ກອງພັນ 791 ແຂ່ງຂັນກີລາເປຕັງ ມິດຕະພາບ
ເວລາອອກຂ່າວ: 2019-01-04 09:08:46 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 291 | ຄວາມນິຍົມ:
ທ້າຍເດືອນທັນວາ 2018 ຜ່ານມານີ້, ກອງພັນ 791 ຂຶ້ນກັບ
ກອງພັນໃຫຍ່ 279 ໄດ້ເປີດການ
ແຂ່ງຂັນກີລາເປຕັງມິດຕະພາບ ຂຶ້ນ ໂດຍມີ ພັນໂທ ພົງສະຫວັນ ສິມ ພິມມະລາ ຫົວໜ້າການເມືອງ ກອງພັນ 791 ກອງພັນໃຫຍ່ 279, ມີນັກກີລາຊາວໜຸ່ມ-ແມ່ ຍິງທົ່ວກົມກອງເຂົ້າຮ່ວມຢ່າງ ຫຼວງຫຼາຍ. ຈຸດປະສົງໃນການ ແຂ່ງຂັນຄັ້ງນີ້ແມ່ນເພື່ອຮັດແໜ້ນ ຄວາມສາມັກຄີ ແລະ ພ້ອມກັນ ສ້າງຂະບວນການເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີທີ່ຈະມາ ເຖິງໃນມໍ່ໆນີ້ໃຫ້ເຕັມໄປດ້ວຍເນື້ອ ໃນຄວາມໝາຍອັນເລິກເຊິ່ງ.
ການແຂ່ງຂັນກີລາເປຕັງຄັ້ງນີ້, ລວມມີ 6 ທີມ ແລະ ໄດ້ແຂ່ງຂັນ ແບບໄຂວ່ສາຍທຸກທີມ ຜ່ານການ ແຂ່ງຂັນຕົວຈິງທີ 1 ໄດ້ແກ່ໜ່ວຍ ຊາວໜຸ່ມກອງຮ້ອຍ 1 ໄດ້ຮັບ ເງິນສົດ 500.000 ກີບ ພ້ອມຂັນ ໜຶ່ງໜ່ວຍ, ທີ 2 ໄດ້ແກ່ທີມບໍລິ ຫານງານຊາວໜຸ່ມກອງພັນ 791 ໄດ້ຮັບເງິນສົດ 400.000 ກີບ ແລະ ທີ 3 ໄດ້ແກ່ໜ່ວຍຊາວໜຸ່ມ ສຳນັກກອງພັນ 791 ໄດ້ຮັບເງິນ ສົດ 300.000 ກີບ. ໃຫ້ກຽດມອບ ລາງວັນທີ 1 ຄັ້ງນີ້ໂດຍແມ່ນ ພັນ ໂທ ພົງສະຫວັນ ຫົວໜ້າການ ເມືອງ ກອງພັນ 791.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ