ກະຊວງປ້ອງກັນປະເທດສະຫຼຸບຕີລາຄາວຽກງານປ້ອງກັນຊາດ
ເວລາອອກຂ່າວ: 2021-08-04 08:56:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1503 | ຄວາມນິຍົມ: ![]()
ໃນວັນທີ 3 ສິງຫາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ ຈັດກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານ ປ້ອງກັນ ຊາດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2021 ໂດຍການເປັນ ປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ມີ ຄະນະພັກ-ຄະນະນຳກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການ ກະຊວງ, ຄະນະພັກ-ຄະນະບັນ ຊາອົງການ, ກົມກອງກຳລັງ ຫຼວງ-ກຳລັງທ້ອງຖິ່ນ, ວິທະຍາ ຄານ, ໂຮງຮຽນ, ໂຮງໝໍ ຕະ ຫຼອດຮອດຫົວໜ່ວຍທຸລະກິດ ທົ່ວກອງທັບ ເຂົ້າຮ່ວມ.
ການດໍາເນີນກອງປະຊຸມຄັ້ງນີ້, ໃນທ່າມກາງທົ່ວກອງທັບເຮົາ ພວມຈັດຕັ້ງຜັນຂະຫຍາຍການ ຈັດຕັ້ງປະຕິບັດມະຕິຂອງກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະ ຊາຊົນປະຕິວັດລາວ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ພິເສດແມ່ນຜົນສຳເລັດຂອງກອງ ປະຊຸມຄົບຄະນະບໍລິຫານງານ ສູນກາງພັກສະໄໝວິສາມັນ ຄັ້ງ ທີ 1 ສະໄໝທີ XI, ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງ ກັນປະເທດເຂົ້າສູ່ຊີວິດຕົວຈິງ, ຕິດພັນກັບຂະບວນການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ, ການກໍ່ສ້າງກອງ 3 ປອດ, ການສ້າງກົມກອງວັດທະນະທໍາ ແລະ ນັກຮົບວັດທະນະທໍາ, ຂະ ບວນການແຂ່ງຂັນຮັກຊາດ ແລະ
ພັດທະນາຂອງບັນດາກົມກອງທີ່
ເຕັມໄປດ້ວຍເນື້ອໃນຄວາມໝາຍ ເລິກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ບັນລຸຕາມຈຸດປະສົງ-ຄາດ
ໝາຍທີ່ວາງໄວ້ ພ້ອມນີ້, ສະຫາຍ
ປະທານໄດ້ຮຽກຮ້ອງໃຫ້ບັນ ດາສະຫາຍທີ່ເຂົ້າຮ່ວມກອງ ປະຊຸມຄັ້ງນີ້, ຈົ່ງພ້ອມກັນ ຄົ້ນຄວ້າບັນດາເນື້ອໃນຂອງ ກອງປະຊຸມ ເປັນເຈົ້າການຍົກ ສູງຈິດໃຈຄວາມຮັບຜິດຊອບ ໃນການເບິ່ງບັນຫາໃຫ້ລະອຽດຖີ່ ຖ້ວນ, ຕີລາຄາສະພາບການຢ່າງ ພາວະວິໄສ; ມີການວິເຄາະ, ວິ ໄຈ, ໄຈ້ແຍກບັນຫາໃຫ້ເລິກເຊິ່ງ ເຖິງຖອງ, ຮອບຄອບ, ຢືນຢູ່ບົນ ຈິດໃຈບຸກທະລຸ, ມີຄວາມເປັນ ເອກະພາບ ແລະ ເຊື່ອໝັ້ນຕໍ່ກໍາ ລັງແຮງສັງລວມ; ເບິ່ງຄືນບັນ ດາໜ້າວຽກທີ່ເຮັດໄດ້ ແລະ ບັນ ຫາທີ່ຫຍໍ້ທໍ້-ຄົງຄ້າງ ເພື່ອກໍານົດ ທິດທາງວຽກງານຈຸດສຸມໃນ 6 ເດືອນທ້າຍປີ 2021 ໃຫ້ແທດ ເໝາະກັບສະພາບການຕົວຈິງ ຂອງກອງທັບເຮົາ, ບົນພື້ນຖານ
ການຊຸກຍູ້ຂະບວນການປະຕິບັດ ໜ້າທີ່ວຽກງານໃນດ້ານຕ່າງໆ ເຮັດໃຫ້ມີການຫັນປ່ຽນທີ່ຕັ້ງ ໜ້າຫຼາຍຂຶ້ນເກີດໝາກຜົນຕົວ ຈິງ.
ສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ກຳມະການຄະ ນະພັກກະຊວງ, ຮັກສາການ ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດໄດ້ຜ່ານບົດສະ ຫຼຸບມີເນື້ອໃນບາງຕອນວ່າ: ໃນໄລ ຍະຜ່ານ ມາພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກກະຊວງປ້ອງ ກັນປະເທດ ກໍຄືຄະນະພັກ-ຄະ ນະບັນຊາແຕ່ລະຂັ້ນໃນການ ຈັດຕັ້ງປະຕິບັດແນວທາງນະ ໂຍບາຍຂອງພັກ ແລະ ວຽກ ງານຈຸດສຸມຂອງກະຊວງປ້ອງ ກັນປະເທດພວກເຮົາ ສາມາດ ຍາດໄດ້ຜົນສໍາເລັດໃນຫຼາຍ ດ້ານທີ່ພົ້ນເດັ່ນເປັນຕົ້ນແມ່ນ ການຈັດຕັ້ງຄົ້ນຄວ້າເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກອງປະຊຸມອື່ນໆ ທີ່ປິ່ນອ້ອມ, ສ່ວນກອງທັບເຮົາ ແມ່ນຍັງຮັບປະກັນໄດ້ສະຖຽນ ລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ມີຄວາມ ສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ຊ່ວຍ ເຫຼືອກອບກູ້ໄພພິບັດທາງທຳມະ ຊາດ ແລະ ການແຜ່ລະບາດ ຂອງພະຍາດຕ່າງໆ ເປັນຕົ້ນ ແມ່ນພະຍາດໂຄວິດ-19 ໃນ ຂອບເຂດທົ່ວປະເທດຢ່າງທົ່ວ ເຖິງ ແລະ ມີຜົນສໍາເລັດເປັນ ຢ່າງດີ. ໃນນັ້ນ, ກອງທັບເຮົາໄດ້ ເປັນກຳລັງຫຼັກແຫຼ່ງ ແລະ ເປັນ ກຳແພງອັນແໜ້ນໜາໃນການ ປ້ອງກັນປະເທດຊາດໄປຄວບ ຄູ່ກັບການເປັນເສົາຄໍ້າສຳຄັນ ຂອງຊາດສົມກັບກອງທັບວິ ລະຊົນ, ຊາດລາວວິລະຊົນ, ສ້າງໄດ້ຄວາມເຊື່ອໝັ້ນ, ຄວາມ ໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ ເຮັດໃຫ້ບົດບາດອິດທິພົນຂອງ ຊາດລາວເຮົາພົ້ນເດັ່ນຂຶ້ນໃນເວ ທີສາກົນ ແລະ ພາກພື້ນ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















