ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ
ເວລາອອກຂ່າວ: 2021-08-11 09:00:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2690 | ຄວາມນິຍົມ:



ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ອັດລົງໃນວັນທີ 10 ສິງ ຫາ 2021 ນີ້, ໂດຍການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງປານີ ຢາທໍ່ຕູ້ ຮອງປະ ທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດ ຖະມົນຕີ, ມີບັນດາອະດີດການນຳ ພັກ-ລັດ, ຄະນະລັດຖະບານ, ສະ ມາຊິກສະພາແຫ່ງຊາດ, ຜູ້ຕາງ ໜ້າອົງການຈັດຕັ້ງພັກ-ລັດ, ແນວ ລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ສະຫະພັນນັກຮົບ ເກົ່າ ເຂົ້າຮ່ວມ. ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນ ຖານຂອງປະເທດຊາດ ເປັນຕົ້ນ ບົດລາຍງານຂອງລັດຖະບານ ກ່ຽວກັບວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນ, ໄດ້ຮັບຟັງບົດລາຍງານ ຂອງລັດຖະບານ ກ່ຽວກັບວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາ ຢາເສບຕິດ ແລະ ພິຈາລະ ນາຮັບຮອງເອົາການປັບປຸງບັນ ດາຮ່າງກົດໝາຍທີ່ພົວພັນກັບ ວາລະແຫ່ງຊາດ ຈໍານວນ 5 ສະ ບັບ ຄື: ກົດໝາຍວ່າດ້ວຍການ ຄຸ້ມຄອງສ່ວຍສາອາກອນ, ກົດ ໝາຍວ່າດ້ວຍອາກອນມູນຄ່າ ເພີ່ມ, ກົດໝາຍວ່າດ້ວຍອາ ກອນ ລາຍໄດ້, ກົດໝາຍວ່າດ້ວຍອາ ກອນຊົມໃຊ້ ແລະ ກົດໝາຍວ່າ ດ້ວຍຢາເສບຕິດ. ພ້ອມນີ້, ຍັງໄດ້ ຮັບຮອງເອົາຮ່າງມະຕິກອງປະ ຊຸມສະພາ ແຫ່ງຊາດ 2 ສະບັບຄື: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາວາລະ ແຫ່ງຊາດກ່ຽວກັບການແກ້ໄຂ ຄວາມທຸກຍາກທາງດ້ານເສດ ຖະກິດ-ການເງິນ ແລະ ມະຕິກອງ ປະຊຸມສະພາແຫ່ງຊາດວ່າດ້ວຍ ການຮັບຮອງເອົາວາລະແຫ່ງ ຊາດກ່ຽວກັບການແກ້ໄຂບັນຫາ ຢາເສບຕິດ, ສະຫຼຸບສັງລວມຄໍາ ເຫັນຂອງສະມາຊິກສະພາແຫ່ງ ຊາດ ແລະ ໄດ້ລົງຄະແນນສຽງຮັບ ຮອງເອົາຮ່າງມະຕິກອງປະຊຸມ ສະພາແຫ່ງຊາດ 2 ສະບັບຕາມ ລໍາດັບ, ພ້ອມທັງ ຮັບຟັງການລາຍ ງານຂອງລັດຖະບານກ່ຽວກັບ ສະພາບການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ ມາດ ຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດ ດັ່ງກ່າວ. ພິເສດ, ກອງປະຊຸມຄັ້ງນີ້ໄດ້ ຮັບກຽດຢ່າງສູງ ຕ້ອນຮັບການ ມາຢ້ຽມຢາມຂອງຄະນະຜູ້ແທນ ຂັ້ນສູງຂອງພັກ, ລັດ ສາທາລະ ນະລັດ ສັງຄົມນິຍົມຫວຽດນາມ ທີ່ນໍາພາໂດຍ ສະຫາຍ ຫງວຽນ ຊວນ ຟຸກ, ກໍາມະການກົມການ ເມືອງສູນກາງພັກ, ປະທານປະ ເທດ ສສ ຫວຽດນາມ ເຊິ່ງໄດ້ມີ ການກ່າວຄໍາປາໄສ ທີ່ສໍາຄັນ ຕໍ່ ກອງປະຊຸມສະໄໝວິສາມັນຂອງ ສະພາແຫ່ງຊາດ ແລະ ໄດ້ເຂົ້າ ຮ່ວມພິທີມອບ-ຮັບ ຫໍສະພາແຫ່ງ ຊາດຫຼັງໃໝ່ ຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງສະ ຫາຍ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ແລະ ການນໍາ ຂັ້ນສູງຂອງພັກ, ລັດ ຫວຽດນາມ ແລະ ລາວ.ການຢ້ຽມຢາມ, ການ ກ່າວປາໄສ ແລະ ການຈັດຕັ້ງພິ ທີເປີດນໍາໃຊ້ ແລະ ມອບຮັບ ຫໍສະ ພາແຫ່ງຊາດຫຼັງໃໝ່ ໄດ້ກາຍ ເປັນເຫດການການເມືອງທີ່ສໍາ ຄັນ ໃນການພົວພັນ, ຮ່ວມມື ລະ ຫວ່າງ ສອງປະເທດ ລາວ-ຫວຽດນາມ. ພັກ, ລັດ ແລະ ສະ ພາແຫ່ງຊາດລາວ ໄດ້ຮັບຂອງ ຂວັນອັນລໍ້າຄ່າ ຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງ, ຊຶ່ງເປັນການສະແດງໃຫ້ ເຫັນເຖິງໝາກຜົນຕົວຈິງຂອງ ການຮ່ວມມືຮອບດ້ານ ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ