ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ແຫ່ງຕ່າງໆຈັດຕັ້ງຮັບຟັງການປາຖະກາຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-07 09:08:44 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 239840252 | ຄວາມນິຍົມ:



ໃນວັນທີ 4 ມັງກອນ 2019 ນີ້, ແຫ່ງຕ່າງໆສືບຕໍ່ຈັດ ຕັ້ງຮັບຟັງການປາຖະກະຖາມູນ ເຊື້ອວັນສ້າງຕັ້ງກອງທັບປະ ຊາຊົນ ລາວຄົບຮອບ 70 ປີ, ໃນ ນີ້, ທ່ານ ພົນໂທ ແສງນວນ ໄຊຍະ ລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ປາຖະກະ ຖາມູນເຊື້ອວັນດັ່ງກ່າວຢູ່ກະ ຊວງແຮງງານ ແລະ ສະຫວັດ ດີການສັງຄົມ, ທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບເເສງ ກຳ ມະການຄະນະພັກກົມໃຫຍ່, ຫົວ ໜ້າກົມໂຄສະນາອົບຮົມ ກົມ ໃຫຍ່ການເມືອງກອງທັບເຂົ້າ ຮ່ວມ ແລະ ປາຖະກະຖາຢູ່ທະນາ ຄານແຫ່ງ ສປປ ລາວ ແລະ ທ່ານ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ກຳມະການຄະນະພັກກະຊວງ, ຫົວໜ້າກົມປ້ອງກັນພາຍໃນ ເຂົ້າຮ່ວມ ແລະ ປາຖະກະຖາຢູ່ ອົງການກວດ ສອບແຫ່ງລັດ ເຊິ່ງຢູ່ແຕ່ລະສຳນັກງານອົງການແມ່ນມີຄະນະນຳ ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ. ໃນການປາຖະກະຖາຢູ່ແຕ່ລະ ສຳນັກງານອົງການນັກປາຖະ ກະຖາແຕ່ລະທ່ານແມ່ນ ໄດ້ຍົກ ໃຫ້ເຫັນປະຫວັດມູນເຊື້ອແຫ່ງ ການກຳເນີດເຕີບໃຫຍ່ຂະຫຍາຍ ຕົວຂອງກອງທັບປະຊາຊົນລາວ ຕະຫລອດໄລຍະ 70 ປີ ຜົນງານ ອັນພິລາດອາດຫານຂອງກອງ ທັບປະຊາຊົນລາວໃນແຕ່ໄລ ຍະທີ່ນັກຮົບຮຸ່ນເກົ່າໄດ້ດຳເນີນ ການຕໍ່ສູ້ກູ້ຊາດຕ້ານພວກຈັກ ກະພັດຕ່າງດ້າວທີ່ມາຮຸກຮານປະ ເທດລາວຂອງພວກເຮົາຢ່າງ ຍືດເຍື້ອຍາວນານ ແລະ ໄດ້ສ້າງ ຕັ້ງກອງທັບປະຊາຊົນ ລາວຂຶ້ນ ໃນວັນທີ 20 ມັງກອນ 1949 ນັບ ແຕ່ນັ້ນມາກອງທັບປະຊາຊົນ ລາວໄດ້ເຕີບໃຫຍ່ເຂັ້ມແຂງ ພາຍໃຕ້ການຊີ້ນຳນຳພາຂອງພັກ ປະຊາຊົນລາວ ນຳພາຕໍ່ສູ້ກູ້ຊາດ ຈົນຍາດມາໄດ້ໄຊຊະນະຢ່າງ ລຽນຕິດສາມາດຊີ້ນຳນຳພາປວງ ຊົນລາວບັນດາເຜົ່າທັງຊາດປົດ ປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ພາຍ ຫລັງປະເທດຊາດໄດ້ຮັບການ ປົດປ່ອຍ ກອງທັບປະຊາຊົນລາວ ໄດ້ປະກອບສ່ວນເຮັດໜ້າທີ່ ປ້ອງ ກັນຊາດປ້ອງກັນຄວາມສະຫງົບ ປົກປັກຮັກສາຜືນແຜ່ນດິນອັນ ຄົບຖ້ວນຂອງຊາດໄວ້ໄດ້ຢ່າງ ໝັ້ນຄົງ. ຈຸດປະສົງກໍເພື່ອເປັນການໂຄ ສະນາ, ສຶກສາອົບຮົມມູນເຊື້ອອັນພິລາດອາດຫານທີ່ກອງທັບ ແລະ ປະຊາຊົນລາວຍາດມາໄດ້ຕະ ຫຼອດ ໄລຍະ 70 ປີຜ່ານມາ ໃຫ້ ກວ້າງຂວາງເຮັດໃຫ້ພະນັກງານ ລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆມີຈິດໃຈ ຮັກຊາດຮັກລະບອບໃຫມ່, ສ້າງ ຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງເພິ່ງ ຕົນເອງ, ມີສະຕິລະວັງຕົວຕໍ່ກົນ ອຸບາຍຫັນປ່ຽນໂດຍສັນຕິຂອງ ອິດທິກຳລັງປໍລະປັກ ແລະ ເປັນ ເຈົ້າການເຂົ້າຮ່ວມປະຕິບັດ ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກ ທັງເປັນ ການໂຄສະນາສຶກສາອົບຮົມ ນໍ້າໃຈປະຕິວັດ, ຄວາມກະຕັນ ຍູຮູ້ບຸນຄຸນ ແລະ ຮໍ່າຮຽນເອົາ ແບບຢ່າງຄຸນສົມບັດສິນທໍາປະ ຕິວັດ, ຄຸນງາມຄວາມດີຂອງປະ ທານໄກສອນພົມວິຫານ ກໍຄື ບັນດາຜູ້ນໍາຮຸ່ນກ່ອນ ແລະ ພະ ນັກງານປະຕິວັດ ຖືໂອກາດນີ້ ສ້າງຂະບວນການຕອບບຸນແທນ ຄຸນຜູ້ທີ່ໄດ້ເສຍສະຫລະຊີວິດ, ຜູ້ເສຍອົງຄະ, ຄອບຄົວຜູ້ທີ່ມີ ຜົນງານ ທີ່ໄດ້ປະກອບສ່ວນເຂົ້າ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕະຫຼອດໄລ ຍະ 70 ປີທີ່ຜ່ານມາອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ