ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ການສະແດງຂອງຄະນະສິລະປະກອນກອງທັບ ປະຊາຊົນລາວ ໄດ້ຮັບຄວາມສົນໃຈເປັນຢ່າງດີ
ເວລາອອກຂ່າວ: 2021-08-18 08:36:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1019 | ຄວາມນິຍົມ:



ຄະນະສະແດງຈາກກອງສິ ລະປະກອນກອງທັບ ແລະ ຄະນະ ວາງສະແດງຮູບພາບມູນເຊື້ອ ຈາກຫໍພິພິທະພັນປະຫວັດສາດ ກອງທັບປະຊາຊົນລາວ ນໍາໂດຍ ສະຫາຍ ພັນເອກ ແກ້ວສຸວັນ ຜາງ ພິລາວົງ ຮອງຫົວໜ້າກົມໂຄສະ ນາອົບຮົມ ກົມໃຫຍ່ການເມືອງ ກອງທັບ ໄດ້ສະແດງໃຫ້ກໍາລັງ ໃຈພະນັກງານ-ນັກຮົບ ເຫຼົ່າຮົບ ລົດຕັງກອງທັບປະຊາຊົນລາວ ແລະ ເຫຼົ່າຮົບລົດຕັງແມ່ທັບທີ 5 ກອງທັບແຫ່ງສະຫະພັນຣັດເຊຍ. ການເດີນທາງເຂົ້າຮ່ວມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນເປັນ ຢ່າງຍິ່ງ ສໍາລັບຄະນະວັດທະນະ ທໍາກອງທັບປະຊາຊົນລາວ ແລະ ເປັນຄັ້ງທໍາອິດທີ່ໄດ້ເຂົ້າຮ່ວມ ໃນຂອບການແຂ່ງຂັນກີລາການ ທະຫານສາກົນ ແລະ ການຊ້ອມ ຮົບຮ່ວມລົດຕັງລາວ-ຣັດເຊຍລາຍການສະແດງແຕ່ລະລາຍ ການແມ່ນໄດ້ຮັບຄວາມສົນໃຈ ແລະ ສ້າງຄວາມເບີກບານມ່ວນ ຊື່ນໃຫ້ແກ່ຜູ້ເຂົ້າຊົມເປັນຢ່າງ ດີ. ການສະແດງຄັ້ງນີ້ ຍັງເປັນ ການເຜີຍແຜ່ວັດທະນະທໍາອັນ ດີງາມຂອງຊາດລາວ ໃຫ້ຊາວ ຣັດເຊຍ ກໍຄື ປະເທດອື່ນໄດ້ຮັບ ຮູ້ກ່ຽວກັບວັດທະນະທໍາຂອງ ປະເທດລາວຫຼາຍຂຶ້ນ, ທັງເປັນ ການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ໂດຍສະເພາະແມ່ນສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຣັດເຊຍ ບົ້ນພື້ນຖານຄວາມສະ ເໝີພາບ ແລະ ການຮ່ວມມືຕ່າງ ຝ່າຍຕ່າງມີຜົນປະໂຫຍດ ເຂົ້າ ອົກ-ເຂົ້າໃຈເຊິ່ງກັນ ແລະ ກັນ ໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ໂດຍ: ຊາຍສົມສັກ ວິໄລສັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ