ໂຮງງານ ອ 674 ຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2021-08-04 08:40:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1158 | ຄວາມນິຍົມ: ![]()
ໃນລະຫວ່າງວັນທີ 26-30
ກໍລະກົດ 2021, ໂຮງງານ ອ 674 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍລູກປືນແທ້, ເພື່ອກວດກາດັດ
ແປງເຕັກນິກປືນ ປະຈຳປີ 2021, ເຊິ່ງມີປືນໃຫຍ່ໜ້າດິນ, ປືນປ້ອງ
ກັນອາກາດ, ປືນທະຫານຮາບ ແລະ
ທັງເປັນການລົງເຝິກແອບປະຕິ ບັດຕົວຈິງໃຫ້ແກ່ນັກຮຽນນາຍ ຊ່າງສ້ອມແປງປືນປ້ອງກັນອາ ກາດ ຊຸດທີ VII ແລະ II ໂດຍການ
ເຂົ້າຮ່ວມຂອງ ສະຫາຍ ພົນຈັດ
ຕະວາ ຄອນສະຫວັນ ມິ່ງຈຳປາ ບານ ກຳມະການຄະນະພັກກະ ຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ເຕັກນິກກອງທັບ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມຕິດຕາມກວດກາດັດແປງອາວຸດ ແຕ່ລະຊະນິດ ຄື: ກົມປືນໃຫຍ່ໜ້າ ດິນ, ກົມປ້ອງກັນອາກາດ, ກົມເສ ນາເຕັກນິກ, ກົມຄຸ້ມຄອງອາວຸດ-
ກະສຸນ, ວິທະຍາຄານກົມມະດຳ, ກອງພັນໃຫຍ່ 641, 642, 643, 605 ແລະ ມີຄະນະພັກ-ຄະນະ ບັນຊາ, ຄູ-ອາຈານ ແລະ ນັກ ຮຽນ ເຂົ້າຮ່ວມ.
ສະຫາຍ ພັນໂທ ບັນທະວີ ເພັງ
ພູນສະຫວັດ ຄະນະອຳນວຍການ
ໂຮງງານ ອ 674 ລາຍງານໃຫ້
ຮູ້ວ່າ: ໃນການຍິງກວດກາເຕັກ ນິກ ແລະ ສ້ອມແປງດ້ວຍລູກ ປືນແທ້ໃນຄັ້ງນີ້ແມ່ນການປັບ ປຸງກຳລັງກໍ່ສ້າງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ພ້ອມທັງຍົກສູງຄວາມຮູ້, ຄວາມ ສາມາດ, ກຳແໜ້ນທິດສະດີ-ຫຼັກການໃນການປະກອບສ້າງ ອາວຸດຂອງນັກຮຽນສ້ອມແປງ ປືນປ້ອງກັນອາກາດ ຊຸດທີ VII ແລະ II ໃຫ້ມີແບບແຜນທັນສະ ໄໝ ແລະ ມີຄວາມຊຳນິຊຳ ນານ.
ໂດຍ: ທອງຈັນ ພູພະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















