ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຕິດຕາມໂຄງການກໍ່ສ້າງເສັ້ນທາງ
ເວລາອອກຂ່າວ: 2021-08-11 08:53:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 758 | ຄວາມນິຍົມ: ![]()
ໃນວັນທີ 7 ສິງຫາ 2021,
ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ ແລະ ສະ ຫາຍ ສິນໄຊ ບາຄຳ ປະທານ ບໍ ລິສັດ ລາຊາໂຊກ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ
ກວດກາໂຄງການກໍ່ສ້າງເສັ້ນ
ທາງລຽບຕາມຊາຍແດນ ລາວ-
ໄທ ບ້ານຫາດແດງ, ບ້ານເວີນ ຄຳ, ປາກເຫືອງ ເມືອງແກ່ນທ້າວ
ແຂວງໄຊຍະບູລີ ເຊິ່ງໃຫ້ການ
ຕ້ອນຮັບ ແລະ ນຳພາລົງກວດກາເບິ່ງໂຄງການດັ່ງກ່າວ, ໂດຍ ສະ
ຫາຍ ພົນຈັດຕະວາ ກູດ ພົມມາ
ຫົວໜ້າການທະຫານ ກອງບັນຊາ ການທະຫານແຂວງໄຊຍະບູລີ ພ້ອມຄະນະ, ໂອກາດນີ້ ສະຫາຍ
ພົນຈັດຕະວາ ວັນທອງ ບຸດຕະວົງ
ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ ຂອງເສັ້ນທາງດັ່ງກ່າວ ແລະ ການ
ຈັດຕັ້ງປະຕິບັດ ໂດຍຍົກໃຫ້ເຫັນ
ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນ
ການກໍ່ສ້າງເສັ້ນທາງໃຫ້ສະຫາຍ
ຮອງຫົວໜ້າກົມໃຫຍ່ເສນາໄດ້ ຮັບຊາບ ແລະ ພ້ອມທັງລາຍງານ
ໂຄງການດັ່ງກ່າວແມ່ນມີລວງກວ້າງຂອງໜ້າທາງ 5 ແມັດ, ມີຄວາມຍາວ 31,4 ກິໂລແມັດ (ສາມສິບເອັດຈຸດສີ່ກິໂລແມັດ)
ກໍານົດເວລາ ໃນການກໍ່ສ້າງ 36
ເດືອນ ລວມມູນຄ່າທັງໝົດ 78 ຕື້ກວ່າກີບ, ການລົງເຄື່ອນໄຫວ ຕິດຕາມໂຄງການຂອງສະຫາຍ ຮອງຫົວໜ້າກົມໃຫຍ່ເສນາຄັ້ງນີ້, ກໍເພື່ອກວດກາເບິ່ງໜ້າວຽກຕົວ ຈິງຢູ່ໃນໜ້າສະໜາມ ເປັນຕົ້ນ ແມ່ນເຕັກນິກຂອງວິຊາການ, ການ ກຳນົດຂອບເຂດ ແລະ ອື່ນໆ ຕາມ
ທີ່ໄດ້ກຳນົດໄວ້ໃນສັນຍາ ເພື່ອ
ເຮັດໃຫ້ເສັ້ນທາງດັ່ງກ່າວນັ້ນ
ສຳເລັດຕາມກຳນົດເວລາ ແລະ ມີຄຸນນະພາບ, ເຮັດໃຫ້ພໍ່-ແມ່ປະ ຊາຊົນ ຢູ່ໃນເມືອງແກ່ນທ້າວ ກໍຄື
ປະຊາຊົນຊາວແຂວງໄຊຍະບູລີ ພວກເຮົາ ສາມາດນຳໃຊ້ໄດ້ຍາວ ນານ.
ຂ່າວ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















