ທະຫານແຂວງຄຳມ່ວນ ແລະ ທະຫານແຂວງ ກວາງບິ່ງ ສສ ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ
ເວລາອອກຂ່າວ: 2021-07-19 10:20:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2424 | ຄວາມນິຍົມ: ![]()
ກອງປະຊຸມພົບປະແລກ ປ່ຽນສະພາບລະຫວ່າງກອງບັນ ຊາການທະຫານແຂວງຄຳມ່ວນ ສປປ ລາວ ແລະ ກອງບັນຊາ ການທະຫານແຂວງ ກວາງບິ່ງ ສສ ຫວຽດນາມ, ໄດ້ຈັດຂຶ້ນໃນ ວັນທີ 14 ກໍລະກົດ 2021 , ຢູ່ ທີ່ດ່ານສາກົນ ຈາຫຼໍ ແຂວງກວາງ ບິ່ງ ສສ ຫວຽດນາມ, ເຊິ່ງຝ່າຍ ລາວນຳໂດຍ ສະຫາຍ ພົນຈັດຕະ
ວາ ສົມແຄນ ອັບປະສອນ ກຳມະ ການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການ ເມືອງ ກອງບັນຊາການທະຫານ ແຂວງຄຳມ່ວນ ແລະ ຝ່າຍຫວຽດ
ນາມນຳໂດຍ ສະຫາຍ ພັນເອກ ຮ່ວາງຊັວນ ຫວິງ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ກວາງບິ່ງ ພ້ອມດ້ວຍຄະນະຜູ້ ແທນທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ ທັງສອງຝ່າຍ
ໄດ້ຜັດປ່ຽນກັນຂຶ້ນລາຍງານສະ ພາບການ, ແຜນພັດທະນາເສດ ຖະກິດ-ສັງຄົມ, ຜົນການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດ ປີ 2020 ແລະ 6 ເດືອນຕົ້ນປີ 2021 ແລະ ຄາດກະການຮ່ວມ ມືລະຫວ່າງ ກອງບັນຊາການທະ ຫານແຂວງຄຳມ່ວນ ແລະ ກອງ ບັນຊາການທະຫານແຂວງ ກວາງບິ່ງ ໃນ 6 ເດືອນທ້າຍປີ 2021 ແລະ ປີ 2022, ເຊິ່ງໄລ ຍະຜ່ານມາ ເຖິງແມ່ນວ່າຈະໄດ້ ຮັບຜົນກະທົບຈາກສະພາບການ ແຜ່ລະບາດຂອງພະຍາດຕ່າງໆ ໂດຍສະເພາະພະຍາດໂຄວິດ-19, ແຕ່ເຖິງຢ່າງໃດກໍຕາມ ຄະນະພັກ- ຄະນະບັນຊາທັງສອງແຂວງ ໄດ້ເອົາໃຈໃສ່ປະຕິບັດມາດຕະ ການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ ດັ່ງກ່າວຢ່າງເຂັ້ມງວດ ເພື່ອເຮັດ ໃຫ້ການແຜ່ລະບາດຂອງພະຍາດ ໄດ້ຫຼຸດໜ້ອຍຖອຍລົງ, ດ້ວຍ ຄວາມເປັນເຈົ້າການຂອງທຸກ ພາກສ່ວນໃນສັງຄົມ ຕະຫຼອດ ຮອດພໍ່ແມ່ນປະຊາຊົນໃນແຂວງ ໄດ້ພ້ອມກັນຜັນຂະຫຍາຍແນວ ທາງ, ມະຕິຂອງພັກແຕ່ລະຂັ້ນ, ເຮັດໃຫ້ບັນດາຄາດໝາຍສູ້ຊົນ ດ້ານເສດຖະກິດ-ສັງຄົມ, ເຖິງວ່າ ບໍ່ໄດ້ຄາດໝາຍທີ່ວາງໄວ້ແຕ່ມີ ທ່າອ່ຽງຂະຫຍາຍຕົວເປັນ ກ້າວໆ, ສະເພາະ 6 ເດືອນຕົ້ນປີ 2021 ຍັງສືບຕໍ່ຂະຫຍາຍຕົວ ໃນລະດັບດີ, ຂົງເຂດວັດທະນາ ທຳ-ສັງຄົມ ໄດ້ຮັບການພັດທະນາ ມີການຫັນປ່ຽນຫຼາຍດ້ານ, ການ
ພັດທະນາຊົນນະບົດແກ້ໄຂຄວາມ ທຸກຍາກ, ຊີວິດການເປັນຢູ່ຂອງ ປະຊາຊົນດີຂຶ້ນ, ວຽກງານ ປກຊ- ປກສ ໄດ້ຮັບການຈັດຕັ້ງປະຕິ ບັດຮັກສາໄດ້ສະຖຽນລະພາບ ດ້ານການເມືອງ, ສັງຄົມມີຄວາມ
ສະຫງົບປອດໄພ,ໃນໄລຍະຜ່ານ ມາ ສອງກອງບັນຊາການທະ ຫານແຂວງຄຳມ່ວນ-ກວາງບິ່ງ ໄດ້ຕັ້ງໜ້າເປັນເສນາທິການໃຫ້ ອົງການປົກຄອງແຂວງ, ເປັນຫຼັກ ແຫຼ່ງໃນການຈັດຕັ້ງປະຕິບັດ ແນວທາງ ປກຊ-ປກສ, ໄດ້ຍົກສູງ ສະຕິກຽມພ້ອມກຳລັງພົນ, ພາ ຫະນະເຕັກນິກ, ອາວຸດ-ລູກກະ ສູນ, ຕິດຕາມກຳສະພາບຮອບ ດ້ານ, ສະກັດກັ້ນ ຕອບໂຕ້ ແລະ ແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນ, ຜ່ານການຈັດຕັ້ງປະຕິບັດສາ ມາດປົກປັກຮັກສາທ້ອງຖິ່ນ ໃຫ້ມີຄວາມສະຫງົບດີ, ໄດ້ນຳ ເອົາມູນເຊື້ອຂອງສອງພັກ- ສອງລັດ, ສອງກອງທັບ ແລະ ປະຊາຊົນຂອງສອງຊາດ ເວົ້າ ລວມ-ເວົ້າສະເພາະປະຊາຊົນ ສອງແຂວງ ຄຳມ່ວນ-ກວາງບິ່ງ,
ຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ໃຫ້ຖັນ ແຖວພະນັກງານ-ນັກຮົບ ແລະ ປະຊາຊົນຮັບຮູ້ເຂົ້າໃຈຢ່າງທົ່ວ ເຖິງເລິກເຊິ່ງ, ລາຍງານສະພາບ ການຈັດຕັ້ງປະຕິບັດຮ່ວມມືດ້ານ ວຽກງານປ້ອງກັນຊາດ ລະ ຫວ່າງສອງແຂວງ, ແລກປ່ຽນ ສະພາບການທາງໂທລະສັບ, ດ້ວຍໜັງສື ແລະ ພົບປະຕົວຈິງ ຕາມຊາຍແດນ, ມີການຕິດຕາມ ກວດກາຊາຍແດນ, ຫຼັກໝາຍ ຊາຍແດນເປັນປົກກະຕິ, ແລະ ຕ້ານສະກັດກັ້ນແກ້ໄຂການເຄື່ອນ
ໄຫວຂອງກຸ່ມຄົນບໍ່ຫວັງດີຕາມ ຊາຍແດນ, ເອົາໃຈໃສ່ເປັນເສນາ ທິການໃຫ້ຄະນະປະຕິບັດງານ ພິເສດຂອງແຂວງ ໃນການຮ່ວມ ມືອຳນວຍຄວາມສະດວກໃຫ້ ກອງປະຕິບັດງານພິເສດ 589 ແຂວງກວາງບິ່ງ ສສ ຫວຽດ ນາມ, ເຄື່ອນໄຫວ, ສຳຫຼວດ, ຂຸດ
ຄົ້ນ, ທ້ອນໂຮມອັດຖິທະຫານອາ ສາສະໝັກ ແລະ ຊ່ຽວຊານຫວຽດ
ນາມ ສົກປີ 2020- 2021, ຂຸດ
ຄົ້ນໄດ້ 16 ອັດຖິ ແລະ ຈັດສົ່ງກັບ
ຄືນປະເທດດ້ວຍຜົນສຳເລັດ ອັນຈົບງາມ, ໃນຕອນທ້າຍກອງ ປະຊຸມ ທັງສອງຝ່າຍຍັງໄດ້ເຊັນ ບົດບັນທຶກຊ່ວຍຈຳຮ່ວມກັນ ພ້ອມທັງໄດ້ຜັດປ່ຽນກັນມອບ ຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນຕື່ມອີກ.
ໂດຍ : ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















