
ໂຮງງານ ອ 674 ປິດຊຸດອົບຮົມ ກໍ່ສ້າງນາຍຊ່າງສ້ອມແປງປືນຮາບຊັ້ນຕົ້ນ ຊຸດທີ V
ເວລາອອກຂ່າວ: 2019-01-07 09:17:47 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 450 | ຄວາມນິຍົມ:
ທ້າຍເດືອນທັນວາຜ່ານມານີ້ິ້, ໂຮງງານ ອ 674 ໄດ້ຈັດພິທີປິດ ຊຸດອົບຮົມກໍ່ສ້າງນາຍຊ່າງສ້ອມ ແປງປືນຮາບຊັ້ນຕົ້ນ ຊຸດທີ V ໂດຍການເປັນປະທານຂອງພັນ ເອກ ທອງພັນ ສຸທໍາມະວົງ ຄະນະ
ພັກກົມໃຫຍ່, ຮອງຫົວໜ້າກົມ
ໃຫຍ່ເຕັກນິກກອງທັບ, ມີຫົວໜ້າ ກົມຄຸ້ມຄອງອາວຸດ-ກະສູນພ້ອມ ດ້ວຍຄະນະ, ພະແນກອົບຮົມກໍ່ ສ້າງກໍາລັງກົມເສນາເຕັກນິກ, ຄະນະພັກ-ຄະນະບັນຊາໂຮງ ງານ ອ 674, ໂຮງງານ ອ 410
ແລະ ພະນັກງານຄູ-ອາຈານຕະ ຫຼອດຮອດນັກຮຽນເຂົ້າຮ່ວມ.
ການອົບຮົມຄັ້ງນີ້ເຫັນວ່າບັນ
ດາຄູ-ອາຈານແມ່ນມີຄວາມ ຮັບຜິດຊອບສິດສອນແຕ່ລະວິ ຊາສະເພາະໄດ້ມີຄວາມຫ້າວຫັນ ກໍາແໜ້ນໜ້າທີ່ຄວາມຮັບຜິດ ຊອບຂອງຕົນ ເຮັດໜ້າທີ່ຄົ້ນຄວ້າ ແຕ່ງບົດສອນທິດສະດີການປະ ກອບສ້າງລວມ ທິດສະດີສ້ອມ ແປງວິທີຈັດຕັ້ງພາກປະຕິບັດ ຕົວຈິງ ເພື່ອຖ່າຍທອດຄວາມ ຮູ້ດ້ານທິດສະດີ ແລະ ຄວາມ ສາມາດໃນການປະຕິບັດຕົວຈິງ ໃຫ້ແກ່ບັນດາອ້າຍນ້ອງນັກຮຽນ ຜ່ານໄລຍະການເຝິກອົບຮົມເຫັນ ວ່າບັນດາອ້າຍນ້ອງນັກຮຽນ ແມ່ນມີຄວາມຕັ້ງໜ້າເຝິກຝົນຫຼໍ່ ຫຼອມຕົນເອງດ້ານຄຸນສົມບັດສິນ ທໍາປະຕິວັດມີສະຕິຕໍ່ການຈັດຕັ້ງ ສູງ, ປະຕິບັດ 7 ລະບອບ 18 ວຽກ
ຂອງກົມໃຫຍ່ເສນາທິການ ແລະ
ບັນດາຂໍ້ກໍານົດຕ່າງໆຂອງຂັ້ນ
ເທິງ ແລະ ຂອງໂຮງງານວາງ ອອກຢ່າງເຂັ້ມງວດມີຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງ
ຕົນໃນການສຶກສາຮໍ່າຮຽນວິຊາ
ສະເພາະສ້ອມແປງອາວຸດຢ່າງ
ມີຜົນສໍາເລັດຜ່ານການສອບ ເສັງຕົວຈິງດີເລີດ ມີ 9 ສະຫາຍ, ດີຫຼາຍ 17 ສະຫາຍ, ດີ 12 ສະ
ຫາຍ, ດີພໍໃຊ້ 4 ສະຫາຍ, ພໍໃຊ້ ໄດ້ 4 ສະຫາຍ ຈາກນັ້ນກໍໄດ້ມອບ ໃບຢັ້ງຢືນຈົບຊຸດອົບຮົມ ແລະ
ມອບຫຼຽນທີ່ລະນຶກ 70 ປີ ໃຫ້ ພະນັກງານຈໍານວນໜຶ່ງ.
ໂດຍ: ອິນທະຫວາ ບຸດສະດີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ