ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ໂຮງຮຽນທະຫານຊາຍແດນ 712 ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2021-08-05 08:47:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 810 | ຄວາມນິຍົມ:



ວັນທີ 28 ກໍລະກົດ 2021, ໂຮງຮຽນທະຫານຊາຍແດນ 712 ໄດ້ເປີດກອງປະຊຸມເຜີຍ ແຜ່ເຊື່ອມຊຶມມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ຄັ້ງ ທີ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ແລະ ສະຫຼຸບວຽກງານການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020, ໂດຍການເປັນ ປະທານ ແລະ ເຜີຍແຜ່ຂອງ ສະ ຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີສະຫາຍ ພັນເອກ ຄຳພັນເຊໃຫຍ່ ທຸມມະແສງ ຫົວ ໜ້າການເມືອງໂຮງຮຽນ ພ້ອມ ດ້ວຍຄະນະ ຕະຫຼອດຮອດພະ ນັກງານ-ນັກຮົບ ທົ່ວໂຮງຮຽນ ເຂົ້າຮ່ວມ. ໃນພິທີປະທານກອງປະຊຸມ ໄດ້ເຜີຍແຜ່ບົດລາຍງານການ ເມືອງ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ມະຕິ ວ່າດ້ວຍການເພີ່ມທະວີການ ນໍາພາຂອງພັກຕໍ່ວຽກງານວັດທະ ນະທໍາໃນໄລຍະໃຫມ່, ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ກ່ຽວກັບ ການປັບປຸງດັດແປງກົດລະບຽບ ພັກປະຊາຊົນປະຕິວັດລາວຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XI ຂອງພັກ, ດໍາລັດ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ, ຍຸດ ທະສາດ ແລະ ແຜນປະຕິບັດງານ ແຫ່ງຊາດເພື່ອຄົນພິການ, ເຜີຍ ແຜ່ຄຳແນະນຳກ່ຽວກັບການຈັດ ຕັ້ງປະຕິບັດກົດລະບຽບພັກປະ ຊາຊົນປະຕິວັດລາວ ສະໄໝທີ XI, ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ວ່າດ້ວຍການຄຸ້ມຄອງ ນາຍ ແລະ ພົນທະຫານ ທີ່ໄດ້ຮັບ ນະໂຍບາຍອຸດໜູນບໍານານ ເສຍ ອົງຄະຍ້ອນການສູ້ຮົບ, ຮັບໃຊ້ສູ້ ຮົບ ແລະ ມະຕິ ວ່າດ້ວຍການຍົກ ສູງຄຸນນະພາບວຽກງານການ ເມືອງ-ແນວຄິດໃນໄລຍະໃໝ່. ເນື້ອໃນເອກະສານໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດໃນໄລຍະ ຜ່ານມາ, ໃຫ້ເຫັນດ້ານດີ ແລະ ຜົນສຳເລັດຂອງວຽກງານການ ເມືອງ-ແນວຄິດໃນໄລຍະໃໝ່ ທິດທາງລວມ ຄາດໝາຍສູ້ຊົນ, ທັດສະນະພື້ນຖານ, ໜ້າທີ່ຕົ້ນຕໍ, ການວາງແນວທາງ ແລະ ການ ຈັດຕັ້ງປະຕິບັດ ເພື່ອເປັນບ່ອນ ອີງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ພະນັກງານ-ນັກຮົບ ໃຫ້ມີຄວາມເດັດດ່ຽວໜຽວແໜ້ນ, ບໍ່ຫວັນໄຫວຄອນແຄນຕໍ່ສະພາບ ການຕ່າງໆ, ມີສະຕິຕໍ່ກົນອຸບາຍ ມ້າງເພທໍາລາຍຂອງອິດທິກໍາ ລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ຈໍາກັດການເຊື່ອມຖອຍທາງດ້ານ ແນວຄິດ, ຄຸນສົມບັດສິນທໍາປະ ຕິວັດ ແລະ ແບບແຜນການດໍາ ລົງຊີວິດ ທັງນີ້ເພື່ອເປັນໄມ້ຫຼາວັດ ແທກໃນການຈັດຕັ້ງປະຕິບັດ ໃຫ້ ເຂົ້າໃຈເຊື່ອມຊຶມກໍາແໜ້ນ ບັນດາ ຂໍ້ກໍານົດ, ມະຕິ ແລະ ເອກະສານ ຕ່າງໆ ນຳໄປເຜີຍແຜ່ຈັດຕັ້ງຜັນ ຂະຫຍາຍໃຫ້ແທດເໝາະກັບວຽກ ງານຕົວຈິງ. ໃນໂອກາດດຽວກັນ, ຍັງໄດ້ ມອບໃບຢັ້ງຢືນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2020 ໃຫ້ໜ່ວຍພັກພະແນກການ ເມືອງ ແລະ ໜ່ວຍພັກພະແນກ ບໍລິຫານ-ສັງລວມ ໂຮງຮຽນ ໂດຍໃຫ້ກຽດມອບຂອງສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິ ການກອງທັບ ຢ່າງສົມກຽດ. ໂດຍ ສົມພອນ ດວງສີລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ