ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ພິທີມອບ-ຮັບໜ້າທີ່ຫົວໜ້າກົມນະໂຍບາຍ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2021-08-17 08:37:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1143 | ຄວາມນິຍົມ:



ໃນວັນທີ 16 ສິງຫາ 2021 ນີ້, ກົມນະໂຍບາຍກົມໃຫຍ່ການ ເມືອງກອງທັບຈັດຕັ້ງພິທີມອບ- ຮັບໜ້າທີ່ຫົວໜ້າກົມນະໂຍບາຍ ລະຫວ່າງຜູ້ໃໝ່ ແລະ ຜູ້ເກົ່າຂຶ້ນ, ໂດຍການເປັນປະທານຂອງ ສະ ຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະ ບັນຊາກົມ, ຫ້ອງການ, ກອງ ຕະ ຫຼອດຮອດພະນັກງານຫຼັກແຫຼ່ງ ກົມນະໂຍບາຍເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສີທາດວງມາລາ ຫົວໜ້າກົມນະໂຍ ບາຍຜູ້ເກົ່າໄດ້ຂຶ້ນຜ່ານຂໍ້ຕົກ ລົງ ອີງຕາມກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປຸງ) ສະບັບ ເລກທີ 43/ສພຊ, ແລະ ອີງຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນ ປະເທດ ສະບັບເລກທີ 2999/ກປທ, ວ່າດ້ວຍການຍົກຍ້າຍ ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມນະໂຍ ບາຍໄປຮັບໜ້າທີ່ໃໝ່ຢູ່ກົມພະ ນັກງານກົມໃຫຍ່ການເມືອງ ກອງທັບ ແລະ ຂໍ້ຕົກລົງຂອງ ກະຊວງປ້ອງກັປະເທດ ສະບັບ ເລກທີ 3001/ກປທ, ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ພັນເອກ ວັນລະວົງ ນັນທະວົງ ເປັນຫົວ ໜ້າກົມນະໂຍບາຍ ກົມໃຫຍ່ ການເມືອງກອງທັບ ທັງນີ້ກໍເພື່ອ ປັບປຸງກົງຈັກການຈັດຕັ້ງຂັ້ນ ບັນຊາ-ນໍາພາ ຕາມທິດທາງ ແຜນການຂອງກະຊວງປ້ອງ ກັນປະເທດວາງອອກ ແລະ ພ້ອມກັນພັດທະນາກໍາລັງປະ ກອບອາວຸດໃຫ້ມີຄວາມເຂັ້ມ ແຂງ, ໜັກແໜ້ນຮອບດ້ານ; ປັບປຸງແບບແຜນວິທີເຮັດວຽກ ໃຫ້ສອດຄ່ອງ ແລະ ແທດເຖິງ ກັບສະພາບຕົວຈິງຂອງວຽກ ງານ. ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວ ກັບທີ່ຕັ້ງ, ບົດບາດ, ສິດ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກ ງານພາຍໃນກົມຕະຫຼອດໄລຍະ ຜ່ານມາຕື່ມອີກ. ໂອກາດນີ້ ສະຫາຍ ພົນຕີ ສອນ ທອງ ພົມລາວົງ ກໍໄດ້ຮຽກຮ້ອງ ໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງ ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ການເມືອງຂອງຕົນ, ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກ ດ້ານ, ເຕົ້າໂຮມຄວາມສາມັກຄີ ພາຍໃນໃຫ້ເປັນປຶກແຜ່ນ, ສືບຕໍ່ ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ຕົນ ສຸມທຸກເຫື່ອແຮງສະຕິປັນຍາ ຂອງຕົນເຂົ້າໃນການປັບປຸງກໍ່ ສ້າງກອງທັບກໍຄືປັບປຸງກໍ່ສ້າງ ກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ