ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ວິທະຍາຄານການແພດກອງທັບ ປະກາດການຈັດຕັ້ງຂັ້ນພະແນກ
ເວລາອອກຂ່າວ: 2021-08-05 08:42:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 775 | ຄວາມນິຍົມ:



ວັນທີ 28 ກໍລະກົດ 2021, ວິທະຍາຄານການແພດກອງທັບ ໄດ້ປະກາດການຈັດຕັ້ງຂັ້ນພະ ແນກການ, ໂດຍໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ, ມີຄະນະພັກ-ຄະ ນະບັນຊາ, ຫ້ອງການ, ພະແນກ ການ, ພະນັກງານເຂົ້າຮ່ວມ. ສະຫາຍ ພັນໂທ ສີສຸດາ ວໍລະ ສິງ ຫົວໜ້າພະແນກພະນັກງານ ຫ້ອງການເມືອງກົມໃຫຍ່ພະລາທິ ການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 3066/ກມທ, ລົງ ວັນທີ 21/6/2021 ວ່າດ້ວຍ ການແຕ່ງຕັ້ງຂັ້ນພະແນກການຂອງວິທະຍາຄານການແພດກອງ ທັບ ເຊິ່ງລວມມີ 11 ພະແນກການ, ແຕ່ງຕັ້ງຫົວໜ້າພະແນກຂົນສົ່ງ 1 ສະຫາຍ, ຫົວໜ້າພະແນກບໍລິ ຫານ-ສັງລວມຫ້ອງການເມືອງ 1 ສະຫາຍ, ຫົວໜ້າ ແລະ ຮອງຫົວ ໜ້າພະແນກສະຫະພັນແມ່ຍິງ 2 ສະຫາຍ, ຫົວໜ້າພະແນກບໍລິ ຫານ- ສັງລວມຫ້ອງອົບຮົມ 1 ສະຫາຍ, ຫົວໜ້າພະແນກຈັດ ຕັ້ງພັກ 1 ສະຫາຍ, ຫົວໜ້າພະແນກ ສັງລວມຫ້ອງບໍລິຫານ-ສັງລວມ 1 ສະຫາຍ, ຫົວໜ້າພະແນກກຳ ລັງພົນ 1 ສະຫາຍ, ຫົວໜ້າ ແລະ ຮອງພະແນກໂຄງການຫຼັກສູດ 1 ສະຫາຍ, ຫົວໜ້າ ແລະ ຮອງພະ ແນກແຜນການຫ້ອງອົບຮົມ 1 ສະຫາຍ, ຮອງພະແນກນະໂຍ ບາຍ 1 ສະຫາຍ, ຮອງພະແນກແຜນ ການຫ້ອງພະລາທິການ 1 ສະ ຫາຍ. ພ້ອມດຽວກັນນັ້ນຍັງໄດ້ ຜ່ານຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ສະບັບເລກທີ 3560/ກມທ, ລົງວັນທີ 9/7/ 2021 ວ່າດ້ວຍການປະດັບທຽບ ຊັ້ນນາຍທະຫານໃຫ້ນັກສຶກສາ ທີ່ຮຽນຈົບວິຊາສະເພາະ ຈາກ ສາຍລັດ, ເຊິ່ງໄດ້ຮັບການທຽບ ຊັ້ນຮ້ອຍໂທ ຈຳນວນ 4 ສະຫາຍ. ໃນໂອກາດດັ່ງກ່າວ ສະຫາຍ ຮອງຫົວໜ້າກົມໃຫຍ່ພະລາທິ ການກອງທັບ ໄດ້ສະແດງຄວາມ ຊົມເຊີຍ ແລະ ໂອ້ລົມຕໍ່ບັນດາສະ ຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມ ກັນອຸທິດສະຕິປັນຍາ, ຄວາມຮູ້ ຄວາມສາມາດເຂົ້າໃນການນຳ ພາ-ຊີ້ນຳຂົງເຂດວຽກງານຂອງ ຕົນ ໂດຍຍຶດໝັ້ນຫຼັກການລວມ ສູນປະຊາທິປະໄຕ,ມີຄວາມສາ ມັກຄີເປັນເອກະພາບ, ມີຄວາມຮັບ ຜິດຊອບສູງຕໍ່ໜ້າທີ່ວຽກງານ ຂອງຕົນ, ສືບຕໍ່ເຝິກຝົນຫຼໍ່ຫຼອມ ຕົນເອງໂດຍສະເພາະຄຸນທາດ ການເມືອງຄຸນສົມບັດສິນທຳປະ ຕິວັດ, ປະກອບສ່ວນໃນການພັດ ທະນາກົມກອງໃຫ້ກ້າວຂຶ້ນ ໂດຍ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງກະຊວງປ້ອງກັນປະ ເທດວາງອອກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ