ຈັດກອງປະຊຸມສະພາວິທະຍາສາດ
ເວລາອອກຂ່າວ: 2021-08-04 08:50:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1293 | ຄວາມນິຍົມ: ![]()
ໃນທ້າຍເດືອນ ກໍລະກົດ 2021, ວິທະຍາຄານພະລາທິ ການກອງທັບ ໄດ້ຈັດກອງປະ ຊຸມສະພາວິທະຍາສາດ, ໂດຍ ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບົວເຮືອງ ສົມຟອງ ບຸດຕາຂັນ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງ ທັບ, ມີຄະນະພັກ-ຄະນະບັນ ຊາ 6 ຫ້ອງ 2 ກອງພັນ, ຫົວ ໜ້າຄະນະວິຊາຄູ ແລະ ພະນັກ ງານວິຊາການທີ່ກ່ຽວຂ້ອງເຂົ້າ ຮ່ວມ. ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້, ແມ່ນໄດ້ຜ່ານ, ຄົ້ນຄວ້າ ເອກະສານໃນຫົວຂໍ້ ກອງພົນທະ ຫານຮາບສູ້ຮົບບຸກຕີສັດຕູຈັ້ງ ທ່າຢູ່ພູມີປະເທດພູຜາປ່າດົງ. ເພື່ອເຮັດໃຫ້ເອກະສານ, ຫຼັກ ສູດການຮຽນ-ການສອນ ມີເນື້ອ ໃນທີ່ຄົບຖ້ວນສົມບູນ, ສາມາດ ນຳໄປໃຊ້ໃນວຽກງານຕົວຈິງໄດ້ ແລະ ຫັນເປັນທັນສະໄໝເທື່ອ ລະກ້າວ. ໃນກອງປະຊຸມແຕ່ລະ ສະຫາຍ ໄດ້ຜັດປ່ຽນກັນປະ ກອບຄຳຄິດຄຳເຫັນຂອງຕົນຕໍ່ ເອກະສານດັ່ງກ່າວບົນພື້ນຖານ
ຄວາມເປັນເອກະພາບໃນໝູ່ຄະ ນະເພື່ອປັບປຸງສ່ວນທີ່ຂາດເຫຼືອ ເຮັດໃຫ້ເອກະສານດັ່ງກ່າວມີເນື້ອ
ໃນອຸດົມສົມບູນຂຶ້ນ ແລະ ສາມາດ
ນຳໄປໃຊ້ໃນການຮຽນ-ການ ສອນໃຫ້ໄດ້ຮັບຜົນຕາມຄາດ ໝາຍ.
ສະຫາຍປະທານ ໄດ້ສະຫຼຸບສັງ
ລວມພ້ອມທັງເອກະພາບຄືນຕໍ່ ເນື້ອໃນຈິດໃຈຂອງກອງປະຊຸມ, ທັງໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ທຸກພາກສ່ວນ, ພ້ອມທັງ ໄດ້ເນັ້ນໜັກບາງບັນຫາເປັນຕົ້ນ ແມ່ນການຍົກສູງຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບ ມອບໝາຍ ຈົ່ງພ້ອມກັນສຸມທຸກ ສະຕິປັນຍາເຂົ້າໃນໜ້າທີ່ວຽກ ງານທີ່ຕົນຮັບຜິດຊອບເພື່ອເຮັດ ໃຫ້ກົມກອງກໍຄືວິທະຍາຄານມີ ບາດກ້າວຂະຫຍາຍຕົວຢ່າງບໍ່ ຢຸດຢັ້ງ.
ໂດຍ: ສົມພອນ ນໍລະສິງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















