ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ທາບທາມຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII
ເວລາອອກຂ່າວ: 2021-07-19 10:22:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4019 | ຄວາມນິຍົມ:



ກອງປະຊຸມທາບທາມຄະນະ ບໍລິຫານງານສູນກາງສະຫະພັນ ແມ່ຍິງລາວສະໄໝທີ VIII ຮອບ ທີ II ຢູ່ກະຊວງປ້ອງກັນປະເທດ, ຈັດຂຶ້ນໃນວັນທີ 16 ກໍລະກົດ 2021 ນີ້, ໂດຍໄດ້ແບ່ງເປັນ 2 ຈຸດຄື: ຈຸດທີ 1 ຢູ່ສະໂມສອນກົມ ໃຫຍ່ການເມືອງກອງທັບ, ເປັນປະ ທານໂດຍ ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ກໍາມະການຄະນະພັກກົມໃຫຍ່ການເມືອງກອງທັບ, ຫົວໜ້າອົງການໄອຍະການທະ ຫານຂັ້ນສູງ ແລະ ຈຸດທີ 2 ຢູ່ສະ ໂມສອນກົມໃຫຍ່ພະລາທິການ ກອງທັບ, ເປັນປະທານໂດຍສະ ຫາຍ ພົນຈັດຕະວາ ຄໍາແດງ ແພງ ວິໄລ ຮອງເລຂາຄະນະພັກ ຮອງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ຢູ່ແຕ່ລະຈຸດມີຄະນະນໍາຫ້ອງການສະຫະພັນແມ່ຍິງ ກອງທັບ, ຜູ້ຕາງໜ້າສະຫະພັນ ແມ່ຍິງບັນດາອົງການກົມກອງ ເຂດໃຈກາງນະຄອນຫຼວງວຽງ ຈັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂດຍປະຕິບັດຕາມແຈ້ງການຂອງສູນກາງສະຫະພັນແມ່ຍິງ ລາວ ກ່ຽວກັບການທາບທາມບຸກ ຄະລາກອນເຂົ້າໃນຄະນະບໍລິ ຫານງານສູນກາງສະຫະພັນແມ່ ຍິງລາວສະໄໝທີ VIII ແລະ ປະຕິບັດຕາມຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບ ວ່າ ດ້ວຍການອະນຸມັດເປີດກອງປະ ຊຸມທາບທາມບຸກຄະລາກອນເຂົ້າ ໃນຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວສະໄໝທີ VIII ຮອບທີ II ຢູ່ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ດັ່ງນັ້ນ ຫ້ອງການສະຫະພັນແມ່ຍິງກະ ຊວງປ້ອງກັນປະເທດຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນ ເພື່ອຄັດເລືອກເປົ້າໝາຍບຸກຄະລາກອນທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ມີ ແບບແຜນດໍາລົງຊີວິດທີ່ໂປ່ງໃສ, ມີຄວາມຮູ້ຄວາມສາມາດທີ່ແນ່ ນອນ, ມີແບບແຜນນໍາພາ-ວິທີ ເຮັດວຽກທີ່ສອດຄ່ອງ ແລະ ມີສຸ ຂະພາບແຂງແຮງດີເຂົ້າມາບໍລິ ຫານງານສູນກາງສະຫະພັນແມ່ ຍິງລາວສະໄໝທີ VIII. ກ່ອນດຳ ເນີນການປ່ອນບັດທາບທາມ ປະ ທານຢູ່ແຕ່ລະຈຸດໄດ້ມີຄໍາເຫັນຊີ້ ນໍາຫຼາຍບັນຫາສໍາຄັນ ແລະ ຮຽກ ຮ້ອງໃຫ້ແຕ່ລະສະຫາຍເຊື່ອມຊຶມກຳແໜ້ນມາດຖານເງື່ອນໄຂຂອງຜູ້ຮັບສະໝັກ, ການໃຊ້ສິດປະຊາທິປະໄຕຕ້ອງເບິ່ງບັນຫາຕົວຈິງ, ຮັບປະກັນໃຫ້ໄດ້ພະນັກງານທັງ 3 ຮຸ່ນຄື: ຮຸ່ນອາວຸໂສທີ່ມີບົດຮຽນ ແລະ ປະສົບການ ເພື່ອເປັນໃຈ ກາງເຕົ້າໂຮມຄວາມສາມັກຄີ, ຮຸ່ນ ກາງ-ຮຸ່ນໜຸ່ມ ເປັນຜູ້ທີ່ໜັກ ແໜ້ນ ແລະ ໄດ້ຜ່ານຂະບວນວຽກງານ ຕົວຈິງມີຜົນສໍາເລັດດີ, ພ້ອມກັນ ນັ້ນ, ກໍຕ້ອງປະຕິບັດກົດລະບຽບ ຂອງການປ່ອນບັດຢ່າງເຂັ້ມງວດ ແລະ ປິດລັບຮັບປະກັນໃຫ້ການ ທາບທາມບຸກຄະລາກອນຄັ້ງນີ້ສໍາເລັດຕາມຄາດໝາຍທີ່ວາງ ໄວ້. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດທາບທາມເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII ເຊິ່ງມີຜູ້ຮັບສະໝັກທັງໝົດ 71 ສະຫາຍ, ເລືອກເອົາ 68 ສະຫາຍ, ພ້ອມທັງທາບທາມເອົາປະທານ ແລະ ຮອງປະທານຄະນະບໍລິ ຫານງານສູນກາງສະຫະພັນແມ່ ຍິງລາວສະໄໝທີ VIII ອີກດ້ວຍ. ໂດຍ: ນ.ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ