ລັດຖະບານຍີ່ປຸ່ນ ມອບລົດອຳບູລັງ 7 ຄັນ ໃຫ້ກະຊວງສາທາລະນະສຸກ
ເວລາອອກຂ່າວ: 2021-08-06 19:43:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1829 | ຄວາມນິຍົມ: ![]()
ໃນວັນທີ 5 ສິງຫາ ນີ້, ລັດຖະ ບານຍີ່ປຸ່ນໄດ້ມອບລົດອໍາບູລັງ ຈໍານວນ 7 ຄັນ ລວມເປັນມູນຄ່າ ທັງໝົດ 31,5 ລ້ານເຢັນ (ສະກຸນ ເງິນຍີ່ປຸ່ນ) ໂດຍພິທີມອບ-ຮັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນທີ່ກະຊວງສາທາລະນະສຸກ, ກ່າວມອບໂດຍທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊາທູດ ຜູ້ມີອຳນາດເຕັມປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຕາງໜ້າ
ຮັບໂດຍທ່ານ ປອ ບຸນແຝງ ພູມ
ມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ, ມີບັນດາຫົວໜ້າຫ້ອງການ, ຫົວໜ້າກົມອ້ອມ ຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ບຸນແຝງ
ພູມມະໄລສິດ ໄດ້ສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ການ ຊ່ວຍເຫຼືອ ຂອງລັດຖະບານຍີ່ປຸ່ນ ໂດຍຜ່ານທ່ານເອກອັກຄະລັດ ຖະທູດຍີ່ປຸ່ນປະຈໍາລາວ ເຊິ່ງເປັນ ການສະແດງເຖິງຄວາມເປັນ ຫ່ວງເປັນໄຍ ແລະ ຄວາມ ເອົາ ໃຈໃສ່ຂອງລັດຖະບານຍີ່ປຸ່ນ ຕໍ່ ລັດຖະບານ ສປປ ລາວ ດ້ວຍ ສາຍພົວພັນການຮ່ວມມືລະຫວ່າງ ສອງຝ່າຍ ແລະ ຄວາມສາມັກຄີຮັກແພງທີ່ດີຂອງພວກເຮົາຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ເພີ່ມພູນໃຫ້ເກີດດອກອອກຜົນຂຶ້ນ ໄປເລື້ອຍໆ. ພ້ອມທັງຢືນຢັນວ່າ: ຈະນໍາເອົາພາຫະນະດັ່ງກ່າວ ໄປແຈກຢາຍໃຫ້ບັນດາແຂວງທີ່ ມີຄວາມຕ້ອງການຢ່າງຮີບດ່ວນ ເພື່ອໃຫ້ທັນກັບສະພາບການລະ ບາດຂອງພະຍາດ ໂຄວິດ-19
ໂດຍສະເພາະ ແມ່ນບັນດາແຂວງ ພາກໃຕ້. ທີ່ມີຜູ້ຕິດເຊື້ອ, ເຊິ່ງມີ ຄວາມຈໍາເປັນທີ່ສຸດໃນໄລຍະເວ ລານີ້ທີ່ຈະໄດ້ນໍາສົ່ງຄົນເຈັບຕິດ ເຊື້ອໄປສະຖານກັກກັນ ແລະ ປິ່ນ ປົວຕ່າງໆຕາມຄວາມເໝາະສົມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















