ປະດັບຫຼຽນໄຊ ໃຫ້ສູນກາງການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບ ຕາມລຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ
ເວລາອອກຂ່າວ: 2021-08-04 08:37:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1102 | ຄວາມນິຍົມ: ![]()
ວັນທີ 3 ສິງຫາ 2021 ນີ້, ສູນກາງການຮ່ວມມືປະຕິບັດກົດ ໝາຍ ແລະ ຮັກສາຄວາມສະຫງົບ ຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າ
ຂອງ ຢູ່ທີ່ນະຄອນຄຸນໝິງ ແຂວງ ຢູນນານ ສປ ຈີນ ໄດ້ປະດັບຫຼຽນ ໄຊພິລະອາດຫານຊັ້ນ II ແລະ ຊັ້ນ III ຂອງກະຊວງປ້ອງກັນ ປະເທດ ແຫ່ງ ສປປ ລາວ ໃຫ້ກົມ ກອງລວມໝູ່ ແລະ ບຸກຄົນທີ່ມີ ຜົນງານດີເດັ່ນປະກອບສ່ວນເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ການຕ້ານ ແລະ ສະກັດກັ້ນບັນດາອາຊະຍາກຳຕ່າງໆຢູ່ໃນຂົງເຂດ ລຸ່ມແມ່ນ້ຳຂອງ ໂດຍມີ ສະຫາຍ ເຈີງປາຍກັງ ເລຂາທິການສູນ ກາງການຮ່ວມມືປະຕິບັດກົດ ໝາຍ ແລະ ຮັກສາຄວາມສະຫງົບ ຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າ ຂອງ ພ້ອມດ້ວຍຄະນະ ແລະ ພະ ນັກງານສູນດັ່ງກ່າວເຂົ້າຮ່ວມ.
ສະຫາຍ ພັນເອກ ອໍາພັນ ໄຊຍາສຸບັດ ຮອງເລຂາທິການ ສູນກາງການຮ່ວມມືປະຕິບັດກົດ ໝາຍ ແລະ ຮັກສາຄວາມສະ ຫງົບຕາມລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຮອງຫົວໜ້າກົມທະ ຫານຊາຍແດນ ກົມໃຫຍ່ເສນາ ທິການ ກອງທັບປະຊາຊົນລາວ ໄດ້ຕາງໜ້າກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ ປະດັບ ຫຼຽນໄຊພິລະອາດຫານຊັັ້ນ II ໃຫ້ກົມກອງລວມໝູ່ ຈໍານວນ 1 ໜ່ວຍ; ຫຼຽນໄຊພິລະອາດຫານ ຊັ້ນ II ຈໍານວນ 2 ສະຫາຍ ແລະ ຫຼຽນໄຊພິລະອາດຫານ ຊັ້ນ III ຈໍານວນ 4 ສະຫາຍ.
ໃນໄລຍະຜ່ານມາສູນກາງ ການຮ່ວມມື ປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຕາມ ລໍາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນ ການປະກອບສ່ວນການຕ້ານ ແລະ ສະກັດກັັ້ນບັນດາອາຊະ ຍາກໍາຕ່າງໆຢູ່ ໃນຂົງເຂດລຸ່ມ ແມ່ນໍ້າຂອງໃຫ້ມີຄວາມສະຫງົບ ປອດໄພ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍດີ, ພ້ອມດຽວກັນ
ນັ້ນຍັງໄດ້ໃຫ້ຊ່ວຍເຫຼືອຝ່າຍ ລາວ ເປັນຕົ້ນແມ່ນການກໍ່ສ້າງພື້ນ ຖານໂຄງລ່າງໃຫ້ກົມກອງທະ ຫານຊາຍແດນ, ກົມກອງກໍາ ລັງປ້ອງກັນຄວາມສະຫງົບ, ຊ່ວຍ ເຫຼືອພາຫະນະປະເພດເຮືອລາດ ຕະເວນ, ລົດ, ວັດຖຸ ອຸປະກອນ ເຕັກນິກຮັບໃຊ້ວຽກງານວິຊາ ສະເພາະ ແລະ ປະກອບສ່ວນເປັນ ເງິນເພື່ອຊ່ວຍບັນເທົາທຸກໃຫ້ແກ່ ຜູ້ປະສົບໄພເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກທີ່ ແຂວງອັດຕະ ປື ອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















