ປະທານປະເທດ ສສ ຫວຽດນາມ ຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ
ເວລາອອກຂ່າວ: 2021-08-10 08:33:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1939 | ຄວາມນິຍົມ: ![]()
ໂດຍຕອບສະໜອງຕາມຄຳ ເຊີນຂອງ ສະຫາຍ ທອງລຸນ ສີ ສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະ ເທດແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ, ສະ ຫາຍ ຫງວຽນ ຊວັນ ຟຸກ, ກໍາມະ ການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ, ປະທານ ປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ພ້ອມ ດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ, ໄດ້ເດີນທາງມາ ຢ້ຽມຢາມສັນຖະວະໄມຕີຢ່າງ ເປັນທາງການຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນວັນທີ 9-10 ສິງຫາ 2021, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດ ລາວ ແລະ ຫວຽດ ນາມ.
ໃນຕອນເຊົ້າຂອງວັນທີ 09 ສິງຫາ 2021 ນີ້, ທີ່ທຳນຽບປະ ທານປະເທດ, ໄດ້ມີພິທີຕ້ອນຮັບ ຢ່າງເປັນທາງການ, ເຊິ່ງດຳເນີນ ໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ສົມກຽດ. ຫຼັງຈາກນັ້ນ, ປະ ທານປະເທດທັງສອງ ກໍໄດ້ດໍາ ເນີນການພົບປະທາງການສອງ ຝ່າຍ. ໃນການພົບປະຄັ້ງນີ້, ສະ ຫາຍເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ກໍໄດ້ສະ ແດງຄວາມປິຕິຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ ສະຫາຍ ປະທານ ປະເທດ ຫງວຽນ ຊວັນ ຟຸກ ທີ່ໄດ້ ເລືອກເອົາ ສປປ ລາວ ເປັນປະ ເທດທຳອິດໃນການເຄື່ອນໄຫວ ຕ່າງປະເທດ ໃນຕຳແໜ່ງປະທານ ປະເທດ, ເຊິ່ງສະແດງໃຫ້ເຫັນ ເຖິງການໃຫ້ຄວາມສໍາຄັນຂອງ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ຕໍ່ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ, ພ້ອມທັງໄດ້ນໍາເອົາໄມຕີ ຈິດມິດຕະພາບອັນດູດດື່ມ, ຄວາມ ສາມັກຄີອັນສະໜິດສະໜົມຂອງ ສອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງມາຍັງພັກ- ລັດ ປະຊາຊົນລາວ, ເຊິ່ງເປັນການ ໃຫ້ກຳລັງໃຈ ແລະ ຂວັນກຳລັງ ໃຈໃນການສືບຕໍ່ຮັບມືກັບສະ ພາບຫຍຸ້ງຍາກ ທີ່ ສປປ ລາວ ກໍາ ລັງປະເຊີນໃນປັດຈຸບັນ ແລະ ເປັນ ການສືບຕໍ່ເສີມຂະຫຍາຍສາຍ ພົວພັນພິເສດອ້າຍນ້ອງ ໃຫ້ນັບ ມື້ນັບໃກ້ຊິດ, ມີຄວາມແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.
ພ້ອມກັນນີ້, ສະຫາຍເລຂາທິການ ໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ຝາກຄວາມຢື້ ຢາມຖາມຂ່າວເຖິງ ສະຫາຍ ເລ ຂາທິການໃຫຍ່ ຫວຽນ ຝູ ຈ໋ອງ, ພ້ອມທັງສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການຊ່ວຍເຫຼືອຂອງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ ການຊ່ວຍເຫຼືອ ສປປ ລາວ ໃນ ໄລຍະຜ່ານມາບໍ່ວ່າຈະເປັນແບບ ປົກກະຕິ ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ, ເຝິກອົບຮົມ ເຕັກນິກບຸກຄະລາກອນ ຫຼື ການ ຊ່ວຍເຫຼືອແບບສຸກເສີນໃນຍາມ ໄພພິບັດ ແລະ ພະຍາດລະບາດ ຕ່າງໆ, ທັງໝົດນີ້ລ້ວນແຕ່ມີ ຄວາມສຳຄັນ ແລະ ມີຄຸນຄ່າທາງ ດ້ານວັດຖຸ ແລະ ຈິດໃຈຕໍ່ປະຊາ ຊົນລາວ, ອັນພົ້ນເດັ່ນແມ່ນໂຄງ ການກໍ່ສ້າງຫໍສະພາແຫ່ງຊາດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງ ສສ. ຫວຽດນາມ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ ທີ່ຈະ ມີພິທີມອບຮັບຢ່າງເປັນທາງການ ໃນລະຫວ່າງການຢ້ຽມຢາມສັນ ຖະວະໄມຕີຄັ້ງນີ້. ສະແດງຄວາມ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍ ເຫຼືອໂດຍໄດ້ສົ່ງທີມແພດຊ່ຽວ ຊານ ແລະ ອຸປະກອນການແພດ ປະກອບສ່ວນເຂົ້າໃນການສະກັດ ກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ຢ່າງທັນ ການ ແລະ ມີປະສິດທິຜົນ ເຊິ່ງມາ ຮອດປັດຈຸບັນສາມາດ ຄວບຄຸມ ແລະ ຈໍາກັດການແຜ່ລະບາດໄດ້ ໂດຍພື້ນຖານ. ພິເສດໃນການມາ ຢ້ຽມຢາມຄັ້ງນີ້, ສະຫາຍ ປະທານ ປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ ນໍາເອົາຂອງຂວັນມາມອບໃຫ້ ແກ່ ສປປ ລາວ ກໍຄືໂຄງການ ຊ່ວຍເຫຼືອກໍ່ສ້າງໂຮງຮຽນເຝິກ ອົບຮົມວິຊາຊີບ, ຢູ່ເມືອງໜອງ ບົກ, ແຂວງຄໍາມ່ວນເປັນມູນຄ່າ ເຖິງ 5 ລ້ານໂດລາສະຫະລັດ.
ໃນໂອກາດນີ້, ສະຫາຍ ປະ ທານປະເທດ ຫງວຽນ ຊວັນ ຟຸກ ກໍໄດ້ສະເເດງຄວາມຂອບໃຈຢ່າງ ຈິງໃຈຕໍ່ສະຫາຍເລຂາທິການ ໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ກໍຄືບັນດາການນໍາຂັ້ນສູງ ຂອງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ ທີ່ໄດ້ໃຫ້ການຕ້ອນຮັບ ອັນສະໜິດສະໜົມ, ອົບອຸ່ນ ແລະ ສົມກຽດ ທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບຖານສະຫາຍອ້າຍ ນ້ອງ, ເຊິ່ງທັງໝົດນັ້ນ ເປັນການ ສະແດງເຖິງມູນເຊື້ອແຫ່ງໄມຕີ ຈິດມິດຕະພາບອັນດູດດື່ມ, ຄວາມ ມີຊີວິດຊີວາແຫ່ງສາຍພົວພັນ ມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບໃກ້ຊິດ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຢັ້ງຢືນການໃຫ້ບູລິມະສິດສູງ ສຸດ ໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານທີ່ບໍລິສຸດຜຸດ ຜ່ອງ ແລະ ມີໜຶ່ງດຽວ ໃນໂລກ ຂອງສອງປະເທດ; ສອງຝ່າຍຍັງ ສະແດງໄດ້ເຖິງຄວາມໝາຍໝັ້ນອັນສະເໝີຕົ້ນສະເໝີປາຍ ແລະ ພ້ອມໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ, ເຊິ່ງ ສະແດງອອກໃຫ້ເຫັນຢ່າງຈະ ແຈ້ງ ຕໍ່ໝາກຜົນຕົວຈິງຂອງການ ຮ່ວມມືສອງຝ່າຍໃນທຸກຂົງເຂດ ໂດຍສະເພາະແມ່ນກົນໄກການ ຮ່ວມມືໃນທຸກດ້ານ ທັງສາຍພັກ, ສາຍລັດ ເຊັ່ນ: ດ້ານການເມືອງ, ດ້ານຄວາມໝັ້ນຄົງ, ດ້ານການ ຕ່າງປະເທດ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ວິທະ ຍາສາດເຕັກນິກ, ການສຶກສາ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ.
ສອງຝ່າຍ ເຫັນດີຈະເຮັດວຽກ ຢ່າງໃກ້ຊິດ ເພື່ອຊຸກຍູ້ການພົວພັນ ຮ່ວມມືສອງຝ່າຍໃຫ້ນັບມື້ນັບ ກວ້າງຂວາງ ແລະ ມີຄວາມ ໝາຍ, ໂດຍສືບຕໍ່ແລກປ່ຽນຄະ ນະຜູ້ແທນນໍາກັນໃນທຸກລະດັບ ດ້ວຍຫຼາຍຮູບ, ຫຼາຍແບບ ແລະ ມີປະສິດທິຜົນ ຕາມທິດກະ ທັດຮັດ; ສອງຝ່າຍເຫັນດີສືບຕໍ່ຮ່ວມກັນ ກວດກາຄືນ ແລະ ຊຸກຍູ້ການຈັດ ຕັ້ງປະຕິບັດບັນດາການຕົກລົງ ຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາເອກະສານທີ່ສອງ ຝ່າຍໄດ້ລົງນາມຮ່ວມກັນ; ສອງ ຝ່າຍສືບຕໍ່ເອົາໃຈໃສ່ເພີ່ມທະ ວີດ້ານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເພື່ອຮ່ວມກັນ ຮັບມືກັບສິ່ງທ້າທາຍໃໝ່ທີ່ນັບ ມື້ນັບສັບສົນຫຼາຍຮູບຫຼາຍສີເອົາ ໃຈໃສ່ຮ່ວມມືກັນໃນການປົກປັກ ຮັກສາຄວາມສະຫງົບ ທັງຢູ່ໃນ ຕົວເມືອງ ແລະ ຢູ່ບໍລິເວນຊາຍ ແດນຂອງສອງປະເທດ ເພື່ອຮັບ ປະກັນເອກະລາດສະຖຽນລະ ພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ.
ສອງຝ່າຍ ເຫັນດີສະເໜີໃຫ້ ບັນດາກະຊວງຂະແໜງການທີ່ ກ່ຽວຂ້ອງ ເອົາໃຈໃສ່ຂົງເຂດ ການຮ່ວມມືດ້ານການເຊື່ອມໂຍງ ພື້ນຖານໂຄງລ່າງ, ການທ່ອງ ທ່ຽວ, ການຮ່ວມມືທາງດ້ານພະ ລັງງານ, ທາງດ້ານກະສິກໍາສະ ອາດທີ່ສອງປະເທດ ມີທ່າແຮງ ແລະ ຈະເປັນພື້ນຖານສໍາຄັນໃຫ້ ແກ່ການເຊື່ອມໂຍງພາກພື້ນ, ເປັນທ່າແຮງຂັບເຄື່ອນທາງດ້ານ ເສດຖະກິດຂອງ ລາວ ແລະ ຫວຽດນາມ ໃນອະນາຄົດ, ໃນ ນັ້ນ ມີຫຼາຍໂຄງການສໍາຄັນ ເປັນ ຕົ້ນແມ່ນໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການ ຍົກລະດັບທາງເລກ 8, ໂຄງການ ເສັ້ນທາງລົດໄຟວຽງຈັນ-ຫວຸງ ອາງ, ໂຄງການເກືອກາລີ, ໂຄງ ການທ່າເຮືອຫວຸງອາງ, ໂຄງ ການສະໜາມບິນໜອງຄ້າງ, ໂຄງ ການຊື້ຂາຍໄຟຟ້າ ແລະ ອື່ນໆ.
ສອງຝ່າຍ ເຫັນວ່າສະພາບ ການໃນທ່າມກາງສະພາບການ ພາກພື້ນ ແລະ ສາກົນ ມີຄວາມ ສະຫຼັບຊັບຊ້ອນ, ຄາດເດົາໄດ້ຍາກ ບວກກັບໄພທໍາມະຊາດ ແລະ ພະຍາດລະບາດ, ສະນັ້ນ ສອງ ຝ່າຍ ຈຶ່ງເປັນເອກະພາບກັນຈະ ສືບຕໍ່ປຶກສາຫາລື ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ເພື່ອປະກອບ ສ່ວນໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມ ວັດທະນາຖາວອນຂອງພາກພື້ນ ແລະ ສາກົນ; ສອງຝ່າຍເຫັນດີ ຮ່ວມກັນຈັດຕັ້ງສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ໃນປີ 2022 ກໍຄື ວັນຄົບຮອບວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ ໃຫ້ມີບັນຍາ ກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ມີຄວາມໝາຍ.
ພາຍຫຼັງສຳເລັດການພົບປະ ທາງການສອງຝ່າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະ ເທດ ທອງລຸນ ສີສຸລິດ ແລະ ສະ ຫາຍ ປະທານປະ ເທດ ຫງວຽນ ຊວັນ ຟຸກ ໄດ້ເປັນສັກຂີພະຍານ ໃນການລົງນາມເອກະສານ ກ່ຽວ ກັບການຮ່ວມມືສອງຝ່າຍຈໍາ ນວນ 14 ສະບັບ. ໃນນີ້, ມີ 7 ເອ ກະສານຂອງພາກລັດ ຄື: ບົດບັນ ທຶກວ່າດ້ວຍໂຄງການກໍ່ສ້າງໂຮງ ຮຽນວັດທະນະທຳຊົນເຜົ່າກອງ ທັບ, ໜັງສືເຈດຈໍານົງວ່າດ້ວຍ ການຮ່ວມມືກອບກູ້ໄພລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ; ບົດບັນ ທຶກເພີ່ມເຕີມແຜນການຮ່ວມມື ປະຈໍາປີ 2020 ລະຫວ່າງກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງ ກັນຄວາມສະຫງົບແຫ່ງ ສສ ຫວຽດນາມ; ບົດບັນທຶກການ ຮ່ວມມືລະຫວ່າງຫ້ອງວ່າການ ປະທານປະເທດ ໄລຍະ 2021-2025; ແຜນການຮ່ວມມື ປີ 2022 ລະຫວ່າງສອງກະຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ; ບົດບັນທຶກຊ່ວຍຈໍາວ່າດ້ວຍການ ຮ່ວມມືສະກັດກັ້ນ, ຕ້ານຢາເສບ ຕິດລະຫວ່າງສອງກະຊວງປ້ອງ ກັນຄວາມສະຫງົບ, ຂໍ້ຕົກລົງຮ່ວມ ມືລະຫວ່າງແຂວງໄຊສົມບູນ ແລະ ແຂວງບັກຢາງ. ນອກນີ້, ຍັງມີການແລກປ່ຽນເອກະສານ ຮ່ວມມື ແລະ ມອບໃບອະນຸຍາດ ລົງທຶນໃຫ້ແກ່ພາກເອກະຊົນ 7 ເອກະສານອີກດ້ວຍ.
ໃນຕອນຄໍ່າຂອງວັນດຽວ ກັນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸ ລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ຈັດງານລ້ຽງຕ້ອນຮັບ ເພື່ອເປັນກຽດໃຫ້ແກ່ ສະຫາຍ ປະ ທານປະເທດ ຫວຽນ ຊວັນ ຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງ ແຫ່ງ ສສ. ຫວຽດ ນາມ ທີ່ ທຳນຽບປະທານປະເທດ.
ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ປະທານປະເທດ ຫງວຽນ ຊວັນ ຟຸກ ພ້ອມດ້ວຍຄະນະຍັງ ໄດ້ພົບປະກັບ ສະຫາຍ ພັນຄຳ ວິ ພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ສຳນັກງານນາ ຍົກລັດຖະມົນຕີ, ພົບປະກັບ ສະ ຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ທີ່ ສະພາແຫ່ງຊາດ. ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະ ທານ ປະເທດ ແຫ່ງ ສປປ ລາວ; ສະ ຫາຍ ບຸນທອງ ຈິດມະນີ, ຮອງ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ສິນລະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງ ຊາດ ແລະ ສະຫາຍ ຄໍາໃບ ດຳ ລັດ, ປະທານສະມາຄົມມິດຕະ ພາບ ລາວ-ຫວຽດນາມ. ຢ້ຽມ ຢາມບັນດາອະດີດການນໍາລາວ ຄື: ສະຫາຍ ຄໍາໄຕ ສີພັນດອນ, ສະຫາຍ ຈູມມາລີ ໄຊຍະສອນ ແລະ ສະຫາຍ ບຸນຍັງ ວໍລະຈິດ, ເຂົ້າຮ່ວມພິທີວາງພວງມາລາທີ່ ອະນຸສາວະລີນັກຮົບນິລະນາມ, ເຂົ້າຮ່ວມ ກອງປະຊຸມ ສະໄໝວິສາ ມັນ ເທື່ອທີ 1 ຂອງສະພາແຫ່ງ ຊາດຊຸດທີ IX ແລະ ເຂົ້າຮ່ວມພິທີ ເປີດນໍາໃຊ້ ແລະ ມອບ-ຮັບຫໍສະ ພາແຫ່ງຊາດຫຼັງໃໝ່.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















