ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ຄະນະສະເພາະກິດກະຊວງປ້ອງກັນປະເທດເຄື່ອນໄຫວຊີ້ນຳວຽກງານປ້ອງກັນໂຄວິດ-19
ເວລາອອກຂ່າວ: 2021-08-04 08:54:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1368 | ຄວາມນິຍົມ:



ໃນວັນທີ 30 ກໍລະກົດ 2021, ຄະນະສະເພາະກິດກະ ຊວງປ້ອງກັນປະເທດ ໄດ້ລົງ ເຄື່ອນໄຫວຊີ້ນຳວຽກງານປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂການ ລະບາດຂອງພະຍາດໂຄວິດ-19 ຢູ່ກອງບັນຊາການທະຫານ ແຂວງຄຳມ່ວນ ເຊິ່ງນຳໂດຍ ສະ ຫາຍ ພົນຕີ ວໍລະສານ ວິລັດດາ ວົງ ກຳມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າ ກົມເສນາຮັກ ກົມໃຫຍ່ພະລາ ທິການກອງທັບ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ຄຳພາ ຕາງຊາຢຸດ ຮອງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານ ແຂວງຄຳມ່ວນ ພ້ອມດ້ວຍຄະ ນະພັກ-ຄະນະ ບັນຊາອົງການ, 5 ຫ້ອງ ແລະ ພະແນກການທີ່ ກ່ຽວຂ້ອງເຂົ້າຮ່ວມ. ການລົງເຄື່ອນໄຫວຂອງ ຄະນະສະເພາະກິດກະຊວງປ້ອງ ກັນປະເທດຄັ້ງນີ້, ໄດ້ຮັບຟັງ ການລາຍງານສະພາບການ ເຄື່ອນໄຫວ, ຈັດຕັ້ງປະຕິບັດວຽກ ງານການສະກັດກັ້ນ ແລະ ຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19, ຈາກຄະນະພັກ- ຄະນະບັນຊາ ກອງບັນຊາການ ທະຫານແຂວງຄຳມ່ວນ ພ້ອມ ນັ້ນ, ສະຫາຍ ພົນຕີ ວໍລະສານ ວິ ລັດດາວົງ ໄດ້ໂອ້ລົມ ແລະ ຊີ້ນໍາ ຕໍ່ຄະນະພັກ-ຄະນະບັນຊາ ກອງ ບັນຊາການທະຫານແຂວງຄຳ ມ່ວນແຕ່ລະຂັ້ນ ໃຫ້ສືບຕໍ່ຈັດ ຕັ້ງປະຕິບັດຕາມຄຳສັ່ງເລກ 15/ນຍ, ວ່າດ້ວຍການເພີ່ມທະ ວີມາດຕະການປ້ອງກັນສະກັດ ກັ້ນ, ຄວບຄຸມ ແລະ ກຽມພ້ອມ ຮອບດ້ານ ເພື່ອຕອບຕ້ານກັບພະ ຍາດໂຄວິດ-19 ໃຫ້ເຂັ້ມງວດ, ສືບຕໍ່ເຮັດໜ້າທີ່ການເມືອງຂອງ ກົມກອງໃນການຕິດຕາມກວດ ກາບໍລິເວນຊາຍແດນຕາມຂອບ ເຂດຮັບຜິດຊອບຂອງຕົນຢ່າງ ໃກ້ຊິດໂດຍຈັດຕັ້ງກຳລັງອອກ ເຄື່ອນໄຫວສາລະເວປ້ອງກັນ ເວນຍາມທາງນໍ້າ ແລະ ທາງບົກ ຕະຫຼອດ 24 ຊົ່ວໂມງ ຢ່າງເຄັ່ງ ຄັດ ແລະ ປະສານສົມທົບກັນ ແໜ້ນກັບກຳລັງທຸກພາກສ່ວນ ອ້ອມຂ້າງທີ່ກ່ຽວຂ້ອງໃນຂອບ ເຂດທີ່ຕົນຮັບຜິດຊອບເຮັດໜ້າ ທີ່ ເພື່ອສະກັດກັ້ນບໍ່ໃຫ້ກຸ່ມຄົນ ລັກລອບຂ້າມຕາມບໍລິເວນຊາຍ ແດນໂດຍບໍ່ໄດ້ຮັບອະນຸຍາດຈາກ ພາກສ່ວນທີ່ກ່ຽວຂ້ອງຢ່າງເດັດ ຂາດ ແລະ ຈົ່ງພ້ອມກັນຕັ້ງໜ້າ ເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ເພື່ອຮັບ ປະກັນການ ສະກັດກັ້ນ ແລະ ຕ້ານ ການແຜ່ລະບາດຂອງພະ ຍາດໂຄວິດ-19 ໃຫ້ຫຼຸດໜ້ອຍ ຖອຍລົງເທື່ອລະກ້າວ, ໂອກາດ ດັ່ງກ່າວຄະນະສະເພາະກິດກະ ຊວງປ້ອງກັນປະເທດຍັງໄດ້ມອບ ອຸປະກອນການແພດ ແລະ ເຄື່ອງ ປ້ອງກັນພະຍາດໂຄວິດ-19 ຈໍາ ນວນໜຶ່ງໃຫ້ກັບກອງບັນຊາ ການທະຫານແຂວງຄຳມ່ວນ ຕື່ມອີກ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ