ສະຫາຍຮອງຫົວໜ້າ ກມທ ຕ້ອນຮັບຄະນະສິລະປະກອນ ທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2019-01-04 09:03:07 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2585 | ຄວາມນິຍົມ: ![]()
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບ ຂອງຄະນະສິລະ ປະກອນ ທະຫານເຂດ 5 ກອງທັບ
ປະຊາຊົນຫວຽດນາມ ນຳໂດຍ
ສະຫາຍ ພັນເອກ ຫງວຽນ ວັນ ແທັງ ຫົວໜ້າການເມືອງຄະນະ ສິລະປະກອນທະຫານເຂດ 5
ພ້ອມດ້ວຍຄະນະ ໃນວັນທີ 3 ມັງກອນ 2019 ນີ້ ຢູ່ທີ່ຫ້ອງຮັບ ແຂກກົມພົວພັນຕ່າງປະເທດ ເນື່ອງໂອກາດທີ່ຄະນະໄດ້ມາ ເຄື່ອນໄຫວຢ້ຽມຢາມ ແລະ ສະ
ແດງມິດຕະພາບຢູ່ ສປປ ລາວ
ໃນລະຫວ່າງວັນທີ 1-10 ມັງ ກອນນີ້.
ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຕີລາຄາສູງ ແລະ ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະສິປະລະກອນດັ່ງກ່າວໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ
ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງກັບປະຊາຊົນລາວ ຄົບຮອບ 70 ປີ ເຊິ່ງເປັນເຫດ ການທີ່ມີຄວາມໝາຍຄວາມສຳ ຄັນປະກອບສ່ວນຮັດແໜ້ນສາຍ ພົວພັນມິດຕະພາບຄວາມສາ
ມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະ ຫວ່າງສອງຊາດ, ສອງກອງທັບລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ເລິກເຊິ່ງ ພ້ອມກັນນັ້ນ ກໍຍັງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການ ສ້າງບັນຍາກາດຟົດຟື້ນມ່ວນຊື່ນ ແລະ ປຸກລະດົມກຳລັງໃຈຢ່າງ ໃຫຍ່ຫຼວງໃຫ້ແກ່ພະນັກງານ-ນັກຮົບໃນກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າປະກອບ ສ່ວນເຂົ້າໃນການແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນວັນ ສຳຄັນຕ່າງໆຂອງຊາດ ຂອງ ກອງທັບ ແລະ ພ້ອມດຽວກັນນີ້ຍັງເປັນການໂຄສະນາມູນເຊື້ອ
ຮີດຄອງປະເພນີ ແລະ ແລກ ປ່ຽນບົດຮຽນທາງດ້ານສິລະ ປະ-ວັດທະນະທຳເຊິ່ງກັນ ແລະ ກັນອີກດ້ວຍ
ໂອກາດນີ້ ສະຫາຍ ພັນເອກ
ຫງວຽນວັນແທັງ ກໍໄດ້ສະແດງ
ຄວາມຂອບອົກຂອບໃຈຕໍ່ ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມ ໄປດ້ວຍໄມຕີຈິດມິດຕະພາບ ຖານມິດສະຫາຍອ້າຍນ້ອງຂອງ ສະຫາຍຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ ພ້ອມທັງສະ ແດງຄວາມດີໃຈທີ່ໄດ້ນຳພາຄະ ນະສິລະປະກອນມາເຄື່ອນໄຫວ ສະແດງມິດຕະພາບໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢູ່ ສປປ ລາວ ພ້ອມທັງໄດ້ແຈ້ງ ສະພາບການເຄື່ອນໄຫວສະແດງ ຮັບໃຊ້ຢູ່ບັນດາກົມກອງຕ່າງໆຕໍ່ສະຫາຍຮອງຫົວໜ້າກົມໃຫຍ່ ການເມືອງກອງທັບຊາບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















