ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກົມໃຫຍ່ເຕັກນິກກອງທັບ ມອບເງິນຊົດເຊີຍ ໃຫ້ນາຍທະຫານຂັ້ນສູງທີ່ພັກການຮັບບໍານານ
ເວລາອອກຂ່າວ: 2021-08-18 08:37:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1093 | ຄວາມນິຍົມ:



ວັນທີ 16 ສິງຫາ 2021 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດ ພິທີມອບເງິນຊົດເຊີຍໃຫ້ນາຍທະ ຫານຂັ້ນສູງທີ່ພັກການຮັບບໍາ ນານ ຕາມນະໂຍບາຍຂອງກະ ຊວງປ້ອງກັນປະເທດ ໂດຍການ ເປັນປະທານຂອງສະຫາຍ ພົນ ຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີຄະນະກົມ, ຫ້ອງການ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມສະຫາຍ ພັນໂທ ລຽນວິໄລ ພັນທອງຄຳ ຫົວໜ້າຫ້ອງການ ເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການປະຕິບັດເງິນເດືອນບໍານານ ໃຫ້ນາຍທະຫານຂັ້ນສູງ, ອີງ ຕາມກົດໝາຍວ່າດ້ວຍນາຍທະ ຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໝວດທີ I ມາດ ຕາ 33 ແລະ 34, ອີງຕາມດໍາ ລັດຂອງນາຍົກລັດຖະມົນຕີ ສະ ບັບເລກທີ 168/ນຍ ວ່າດ້ວຍ ການອະນຸມັດໃຫ້ ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າກົມ ໃຫຍ່ເຕັກນິກກອງທັບ, ສະຫາຍ ພົນຈັດຕະວາ ຄຳພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ແລະ ສະຫາຍ ພົນຈັດຕະ ວາ ວຽງສະຫວັນ ລາດສະເພົາ ຮອງຫົວໜ້າກົມໃຫຍ່ເຕັກນິກ ກອງທັບ ພັກການຮັບບໍານານ, ກະຊວງປ້ອງກັນປະເທດຕົກລົງ ຄິດໄລ່ເງິນເດືອນບໍານານ ແລະ ເງິນອຸດໜູນເທື່ອທໍາອິດໃຫ້ 3 ສະຫາຍ ນັບແຕ່ງວດ 3 ສົກປີ 2021 ເປັນຕົ້ນໄປ, ທັງ 3 ສະ ຫາຍມີອາຍຸກະສຽນບຳນານຖືກ ຕ້ອງຕາມກົດໝາຍນາຍທະຫານ ສະບັບປັບປຸງ, ກົດໝາຍປະກັນສັງ ຄົມ ແລະ ກົດລະບຽບຂອງກອງ ທັບ, ຕາມການຄິດໄລ່ຂອງກົມ ປະກັນສັງຄົມຕໍ່ຜູ້ປະກັນຕົນເປັນ ຈໍານວນເງິນທັງໝົດ 100 ລ້ານ ກວ່າກີບ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ທອງພັນ ສຸທຳມະວົງ ໄດ້ ມີຄໍາເຫັນຮຽກຮ້ອງໃຫ້ທັງ 3 ສະ ຫາຍ ທີ່ໄດ້ຮັບເງິນນະໂຍບາຍ ຄັ້ງນີ້ ຈົ່ງສືບຕໍ່ປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບຢູ່ທ້ອງ ຖິ່ນຂອງຕົນ, ເປັນເຈົ້າການປຸກ ລະດົມບົ່ມສອນລູກຫຼານໃຫ້ເປັນຄົນດີຂອງສັງຄົມ, ສືບຕໍ່ຊຸກຍູ້ກົມ ໃຫຍ່ເຕັກນິກກອງທັບໃຫ້ເຕີບ ໃຫຍ່ເຂັ້ມແຂງ ແລະ ນໍາເອົາເງິນ ຈໍານວນດັ່ງກ່າວໄປໝູນໃຊ້ໃນ ວຽກງານທີ່ຈໍາເປັນຂອງຄອບ ຄົວໃຫ້ເກີດປະໂຫຍດສູງສຸດ. ໂດຍ: ຄຳສອນ ພົມໄຊຍາ .



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ