ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ທີມນັກກີລາເຫຼົ່າຮົບຊ່າງແສງ ກຽມພ້ອມເຂົ້າຮ່ວມການແຂ່ງຂັນ ອາມີເກມ ທີ່ ສ ຣັດເຊຍ
ເວລາອອກຂ່າວ: 2021-08-03 08:24:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 854 | ຄວາມນິຍົມ:



ວັນທີ 30 ກໍລະກົດ 2021 ນີ້, ສະຫາຍ ພົນຕີ ວົງສອນ ອິນ ປານພິມ ກໍາມະການຄະນະປະ ຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ພ້ອມດ້ວຍຄະນະ ໄດ້ລົງ ຊີ້ນໍາຕິດຕາມຂະບວນການເຝິກ ຊ້ອມຂອງທິມນັກກີລາເຫຼົ່າຮົບ ຊ່າງແສງ ກອງທັບປະຊາຊົນຊາວ ທີ່ຈະເດີນທາງເຂົ້າຮ່ວມການ ແຂ່ງຂັນກີລານາໆຊາດ ອາມີ ເກມ (ARMY GAMES 2021) ທີ່ ສ ຣັດເຊຍ ຢູ່ສະໜາມຫັດແອບກອງພັນຂ້າມຜ່ານ 588. ສະຫາຍ ພັນໂທ ອານຸສັກ ພົມ ວົງສາ ຄະນະຮັບຜິດຊອບຄູເຝິກ ທິມນັກກີລາເຫຼົ່າຮົບຊ່າງແສງ ໄດ້ລາຍງານໃຫ້ຊາບຜ່ານການເຝິກຊ້ອມໃນຜ່ານມາ: ພາຍຫຼັງ ທີ່ໄດ້ຮັບການແຈ້ງການຈາກປະ ເທດເຈົ້າພາບກ່ຽວກັບການແຂ່ງ ຂັນ ອາມີເກມ ປີ 2021 ເຫຼົ່າຮົບ ຊ່າງແສງ ໄດ້ກະກຽມຄວາມພ້ອມ ໃນດ້ານຕ່າງໆເປັນຕົ້ນແມ່ນໄດ້ ຄັດເລືອກບຸກຄະລາກອນທີ່ຈະ ສົ່ງເຂົ້າຮ່ວມແຂ່ງຂັນ ໂດຍແມ່ນ ພະນັກງານ-ນັກຮົບຢູ່ບັນດາກົມກອງເຫຼົ່າຮົບຂອງຕົນ ຈາກນັ້ນ, ກໍໄດ້ສ້າງແຜນການອົບຮົມ-ຫັດ ແອບ, ກະກຽມພາຫະນະ ແລະ ວັດ ຖຸຮັບປະກັນຕ່າງໆ ທີ່ຈະນໍາໃຊ້ ເຂົ້າໃນການອົບຮົມ-ຫັດແອບ, ເຊິ່ງການອົບຮົມ-ຫັດແອບ ແມ່ນ ປັດໄຈສໍາຄັນໃນການກະກຽມ ຄວາມພ້ອມ, ໂດຍໄດ້ສຸມໃສ່ອົບ ຮົມພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງນັບແຕ່ທ້າຍ ເດືອນມິຖຸນາ ຫາເດືອນ ກໍລະ ກົດ, ໄດ້ເລັ່ງໃສ່ເຝິກຊ້ອມວິທີການ ເຄື່ອນໄຫວຂອງຈຸລົດ, ຂັບຂີ່ລົດ ຜ່ານສິ່ງກີດຂວາງໃຫ້ມີຄວາມ ຊໍານານ ສົມທົບໃສ່ຈັງຫວະວິທີ ການຂຶ້ນລົດ-ລົງລົດ, ຈັງຫວະ ການປະສານລະຫວ່າງຜູ້ບັນຊາ, ຜູ້ຂັບລົດ ເພື່ອໃຫ້ມີຄວາມເປັນ ເອກະພາບກັນ, ຮັບປະກັນໃຫ້ເວ ລາແຂ່ງຂັນຕົວຈິງປະຢັດເວລາ ໄດ້ດີ, ພ້ອມກັນນັ້ນ, ກໍໄດ້ປະເມີນ ຜົນການອົບຮົມ-ຫັດແອບຕາມ ແຕ່ລະໄລຍະ, ມາຮອດປັດຈຸບັນນີ້ ເຫັນວ່ານັກກີລາແມ່ນມີຄວາມ ວ່ອງໄວ, ຄ່ອງແຄ້ວ ແລະ ເຂັ້ມ ແຂງໃນການຂັບລົດຜ່ານເສັ້ນ ຂະໜານທີ່ໄດ້ກຳນົດໄວ້, ສໍາລັບ ການອົບຮົມ-ຫັດແອບ ໃນໄລຍະ ຜ່ານມາ, ອົງການຈັດຕັ້ງຂັ້ນເທິງ ໄດ້ອໍານວຍຄວາມສະດວກທາງ ດ້ານວັດຖຸຮັບປະກັນ, ພາຫະນະ ຮັບໃຊ້ຕ່າງໆ ເຮັດໃຫ້ການອົບ ຮົມ-ຫັດແອບດໍາເນີນໄປໄດ້ດີ ແລະ ປະຕິບັດໄດ້ຕາມແຜນການ. ການເຂົ້າຮ່ວມແຂ່ງຂັນ ອາ ມີເກມ ໃນຄັ້ງນີ້, ທີມນັກກີລາເຫຼົ່າ ຮົບຊ່າງແສງຈະເຂົ້າຮ່ວມແຂ່ງ ຂັນປະເພດກີລາ (SAFE ROUTE) ຫຼື ເອີ້ນວ່າ (ເສັ້ນ ທາງທີ່ປອດໄພ) ປະກອບມີ 2 ພາກສ່ວນຄື: ພາກສ່ວນພາຫະ ນະເຕັກນິກ ແລະ ພາກສ່ວນເກັບ ກູ້ມິນ, ພາກສ່ວນພາຫະນະເຕັກ ນິກ ປະກອບມີ 1 ຈຸຈໍານວນພົນ 12 ສະຫາຍ, ພາຫະນະໃນການ ແຂ່ງຂັນມີ ລົດກ່າຍຂົວ TMM-3 ຈໍານວນ 3 ຄັນ, ລົດ PTS ຈຳ ນວນ 2 ຄັນ, ມີໜ້າທີ່ຮັບປະກັນ ກ່າຍຂົວຂ້າມຜ່ານແມ່ນ້ຳ, ຜ່ານ ສິ່ງກິດຂວາງຕ່າງໆ, ສ່ວນຈຸນັກ ກວດ-ກູ້ມິນປະກອບມີ 1 ຈຸ, ມີ ຈຳນວນພົນ 5 ສະຫາຍ, ປະກອບ ມີຈັກກວດມິນ 5 ເຄື່ອງ, ເຮັດໜ້າ ທີ່ທຳລາຍສິ່ງກີດຂວາງ, ກວດກູ້ ມິນຕາມເສັ້ນທາງເຄື່ອນທັບ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ບັນດາພາຫະນະຕ່າງໆ. ໃນວັນດຽວກັນນີ້, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຮັກສາການຫົວໜ້າ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມ ຢາມຖາມຂ່າວທິມນັກກີລາເຫຼົ່າ ຊ່າງແສງ ພ້ອມທັງກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ຮັບຜິດຊອບທຸກພາກສ່ວນ ແລະ ນັກກີລາແຕ່ລະສະຫາຍທີ່ໄດ້ ຕັ້ງໜ້າສຸມໃສ່ອົບຮົມ-ຫັດແອບ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກ ເຮັດໃຫ້ການຫັດແອບເຝິກ ຊ້ອມຄັ້ງນີ້ສໍາເລັດຕາມແຜນ ການທີ່ວາງໄວ້, ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາຕະຫຼອດ ຮອດພະນັກງານ-ນັກຮົບກົມກອງເຫຼົ່າຮົບວິຊາສະ ເພາະຊ່າງແສງ ສືບຕໍ່ຍົກສູງ ຄວາມຮັບຜິດຊອບຂອງຕົນຕໍ່ໜ້າ ທີ່ການເມືອງທີ່ໄດ້ຮັບມອບໝາຍ ມີຄວາມມານະອົດທົນ, ກະຕືລື ລົ້ນ, ສືບຕໍ່ປັບປຸງຕົນເອງ, ປັບ ປຸງເຫຼົ່າ ຮົບໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ, ຖອດຖອນບົດຮຽນນໍາກອງທັບປະເທດເພື່ອນມິດ, ໂດຍສະເພາະກອງທັບ ຣັດເຊຍ ໃນການນຳໃຊ້ພາຫະນະ-ອາວຸດ ທີ່ທັນສະໄໝ. ພ້ອມກັນນັ້ນ, ກໍ ຕ້ອງເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນ, ປັບປຸງ ແບບແຜນການນໍາພາ-ບັນຊາ, ແບບແຜນວິທີເຮັດວຽກໃຫ້ສອດ ຄ່ອງ ແລະ ທີມນັກກີລາທີ່ຈະເຂົ້າ ຮ່ວມແຂ່ງຂັນໃນປີນີ້ ຈົ່ງສືບຕໍ່ກະ ກຽມຄວາມພ້ອມຮອບດ້ານແຕ່ ນີ້ຮອດມື້ເດີນທາງ, ພ້ອມກັນອົດ ທົນຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການເພື່ອເຮັດສໍາເລັດໜ້າທີ່ ຂອງຕົນທີ່ກອງທັບ ແລະ ປະເທດ ຊາດມອບໝາຍໃຫ້ມີຜົນສຳເລັດ. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ