ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ກອງປະຊຸມທາງໄກກ່ຽວກັບບົດບາດຂອງອົງການຈັດຕັ້ງກອງທັບອາຊຽນ ຕໍ່ວຽກງານຄຸ້ມຄອງຊາຍແດນ
ເວລາອອກຂ່າວ: 2021-08-06 19:21:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2101 | ຄວາມນິຍົມ:



ວັນທີ 4 ສິງຫາ ນີ້, ຄະນະຜູ້ ແທນກອງທັບປະຊາຊົນລາວ ນຳໂດຍ ທ່ານ ພັນເອກ ດາວໄກ ເລີດລີວັນ, ຮອງຫົວໜ້າກົມທະ ຫານຊາຍແດນ, ກົມໃຫຍ່ເສນາ ທິການກອງທັບໄດ້ເຂົ້າຮ່ວມ ກອງປະຊຸມທາງໄກຄັ້ງປະຖົມ ມະລຶກ ກ່ຽວກັບບົດບາດຂອງ ອົງການຈັດຕັ້ງກອງທັບອາ ຊຽນ ໃນການສະໜັບສະໜູນ ວຽກງານຊາຍແດນ ພາຍຫຼັງທີ່ບົດແນວຄວາມຄິດວ່າດ້ວຍ ວຽກງານດັ່ງກ່າວ ໄດ້ຮັບຮອງ ໃນກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ ໃນປີ 2019. ກອງປະຊຸມຄັ້ງນີ້ພາຍໃຕ້ການ ເປັນປະທານຂອງທ່ານ ພົນຕີ ພອນພົດ ເມດຕາວຸດທິນັນ ຫົວ ໜ້າກົມອາຊຽນ, ຫ້ອງການນະໂຍ ບາຍ ແລະ ແຜນການກະຊວງ ປ້ອງກັນປະເທດ ແຫ່ງ ຣາຊະອາ ນາຈັກໄທ ເຊິ່ງມີຜູ້ເຂົ້າຮ່ວມ ຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ສູນແພດທະ ຫານອາຊຽນ, ຜູ້ຕາງໜ້າຈາກ ຫ້ອງການ ສະຫະປະຊາຊາດ ວ່າ ດ້ວຍວຽກງານຢາເສບຕິດ ແລະ ອາຊະຍາກໍາ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອຮັບຟັງການລາຍງານ ແລະ ແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບພາລະບົດ ບາດ, ການເຮັດວຽກ ແລະ ການ ໃຫ້ການຊ່ວຍເຫຼືອບັນດາປະເທດ ສະມາຊິກອາຊຽນ ແລະ ອົງການ ຈັດຕັ້ງທີ່ກ່ຽວຂ້ອງ ໃນການຮັບ ມືກັບການລະບາດຂອງພະຍາດ ໂຄວິດ-19. ໃນກອງປະຊຸມກົມ ທະຫານຊາຍແດນກອງທັບປະ ຊາຊົນລາວ ໄດ້ນໍາສະ ເໜີກ່ຽວ ກັບພາລະບົດ ບາດ ແລະ ວິທີການ ການເຮັດວຽກຂອງກົມທະຫານ ຊາຍແດນໃນການປະກອບສ່ວນ ເຂົ້າໃນການສະກັດກັ້ນ ແລະ ຄວບ ຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ແມ່ນ ການເຮັດວຽກຮ່ວມມືກັບບັນດາ ປະເທດທີ່ມີຊາຍແດນຕິດຈອດ ກັນ, ເພີ່ມທະວີຄວາມເອົາໃຈໃສ່ໃນການລາດຕະເວນ ແລະ ຄວບຄຸມ ຕາມບໍລິເວນຊາຍແດນ ເພື່ອບໍ່ໃຫ້ມີການລັກລອບເຂົ້າ-ອອກ ປະເທດ ແບບຜິດກົດໝາຍ. ໂດຍລວມແລ້ວ ວຽກງານຊາຍ ແດນແມ່ນວຽກງານໜຶ່ງທີ່ສໍາ ຄັນບໍ່ສະເພາະແຕ່ຕໍ່ກັບການປະ ກອບສ່ວນເຂົ້າໃນການສະກັດ ກັ້ນ ແລະ ຄວບຄຸມການແຜ່ລະ ບາດຂອງພະຍາດເທົ່ານັ້ນ, ແຕ່ ຍັງມີສ່ວນສໍາຄັນໃນການສະກັດ ກັ້ນການກະທໍາທີ່ຜິດກົດໝາຍ ອື່ນໆ ເຊັ່ນ: ອາດຊະຍາກໍາຂ້າມ ຊາດ, ການຄ້າຜິດກົດໝາຍ, ການ ຄ້າຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ. ສະນັ້ນ, ເພື່ອຮັບມືກັບບັນ ດາສິ່ງທ້າທາຍທີ່ໄດ້ກ່າວມານັ້ນ, ກອງປະຊຸມໄດ້ຮຽກຮ້ອງໃຫ້ ທະ ຫານຊາຍແດນປະເທດສະມາ ຊິກອາຊຽນ ສືບຕໍ່ການຮ່ວມມືກັນ ໂດຍມີການປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອ ເຮັດໃຫ້ການເຮັດໜ້າທີ່ຂອງທະ ຫານຊາຍແດນ ມີປະສິດທິພາບ ສູງຂຶ້ນກ່ວາເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ