ກອງພັນນັກຮຽນທີ 1 ວພກ ມອບເດີ່ນເປຕັງ ໃຫ້ ຄະນະອຳນວຍການ ວພກ
ເວລາອອກຂ່າວ: 2019-01-04 09:14:09 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 326 | ຄວາມນິຍົມ:
ທ້າຍເດືອນທັນວາ 2018 ຜ່ານມານີ້, ຄະນະກອງພັນນັກ ຮຽນທີ I ວິທະຍາຄານພະລາທິ ການກອງທັບ ພ້ອມດ້ວຍນັກສຶກ ສາ 04 ຂະແໜງການ ແລະ 01 ບໍລິສັດໄດ້ຈັດພິທີມອບຮັບເດີ່ນ ເປຕັງໃນຮົ່ມ ໃຫ້ຄະນະອຳນວຍ ການວິທະຍາຄານພະລາທິການ ກອງທັບເພື່ອນຳໃຊ້ເຂົ້າໃນການ ສ້າງຂະບວນການຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 70 ປີ, ໃຫ້ ມີ
ບັນຍາກາດຟົດຟື້ນມ່ວນຊື່ນ ໂດຍ
ການເປັນກຽດເຂົ້າຮ່ວມຂອງພັນ ເອກ ປອ ບົວເຮືອງ ສົມຟອງບຸດ ຕາຂັນ ຮອງເລຂາຄະນະພັກ ຫົວ
ໜ້າການທະຫານວິທະຍາຄານພະ ລາທິການກອງທັບ, ມີຄະນະພັກ- ຄະນະບັນຊາ 6 ຫ້ອງ 2 ກອງພັນ ແລະ ພະແນກການເຂົ້າຮ່ວມ.
ໃນໂອກາດນີ້ພັນໂທ ອ່ອນສີ ວິຄຳໄຊ ຫົວໜ້າການທະຫານ ກອງພັນນັກສຶກສາທີ I ໄດ້ຜ່ານ ຂໍ້ຕົກລົງຂອງອຳນວຍການວິທະ
ຍາຄານພະລາທິການກອງທັບ ວ່າດ້ວຍການສ້າງເດີ່ນເປຕັງໃນ ຮົ່ມໃສ່ສວນສາທາລະນະ ເພື່ອ
ຫ້າງຫາກະກຽມຂໍ່ານັບຮັບຕ້ອນ
ວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 70 ປີໃຫ້ຟົດຟື້ນ
ມ່ວນຊື່ນ ເຊິ່ງເລີ່ມລົງມືກໍ່ສ້າງມາ ແຕ່ວັນທີ 13/11/2018 ມາເຖິງ ວັນທີ 22/11/2018 ໄດ້ສໍາເລັດ 100%, ລວມມູນຄ່າຂອງການ ກໍ່ສ້າງທັງໝົດ 15.870.000 ກີບ. ໂດຍແມ່ນທຶນອຸປະຖໍາຂອງ ນັກສຶກສາກອງພັນທີ I 100%. ໃນນີ້ມີຫ້ອງບຳລຸງເສນາພະລາ 05 ເດືອນຊຸດທີ V ຈໍານວນ 6.770.000 ກີບ, ເສນາພະລາ 10 ເດືອນຊຸດທີ X ຈໍານວນ 3.600.000 ກີບ,ອຸປະໂພກ-ບໍ
ລິໂພກຊຸດທີ IX ຈໍານວນ 2.400.000 ກີບ, ການເງິນຊຸດທີ VI ຈໍານວນ2.400.000 ກີບ, ບໍລິ
ສັດຂົວທາງ 800.000 ກີບ, ພັນ
ໂທ ສຳເລືອງ ພັນທະວີ ຈຳນວນ
700.000 ກີບ.
ໂອກາດດັ່ງກ່າວກໍໄດ້ມອບ ຮັບເດີ່ນເປຕັງລະຫວ່າງເຈົ້າຂອງ
ໂຄງການ ແລະ ອຳນວຍການວິ ທະຍາຄານພະລາທິການກອງທັບ ຢ່າງເປັນທາງການ.
ໂດຍ: ຈິນດາ ແກ້ວວົງກົດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ