ສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍຕ່າງໆດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ
ເວລາອອກຂ່າວ: 2021-08-10 08:29:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1203 | ຄວາມນິຍົມ: ![]()
ໃນວາລະການດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 7 ແລະ 9 ສິງຫາ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ, ມີບັນ ດາສະມາຊິກສະພາແຫ່ງຊາດ (ສສຊ), ກອງປະຊຸມໄດ້ພິຈາລະ ນາ ແລະ ຮັບຮອງເອົາຮ່າງກົດ
ໝາຍ ວ່າດ້ວຍ ການປັບປຸງກົດ
ໝາຍກ່ຽວກັບສ່ວຍສາອາກອນ ທີ່ຕິດພັນກັບວາລະແຫ່ງຊາດ ວ່າ
ດ້ວຍ ການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນຈຳ ນວນ 4 ສະບັບຄື: ກົດໝາຍວ່າ ດ້ວຍການຄຸ້ມຄອງສ່ວຍສາອາ ກອນ, ກົດໝາຍວ່າດ້ວຍອາ ກອນມູນຄ່າເພີ່ມ, ກົດໝາຍວ່າ ດ້ວຍ ອາກອນລາຍໄດ້ ແລະ ກົດ ໝາຍວ່າດ້ວຍ ອາກອນຊົມໃຊ້ ທີ່ສະເໜີໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ໄດ້ພິຈາ ລະນາ ແລະ ຮັບຮອງເອົາຮ່າງ ກົດໝາຍ ວ່າດ້ວຍຢາເສບຕິດ ກ່ຽວກັບການແກ້ໄຂບັນຫາຢາ ເສບຕິດນໍາສະເໜີໂດຍ ທ່ານ ພົນຕີ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ດ້ວຍຄະແນນ ສຽງເຫັນດີເປັນສ່ວນຫຼາຍ.
ຮ່າງກົດໝາຍ ວ່າດ້ວຍ ການ ປັບປຸງກົດໝາຍກ່ຽວກັບສ່ວຍ ສາອາກອນ, ໄດ້ກຳນົດເນື້ອໃນ ປັບປຸງບາງມາດຕາຂອງກົດ ໝາຍ 4 ສະບັບ, ຈໍານວນ 21 ມາດຕາ ໃນນັ້ນ, ກົດໝາຍວ່າ ດ້ວຍການຄຸ້ມຄອງສ່ວຍສາອາ ກອນປັບປຸງໃໝ່ມາດຕາ 32 ການກໍານົດເວລາການມອບ ອາກອນ; ກົດໝາຍວ່າດ້ວຍອາ ກອນມູນຄ່າເພີ່ມ ປັບປຸງ 12 ມາດຕາຄື: ມາດຕາ 11 ກິດ ຈະກໍາທີ່ຖືກເກັບອາກອນມູນ ຄ່າເພີ່ມ, ມາດຕາ 12 ກິດຈະ ກໍາທີ່ຖືກຍົກເວັ້ນອາກອນມູນ ຄ່າເພີ່ມ, ມາດຕາ 15 ພື້ນຖານ ການຄິດໄລ່ອາກອນມູນຄ່າເພີ່ມ, ມາດຕາ 17 ອັດຕາອາກອນມູນ ຄ່າເພີ່ມ, ມາດຕາ 23 ເງື່ອນໄຂ ຂອງການຫັກອາກອນມູນຄ່າ ເພີ່ມສົ້ນເຂົ້າ, ມາດຕາ 24 ອາ ກອນມູນຄ່າເພີ່ມສົ້ນເຂົ້າທີ່ບໍ່ ອະນຸຍາດໃຫ້ຫັກ, ມາດຕາ 29 ອາກອນມູນຄ່າເພີ່ມທີ່ບໍ່ອະນຸ ຍາດໃຫ້ສົ່ງຄືນ, ມາດຕາ 30 ການແຈ້ງອາກອນມູນຄ່າເພີ່ມ, ມາດຕາ 31 ການມອບອາກອນ ມູນຄ່າເພີ່ມ, ມາດຕາ 34 ການ ເຂົ້າລະບົບອາກອນມູນຄ່າເພີ່ມ, ມາດຕາ 60 ມາດຕະການຕໍ່ບຸກ ຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນທຸລະກິດຢູ່ໃນລະບົບ ອາກອນມູນຄ່າເພີ່ມ ແລະ ມາດ ຕາ 61 ປັບປຸງ ມາດຕະການຕໍ່ຜູ້ ມີອາກອນມູນຄ່າເພີ່ມຄ້າງມອບ; ກົດໝາຍວ່າດ້ວຍ ອາກອນລາຍ ໄດ້ປັບປຸງ 4 ມາດຕາຄື: ມາດ ຕາ 14 ພື້ນຖານຄິດໄລ່ອາກອນ ກຳໄລ, ມາດຕາ 16 ອັດຕາອາ ກອນກໍາໄລເພີ່ມ ຫຼື ຫຼຸດ, ມາດຕາ 18 ລາຍການທີ່ບໍ່ອະນຸຍາດໃຫ້ ເປັນລາຍຈ່າຍດ້ານສ່ວຍສາອາ ກອນ ແລະ ມາດຕາ 73 ມາດ ຕະການປັບໃໝ ແລະ ກົດໝາຍ ວ່າດ້ວຍ ອາກອນຊົມໃຊ້ໄດ້ປັບ ປຸງ 4 ມາດຕາເປັນຕົ້ນມາດຕາ 15 ອັດຕາອາກອນຊົມໃຊ້, ມາດ ຕາ 17 ກຳນົດເວລາຄິດໄລ່ເກັບ ອາກອນຊົມໃຊ້, ມາດຕາ 18 ການແຈ້ງເສຍ ແລະ ການມອບ ອາກອນຊົມໃຊ້ ແລະ ມາດຕາ
38 ປັບປຸງມາດຕະການປັບໄໝ.
ຮ່າງກົດໝາຍ ວ່າດ້ວຍຢາ ເສບຕິດ, ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ, ໄດ້ກຳນົດ ເນື້ອໃນປັບປຸງບາງມາດຕາຂອງ ກົດໝາຍ ວ່າດ້ວຍຢາເສບຕິດ ຈໍານວນ 17 ມາດຕາ ໃນນີ້ມີ ຄື: ມາດຕາ 9 ຢາເສບຕິດທີ່ ເກືອບຫ້າມ; ມາດຕາ 10 ຢາ ເສບຕິດ ແລະ ສານເຄມີທີ່ຖືກ ຄວບຄຸມການນໍາໃຊ້; ມາດຕາ 34 ຂອງກາງທີ່ກ່ຽວກັບບັນຫາ ຢາເສບຕິດ; ມາດຕາ 35 ການ ຍືດ, ການອາຍັດ, ຮີບຊັບ ແລະ ວັດຖຸສິ່ງຂອງ; ມາດຕາ 36 ການຊັດທອດ; ມາດຕາ 50 ການຄຸ້ມຄອງ ແລະ ນໍາໃຊ້ກອງ ທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ; ມາດຕາ 56 ຂໍ້ຫ້າມທົ່ວໄປ; ມາດຕາ 61 ອົງການຄຸ້ມຄອງວຽກງານຢາ ເສບຕິດ; ມາດຕາ 63 ສິດ ແລະ ໜ້າທີ່ຂອງກະຊວງປ້ອງກັນ ຄວາມສະຫງົບ; ມາດຕາ 64 ສິດ ແລະ ໜ້າທີ່ຂອງກອງບັນ ຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ; ມາດຕາ 65 ສິດ ແລະ ໜ້າທີ່ຂອງກອງ ບັນຊາການປ້ອງກັນຄວາມສະ ຫງົບເມືອງ, ເທສະບານ, ນະ ຄອນ; ມາດຕາ 65/1 ສິດ ແລະ ໜ້າທີ່ຂອງອົງການສານປະຊາ ຊົນສູງສຸດ; ມາດຕາ 65/2 ສິດ ແລະ ໜ້າທີ່ຂອງສານປະຊາຊົນ ສູງສຸດ; ມາດຕາ 65/3 ສິດ ແລະ ໜ້າທີ່ຂອງກະຊວງຍຸຕິທໍາ; ມາດຕາ 65/4 ສິດ ແລະ ໜ້າທີ່ ຂອງກະຊວງປ້ອງກັນປະເທດ; 65/5 ສິດ ແລະ ໜ້າທີ່ຂອງກະ ຊວງ, ອົງການ ແລະ ອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລະ ມາດຕາ 75/1 ມາດຕະ ການທາງອາຍາ. ພາຍຫຼັງສະ ມາຊິກສະພາແຫ່ງຊາດໄດ້ ປະກອບຄຳຄິດເຫັນແລ້ວ, ປະ ທານກອງປະຊຸມໄດ້ສັງລວມ ການປະກອບຄຳຄິດຄຳເຫັນຂອງ ສສຊ ເພື່ອໃຫ້ຄະນະຮັບຜິດ ຊອບຮ່າງກົດໝາຍນຳໄປຄົ້ນ ຄວ້າພິຈາລະນາ ແລະ ປັບປຸງ ໃສ່ບາງເນື້ອໃນຂອງກົດໝາຍ ດັ່ງກ່າວໃຫ້ຖືກຕ້ອງ, ແທດເໝາະ ສາມາດນຳໄປຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນໃນຕໍ່ໜ້າ.
ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາ ພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ ໄຂການແຜ່ລະບາດຂອງພະ ຍາດໂຄວິດ-19 ໄດ້ລາຍງານ ສະພາບການແຜ່ລະບາດຂອງ ພະຍາດ ແລະ ມາດຕະການແກ້ ໄຂຜົນກະທົບຈາກພະຍາດໂຄ ວິດ-19 ໃຫ້ຮູ້ວ່າ: ປັດຈຸບັນຫຼາຍ ປະເທດໃນທົ່ວໂລກກໍາລັງໄດ້ຮັບ ຜົນກະທົບຈາກພະຍາດໂຄວິດ- 19 ຢ່າງຮ້າຍແຮງ. ແຕ່ສໍາລັບ ປະເທດລາວຂອງພວກເຮົາກໍກໍາ ລັງໄດ້ຮັບຜົນກະທົບກັບພະຍາດ ດັ່ງກ່າວເຊັ່ນດຽວກັນ ເຖິງວ່າ ໄລຍະຜ່ານມາແມ່ນສາມາດ ຄວບຄຸມການແຜ່ລະບາດໃນຊຸມ ຊົນໄດ້ດີ ແຕ່ໄລຍະເດືອນມິຖຸນາ ຫາກໍລະກົດ ແຮງງານລາວໄດ້ ຫຼັ່ງໄຫຼກັບຄືນປະເທດ ຈຶ່ງມີກໍ ລະນີຕິດເຊື້ອນໍາເຂົ້າຈາກປະ ເທດໃກ້ຄຽງເພີ່ມຂຶ້ນໃນແຕ່ລະ ວັນ, ນອກນັ້ນຍັງເປັນຍ້ອນສະ ຖານທີ່ຈໍາກັດບໍລິເວນບໍ່ພຽງພໍ, ບໍ່ໄດ້ມາດຕະຖານ ແລະ ແອອັດ ບໍ່ສາມາດປະຕິບັດໄລຍະຫ່າງ ຈຶ່ງພົບກໍລະນີຕິດເຊື້ອເມື່ອຈໍາ ກັດບໍລິເວນຄົບ 14 ວັນແລ້ວ ແລະ ນໍາເຊື້ອໄປຕິດໃນຊຸມຊົນ ຢູ່ບາງແຂວງ, ມາຮອດວັນທີ 7 ສິງຫາ 2021 ທົ່ວປະເທດມີຜູ້ ຕິດເຊື້ອພະຍາດໂຄວິດ-19 ສະ ສົມທັງໝົດ 8.132 ກໍລະນີ (ຕິດເຊື້ອຊຸມຊົນໃນປະເທດ 1.813 ກໍລະນີ ແລະ ນໍາເຂົ້າ ຈາກຕ່າງປະເທດ 6.319 ກໍ ລະນີ) ປິ່ນປົວຫາຍດີ 4.179 ຄົນກໍາລັງປິ່ນປົວ 3.946 ຄົນ ແລະ ເສຍຊີວິດ 7 ຄົນ. ຕໍ່ກັບ ສະພາບການດັ່ງກ່າວພັກ-ລັດ ກໍຄືພາກສ່ວນກ່ຽວຂ້ອງໄດ້ເອົາ ໃຈໃສ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບດັ່ງກ່າວຢ່າງຕັ້ງ ໜ້າເຊັ່ນວ່າ: ເຝົ້າລະວັງ, ຄວບ ຄຸມ, ຕອບໂຕ້, ປິ່ນປົວ, ອະນາໄມ ແລະ ຂ້າເຊື້ອ, ສັກວັກຊີນ ແລະ ອື່ນໆ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















