ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍ່ຄຳ - ທອງເຊໂປນ
ເວລາອອກຂ່າວ: 2021-07-20 08:51:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2874 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2021 ນີ້, ທ່ານ ຄຳພັນ ພົມມະທັດ, ກຳ ມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງ ພັກ, ປະທານອົງການກວດກາ ແຫ່ງລັດ ແລະ ຫົວໜ້າອົງການ ຕ້ານການສໍ້ລາດບັງຫຼວງຂັ້ນ ສູນກາງ ພ້ອມດ້ວຍຄະນະ ແລະ ການນຳແຂວງສະຫວັນນະເຂດ ໄດ້ໃຫ້ກຽດຢ້ຽມຢາມ ບໍ່ຄຳ-ທອງ ເຊໂປນ ເພື່ອຊົມການຜະລິດຄຳ ທີ່ເພີ່ມຂຶ້ນ ກໍຄືແຜນການກ່ຽວກັບ ໂຄງການຄຳ, ພ້ອມທັງຮັບຟັງ ການລາຍງານ ກ່ຽວກັບ ຜົນສຳ ເລັດດ້ານການປະຕິບັດວຽກງານ ສິ່ງແວດລ້ອມ, ຄວາມປອດໄພ, ມາດຕະການປ້ອງກັນ ໂຄວິດ-19, ການພັດທະນາຊຸມຊົນຂອງ ບໍລິສັດ ແລະ ການຮ່ວມມືທີ່ດີກັບ ອຳນາດການປົກຄອງທ້ອງຖິ່ນ. ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ເປັນວິສາ ຫະກິດ ແບບຢ່າງໃນ ສປປ ລາວ ແລະ ໄດ້ຮັບລາງວັນຍ້ອງຍໍລະ ດັບ ດີເລີດ (A+) ຢ່າງສະເໝີມາ ເຊິ່ງມອບໂດຍກະຊວງພະລັງ ງານ ແລະ ບໍ່ແຮ່ ສຳລັບການປະ ຕິບັດໄດ້ມາດຕະຖານສາກົນ ດ້ານ ການຂຸດຄົ້ນບໍ່ແຮ່. ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: “LXML ມີຄວາມມຸ່ງໝັ້ນຕໍ່ການຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງຕັ້ງ ໜ້າກັບລັດຖະບານ ໃນນາມຄູ່ ຮ່ວມພັດທະນາ. LXML ມີຄວາມ ພາກພູມໃຈສຳລັບການປະກອບ ສ່ວນຕໍ່ການພັດທະນາເສດຖະ ກິດ-ສັງຄົມໃນ ສປປ ລາວ.” ຕັ້ງແຕ່ເລີ່ມດຳເນີນການຂຸດຄົ້ນ-ຜະລິດຄຳ-ທອງໃນປີ 2003, ໂຄງການຄຳ-ທອງ ເຊໂປນ ໄດ້ ຜະລິດແທ່ງຄຳຫຼາຍກວ່າ 1,2 ລ້ານ ອອນສ໌ ແລະ ຜະລິດແຜ່ນ ທອງຫຼາຍກວ່າ 1 ລ້ານໂຕນ; ໄດ້ ສ້າງຜົນປະໂຫຍດໂດຍກົງຫຼາຍ ກວ່າ US$1,5 ຕື້ ໃຫ້ແກ່ ສປປ ລາວ ໂດຍຜ່ານການຈ່າຍພາສີ-ອາກອນ, ພາສີຊັບພະຍາກອນແຮ່ ທາດ ແລະ ເງິນປັນຜົນ. ນອກຈາກນັ້ນ ໂຄງການຄຳ-ທອງເຊໂປນຍັງໄດ້ສ້າງຜົນປະ ໂຫຍດທາງອ້ອມດ້ວຍການສ້າງ ວຽກເຮັດງານທຳ, ຜ່ານການ ເຝິກອົບຮົມຕ່າງໆ, ການພັດທະ ນາຊຸມຊົນ ແລະ ສ້າງລາຍໄດ້ໃຫ້ ແກ່ບັນດາຜູ້ຮັບເໝົາທ້ອງຖິ່ນ (ລວມທັງລັດວິສາຫະກິດໄຟຟ້າ ລາວ, ລັດວິສາຫະກິດນ້ຳມັນ ເຊື້ອໄຟລາວ, ບໍລິສັດສະຫວັນໂລ ຈິສຕິກ) ອັນໄດ້ສ້າງຜົນປະ ໂຫຍດທາງບວກຢ່າງມະຫາສານ ໃຫ້ແກ່ການພັດທະນາເສດຖະ ກິດ-ສັງຄົມ. LXML ໄດ້ລົງທຶນຫຼາຍຮ້ອຍ ລ້ານໂດລາສະຫະລັດ ເຂົ້າໃສ່ ການພັດທະນາ ແລະ ການເຝິກອົບ ຮົມພະນັກງານ ກໍຄືຊັບພະຍາ ກອນມະນຸດ. ໃນຊຸມຊົນເມືອງວິ ລະບູລີ ໄດ້ມີປະຊາຊົນກວ່າ 40.000 ຄົນ ໄດ້ຮັບຜົນປະ ໂຫຍດຈາກໂຄງການພັດທະນາ ຊຸມຊົນຂອງໂຄງການຄຳ-ທອງ ເຊໂປນລວມມູນຄ່າ US$13 ລ້ານ (ຜ່ານກອງທຶນປະຈຳປີ ແລະ ໂຄງການປັບປຸງຊີວິດການ ເປັນຢູ່ສຳລັບຜູ້ທີ່ດ້ອຍໂອກາດ ທີ່ສຸດຢູ່ອ້ອມຂ້າງບໍ່ຄຳ-ທອງເຊ ໂປນ) ແລະ ລາຍໄດ້ຂອງກຸ່ມທຸ ລະກິດທ້ອງ ຖິ່ນ ກໍໄດ້ທະວີຄູນ ຂຶ້ນເປັນ US$33 ລ້ານ. ໃນປັດຈຸບັນ, LXML ມີພະນັກ ງານປະມານ 5.000 ຄົນ ເພື່ອສະ ໜັບໜູນໄລຍະການພັດທະນາ ໂຮງງານ ແລະ ອຸປະກອນໃໝ່ ເພື່ອເພີ່ມການຜະລິດຄຳ ແລະ ຍືດ ອາຍຸຂອງບໍ່ຄຳ-ທອງ ເຊໂປນ. ໃນ ຖານະຄູ່ຮ່ວມພັດທະນາ ແລະ ຜູ້ຈ່າຍພາສີອາກອນສຳຄັນໃນ ສປປ ລາວ, LXML ມີຄວາມມຸ່ງ ໝັ້ນເປັນບໍລິສັດຂຸດຄົ້ນບໍ່ແຮ່ທີ່ດີ ເລີດ ແລະ ສ້າງຄວາມອຸດົມຮັ່ງ ມີໃຫ້ແກ່ສັງຄົມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ