ປາຖະກະຖາວັນໄຊຊະນະ ການປະຕິວັດ ກູບາ ຄົບຮອບ 60 ປີ
ເວລາອອກຂ່າວ: 2019-01-04 09:05:29 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2338 | ຄວາມນິຍົມ: ![]()
ໃນວັນທີ 3 ມັງກອນ 2019, ຄະນະໂຄສະນາອົບຮົມສູນກາງ ພັກ, ສະມາຄົມມິດຕະພາບ ລາວ- ກູບາ ແລະ ສະຖານເອກອັກຄະ ລັດຖະທູດ ສ. ກູບາ ປະຈຳ ສປປ ລາວ ຮ່ວມກັນຈັດປາຖະກະຖາ, ສາຍວີດີໂອ ແລະ ວາງສະແດງ
ຮູບພາບ ເນື່ອງໃນວັນໄຊຊະນະ ການປະຕິວັດກູບາ ຄົບຮອບ 60 ປີ (1/1/1959-1/1/2019) ໃຫ້ກຽດເຂົ້າຮ່ວມໃນພິທີິດັ່ງກ່າວ ມີ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳ ພິທູນ ເລຂາທິການສູນກາງພັກ,
ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ສະຫາຍ ສຈ ປອ ຈະເລີນ ເຢຍປາວເຮີ ກຳມະການ ສູນກາງພັກ, ລັດຖະມົນຕີປະຈຳ
ສຳນັກງານນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ, ກຳມະການ ສູນກາງພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ, ມີ ສະຫາຍ ປາໂບລ ອັນໂຕນິໂອ ໂຣດຣີເກຣດ ວິດາລ (Pablo Antonio Rodriguez Vidal) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ ກູບາ ປະ ຈຳ ສປປ ລາວ. ນອກນັ້ນຍັງມີ ການນຳ ພັກ-ລັດ ແລະ ພະນັກ ງານຫຼັກແຫຼ່ງຈາກອົງການຈັດ ຕັ້ງອ້ອມຂ້າງສູນກາງພັກ ແລະ ບັນດາກະຊວງເຂົ້າຮ່ວມຮັບຟັງ ຈຳນວນ 350 ຄົນ.
ສະຫາຍເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັັມແຫ່ງ ສ ກູບາ ປະຈຳ ສປປ ລາວ ໄດ້ເລົ່າ ຄືນເຖິງການຕໍ່ສູ້ຂອງປະຊາຊົນ ກູບາ ເພື່ອການປະຕິວັດກູບາໃນ ເມື່ອກ່ອນ, ການພັດທະນາເສດ ຖະກິດ-ສັງຄົມຂອງກູບາ ໃນປັດ ຈຸບັນ, ການພົວພັນຮ່ວມມືລະ ຫວ່າງ ກູບາ-ລາວ ແລະ ການພົວ ພັນກູບາ ກັບບັນດາປະເທດຕ່າງໆ ພ້ອມນັ້ນ, ສະຫາຍເອກອັກຄະລັດ ຖະທູດ ຍັງໄດ້ຕີລາຄາ ແລະ ຍົກ ໃຫ້ເຫັນມູນເຊື້ອແຫ່ງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ກູບາ ໃນໄລຍະການຕໍ່ສູ້ກູ້ຊາດ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ພາຍໃຕ້ການນຳພາຂອງພັກກອມ ມູນິດກູບາ.
ໂອກາດນີ້, ທ່ານ ສຈ ປອ ຈະເລີນ ເຢຍປາວເຮີ ກຳມະການ ສູນກາງພັກ, ລັດຖະມົນຕີປະຈຳ ສຳນັກງານນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ລາວ-ກູບາ ກໍໄດ້ຕີລາຄາສູງຕໍ່ໄຊ ຊະນະການປະຕິວັດ ກູບາ ຄົບ ຮອບ 60 ປີ ກໍຄືຜົນສຳເລັດໃນ ການປົກປັກຮັກສາ ແລະ ພັດທະ ນາປະເທດຊາດຂອງກູບາ ເຊິ່ງ ໄດ້ມາຈາກການນຳພາຂອງພັກ ກອມມູນິດກູບາ ແລະ ຄວາມສາ ມັກຄີອັນເປັນປຶກແຜ່ນຂອງປະ ຊາຊົນກູບາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















