ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ອັງກິດມອບວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ລັດຖະບານລາວ 415.000 ໂດສ
ເວລາອອກຂ່າວ: 2021-08-03 08:20:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1331 | ຄວາມນິຍົມ:



ສະຫະຣາຊະອານາຈັກອັງ ກິດ ໄດ້ມອບວັກຊີນປ້ອງກັນພະ ຍາດໂຄວິດ-19 ແອດສະຕຣາເຊ ນີກາ ຈໍານວນ 415. 000 ໂດສ ໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ, ພິທີມອບ-ຮັບຢ່າງເປັນ ທາງການ ຈັດຂຶ້ນໃນວັນທີ 2 ສິງຫາ 2021 ນີ້, ທີ່ດ່ານຂົວມິດ ຕະພາບລາວ-ໄທ, ຕາງໜ້າມອບ ໂດຍ ທ່ານ ຈອນ ເປຍສັນ ເອກ ອັກຄະລັດຖະທູດ ສະຫະຣາຊະອານາຈັກ ອັງກິດ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານ ລາວ ກ່າວຮັບໂດຍ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະ ມົນຕີກະຊວງສາທາລະນະສຸກ ໂດຍ ມີຜູ້ຕາງໜ້າຈາກອົງການ ຈັດຕັ້ງສາກົນ ແລະ ຂະແໜງ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດສົ່ງວັກຊີນໃນຄັ້ງນີ້, ເປັນສ່ວນໜຶ່ງໃນການປະກອບ ສ່ວນຂອງສະຫະຣາຊະອານາຈັກ ອັງກິດ ຕໍ່ຄວາມພະຍາຍາມຂອງ ທົ່ວໂລກ ທີ່ພວມດຳເນີນການຢ່າງ ຕໍ່ເນື່ອງ ເພື່ອຢຸດຕິການລະບາດ ຂອງພະຍາດໂຄວິດ-19 ແລະ ເປັນການສະໜັບສະໜູນເປົ້າໝາຍ ຂອງສປປ ລາວ ໃນການສັກວັກ ຊີນປ້ອງກັນ ພະຍາດ ໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນ ໃນທ້າຍປີ 2021 ນີ້. ເຊິ່ງສອດ ຄ່ອງກັບແຜນປະຕິບັດງານການ ສັກວັກຊີນປ້ອງກັນພະຍາດ ໂຄ ວິດ-19 ແຫ່ງຊາດ ແລະ ຍັງມີ ແຜນການເພີ່ມເຕີມ ເພື່ອນໍາໃຊ້ຕໍ່ປະຊາກອນກຸ່ມເປົ້າໝາຍອື່ນໆ, ລວມທັງເຂດຫ່າງໄກສອກຫຼີກ ແລະ ເຂດທີ່ເຂົ້າເຖິງໄດ້ຍາກ. ໂອກາດນີ້, ທ່ານລັດຖະມົນ ຕີກະຊວງສາທາລະນະສຸກ ຕາງ ໜ້າໃຫ້ລັດຖະບານ ລາວ ຕີລາຄາ ສູງຕໍ່ການສືບຕໍ່ຊ່ວຍເຫຼືອຂອງລັດ ຖະບານ ແລະ ປະຊາຊົນ ສະຫະຣາ ຊະອານາຈັກອັງກິດ ແກ່ລັດຖະ ບານ ແລະ ປະຊາຊົນລາວ, ອັນ ໄດ້ສະແດງໃຫ້ເຫັນເຖິງສາຍພົວ ພັນທີ່ດີລະຫວ່າງສອງປະເທດ. ພ້ອມທັງສະແດງຄວາມເຊື່ອ ໝັ້ນວ່າ ການໄດ້ຮັບວັກຊີນແອດ ສະຕຣາເຊນີກາ ໃນຄັ້ງນີ້ ຈະຊ່ວຍ ເລັ່ງລັດການບັນລຸເປົ້າໝາຍການ ສັກວັກຊີນ ໃຫ້ໄດ້ຢ່າງໜ້ອຍ 50% ຂອງປະຊາຊົນລາວພາຍໃນທ້າຍ ປີ 2021 ນີ້. ໂດຍ: ນາງ ວິໄລພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ