ຄອບຄົວການນຳ ແລະ ສະຫະພັນແມ່ຍິງ ກະຊວງປ້ອງກັນປະເທດ ມອບເຄື່ອງອຸປະໂພກ - ບໍລິໂພກໃຫ້ ກອງພົນທີ 1
ເວລາອອກຂ່າວ: 2019-01-04 09:12:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ:
ເນື່ອງໃນໂອກາດກະກຽມສະ
ເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງກອງພົນທີ1
ຄົບຮອບ 35 ປີ ( 12 ກຸມພາ
2020) ທີ່ຈະມາເຖິງນີ້ຄະນະ ຄອບຄົວການນໍາກະຊວງປ້ອງ ກັນປະເທດ ແລະ ສະຫະພັນແມ່
ຍິງກະຊວງປ້ອງກັນປະເທດ ເຊິ່ງ
ນໍາໂດຍ ທ່ານນາງ ຄໍາສອນ ຈັນ
ຍາລາດ ພັນລະຍາ ລັດຖະມົນ
ຕີກະຊວງປ້ອງກັນປະເທດ ໄດ້
ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ
ລວມມູນຄ່າ 21 ລ້ານກວ່າກີບ. ມາມອບໃຫ້ຄະນະກອງພົນທີ 1 ໂດຍຕາງໜ້າກ່າວຮັບເຄື່ອງຂອງ ພັນເອກ ສາຍໃຈ ກົມມະສິດ
ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງພົນທີ 1 ເຊິ່ງ
ສະຫາຍໄດ້ສະແດງຄວາມ ຂອບອົກຂອບໃຈ ແລະ ຄວາມ ຮູ້ບຸນຄຸນຕໍ່ຄະນະຄອບຄົວການ ນໍາກະຊວງປ້ອງກັນປະເທດ ແລະ ສະຫະພັນແມ່ຍິງກະຊວງ ປ້ອງກັນປະເທດທີ່ມີຄວາມເປັນ ຫວ່ງເປັນໃຍກຳລັງປະກອບ
ອາວຸດຂອງພວກເຮົາ ເຊິ່ງເຄື່ອງ
ທີ່ມອບໃນຄັ້ງນີ້ຈະນຳໄປແຈກ
ຢາຍໃຫ້ອ້າຍນ້ອງຢ່າງທົ່ວເຖິງ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນດຽວກັນນີ້ ກອງພົນທີ 1 ໄດ້ ຈັດພິທີສະຫຼຸບຕີລາຄາການຈັດ ຕັ້ງອົບຮົມ-ຫັດແອບ ກີລາມວນ ຊົນ ແລະ ກີລາການທະຫານໂດຍ ການເປັນປະທານຂອງພັນເອກ ສາຍໃຈ ກົມມະສິດ ຮອງເລ ຂາຄະນະພັກ ຫົວໜ້າການທະ ຫານກອງພົນທີ 1 ເຊິ່ງການຈັດ ຕັ້ງປະຕິບັດອົບຮົມ-ຫັດແອບກີ ລາມວນຊົນບັນລຸໄດ້ 80-90% ສ່ວນກີລາການທະຫານບັນລຸໄດ້ 90-95% ເຊິ່ງການເຝິກແອບ
ກີລາດັ່ງກ່າວແມ່ນກະກຽມຄວາມ
ພ້ອມເຂົ້າຮ່ວມແຂ່ງຂັນກີລາທົ່ວ
ກອງທັບທີ່ນະຄອນຫຼວງວຽງ ຈັນຈະຈັດຂຶ້ນໃນມໍ່ໆນີ້.
ຂ່າວ: ແພງທອງ ສີດາເພັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ