມ່ຍິງລາວ ໃນການຊຸກຍູ້ ວຽກງານມະນຸດສະທຳ ຂອງປະ ເທດເຮົາ ໂດຍສະເພາະກໍແມ່ນ ການບໍລິຈາກເລືອດເພື່ອຊ່ວຍຊີ ວິດຂອງເພື່ອນມະນຸດດ້ວຍກັນ, ທັ້ງນີ້ ກໍເພື່ອເປັນການປະກອບ ສ່ວນໃນການຫຼຸດຜ່ອນອັດຕາ ການຕາຍຂອງແມ່ ແລະ ອັດຕາ ການຕາຍຂອງເດັກ. ເຊິ່ງເຫັນວ່າ ຢູ່ ສປປລາວ ພວກເຮົາອັດຕາ ການເສຍຊີວີດຂອງແມ່ຍິງຖືພາ ເກີດລູກທີ່ມີອາການສົນແມ່ນຍັງມີຕົວເລກທີ່ສູງສົມຄວນ. ມີຫຼາຍກໍລະນີແມ່ນມີອາການສົນ ເລືອດໄຫຼ ແລະ ຈໍາເປັນຕ້ອງໄດ້ໃສ່ ເລືອດ. ການມີເລືອດສໍາຮອງ ຢູ່ໃນລະດັບສູນເລືອດແຫ່ງຊາດ, ສູນເລືອດແຂວງ ແລະ ບັນດາ ໜ່ວຍເກັບຮັກສາເລືອດຂັ້ນເມືອງ ແມ່ນມີຄວາມຈໍາເປັນ ເພື່ອຕອບສະໜອງເລືອດທີ່ປອດໄພໃຫ້ແກ່ ຄົນເຈັບເຫຼົ່ານັ້ນ ໃຫ້ທັນເວລາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ