ໂຮງຮຽນຊ່າງແສງສະຫຼຸບບັ້ນສອບເສັງນັກຮຽນນາຍສິບ ຊຸດທີ 29
ເວລາອອກຂ່າວ: 2021-07-30 08:34:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1796 | ຄວາມນິຍົມ: ![]()
ໂຮງຮຽນຊ່າງແສງໄດ້ສະ ຫຼຸບບັ້ນສອບເສັງນັກຮຽນນາຍ ສິບຊ່າງແສງ ຊຸດທີ 29 ສົກ ຮຽນ 2020-2021 ໃນວັນທີ 23 ກໍລະກົດນີ້, ໂດຍການເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພັນເອກ ທົງໄຊ ບຸບຜາ ຮອງຫົວ ໜ້າກົມຊ່າງແສງ ກົມໃຫຍ່ເສນາ ທິການກອງທັບ, ມີຄະນະພັກ- ຄະນະອໍານວຍການ, ຄູ-ອາຈານ, ອະນຸກຳມະການດ້ານຕ່າງໆ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພັນໂທ ສີບູນ ທຳມະ
ວົງ ຮອງອຳນວຍການ ຫົວໜ້າພະແນກອົບຮົມໂຮງຮຽນຊ່າງ ແສງ ໄດ້ສະຫຼຸບຜົນການສອບ ເສັງໃນຄັ້ງນີ້ວ່າ: ໂດຍປະຕິ ບັດຕາມໂຄງການຫຼັກສູດການ ຮຽນ-ການສອນກໍ່ສ້າງນາຍສິບ ຊ່າງແສງລະບົບ 1 ປີ ຂອງກົມ ໃຫຍ່ເສນາທິການກອງທັບປະ ຈຳ ສົກຮຽນ 2020-2021. ເພື່ອເຮັດໃຫ້ໂຄງການຫຼັກສູດ ການຮຽນ-ການສອນມີຜົນສຳ ເລັດ ໂຮງຮຽນໄດ້ຈັດຕັ້ງສອບ ເສັງໃນລະຫວ່າງວັນທີ 19-23 ກໍລະກົດ 2021 ເຊິ່ງປະກອບມີ 2 ໝວດວິຊາຮຽນຄື: ໝວດຊີ້ ນໍາ-ບັນຊາ ມີ 68 ສະຫາຍ, ສອບເສັງໄດ້ປະເພດເກັ່ງ 27 ສະ ຫາຍ, ກາງ 41 ສະຫາຍ, ໝວດ ຮຽນເຕັກນິກ ມີ 33 ສະຫາຍ. ໃນ
ນີ້ ວິຊາກໍ່ສ້າງຂົວ-ທາງ ມີ 19 ສະຫາຍ, ເສັງໄດ້ປະເພດເກັ່ງ 16
ສະຫາຍ, ກາງ 3 ສະ ຫາຍ. ວິຊາ
ຮຽນເຕັກຂ້າມຜ່ານ ມີ 14 ສະ ຫາຍ, ໄດ້ປະເພດເກັ່ງ 10 ສະ ຫາຍ, ກາງ 4 ສະຫາຍ, ສະເລ່ຍ ຜົນໄດ້ຮັບລວມໄດ້ປະເພດເກັ່ງ 53 ສະຫາຍ, ກາງ 47 ສະຫາຍ.
ສະຫາຍ ພັນໂທ ສີບູນ ທຳມະ ວົງ ໃຫ້ຮູ້ຕື່ມວ່າ: ຕະຫຼອດໄລ ຍະປະຕິບັດແຜນການຮຽນ- ການສອນ ຄະນະພັກ-ຄະນະອຳ ນວຍການ, ຄູ-ອາຈານ, ອະນຸກຳ ມະການ ແລະ ອົງການຊ່ວຍ ວຽກຕະຫຼອດຮອດນັກຮຽນແຕ່ ລະສະຫາຍໄດ້ປະຕິບັດໜ້າທີ່ ຂອງຕົນດ້ວຍຄວາມຮັບຜິດຊອບ ສູງ, ເອົາໃຈໃສ່ປັບປຸງຫຼັກສູດ ການຮຽນ-ການສອນໃຫ້ແທດ ເໝາະກັບສະພາບເງື່ອນໄຂຕົວ ຈິງຂອງການປັບປຸງກອງທັບ, ມີຄວາມທັນສະໄໝ, ບັນດານັກ ຮຽນມີແນວຄິດການເມືອງໜັກ ແໜ້ນ, ອຸ່ນອຽນທຸ່ນທ່ຽງ, ເອົາ ໃຈໃສ່ຕໍ່ການຄົ້ນຄວ້າຮໍ່າຮຽນ ແລະ ປະຕິບັດຂໍ້ກຳນົດກົດລະ ບຽບທີ່ໂຮງຮຽນວາງອອກ ເຮັດ ໃຫ້ການຮຽນປະສົບຜົນສໍາເລັດ ຕາມແຜນການທີ່ວາງໄວ້.
ໂອກາດນີ້, ສະຫາຍຮອງຫົວ ໜ້າກົມຊ່າງແສງໄດ້ໃຫ້ທິດຊີ້ນໍາ ຫຼາຍບັນຫາໃຫ້ຄະນະພັກ-ຄະນະ ອໍານວຍການ, ຄູ-ອາຈານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພີ່ມທະ ວີຄວາມຮັບຜິດຊອບຕໍ່ແຕ່ລະໜ້າ ທີ່ທີ່ໄດ້ຮັບມອບໝາຍ, ຂຸດຄົ້ນໃຫ້
ໄດ້ບັນດາຈຸດຄົງຄ້າງ ໂດຍສະ
ເພາະຫຼັກສູດການຮຽນ-ການ ສອນແລ້ວພ້ອມກັນແກ້ໄຂ, ທັງ ນີ້ກໍເພື່ອຮັບປະກັນຄຸນນະພາບ ດ້ານການກໍ່ສ້າງພະນັກງານເຫຼົ່າ ຮົບຊ່າງແສງກອງທັບປະຊາຊົນ ລາວ.
ໂດຍ: ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















