ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ປະທານສະພາແຫ່ງຊາດລາວ ພົບປະແບບທາງໄກ ກັບ ປະທານສະພາຜູ້ແທນລາດຊະດອນ ແຫ່ງ ຣາຊະອານາຈັກໄທ
ເວລາອອກຂ່າວ: 2021-08-18 08:40:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1368 | ຄວາມນິຍົມ:



ວັນທີ 17 ສິງຫາ 2021, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບ ວີດີໂອທາງໄກ ກັບທ່ານ ຊວນ ຫຼີກໄພ ປະທານສະພາຜູ້ແທນ ລາດຊະດອນ ແຫ່ງ ຣາຊະອານາ ຈັກໄທ, ການພົບປະຄັ້ງນີ້ ແມ່ນ ມີຄວາມໝາຍສໍາຄັນປະກອບ ສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງ ປະເທດລາວ-ໄທ, ໃນຖານະເປັນບ້ານໃກ້ເຮືອນຄຽງ ໃຫ້ຈະເລີນ ງອກງາມຍິ່ງຂຶ້ນ ເວົ້າລວມ, ເວົ້າ ສະເພາະແມ່ນສືບຕໍ່ພົວພັນຮ່ວມ ມື ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະພາຜູ້ ແທນລາດຊະດອນ ແຫ່ງ ຣາຊະ ອານາຈັກໄທ ໃຫ້ມີບາດກ້າວໃໝ່ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ. ທັງສອງຝ່າຍໄດ້ສະແດງ ຄວາມຊົມເຊີຍ ເຊິ່ງກັນ ແລະ ກັນ ໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນ ເປັນປະທານສະພາແຫ່ງຊາດ ລາວ ແລະ ປະທານສະພາຜູ້ແທນ ລາດຊະດອນໄທໃນໄລຍະທີ່ ຜ່ານ ມາ, ພ້ອມທັງແຈ້ງໃຫ້ກັນຊາບ ສະພາບການພົ້ນເດັ່ນຂອງແຕ່ ລະປະເທດ ເປັນຕົ້ນແມ່ນສະພາບ ການຕ້ານ, ສະກັດກັ້ນ ແລະ ຮັບມື ກັບການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ແລະ ລາຊະອານາຈັກໄທ ໃນປັດຈຸບັນ, ພ້ອມກັນຕີລາຄາການພົວພັນ ຮ່ວມມືລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ເຫັນວ່າໄດ້ຮັບ ການເສີມຂະຫຍາຍດີຂຶ້ນ ສະແດງ ອອກໄດ້ມີການແລກປ່ຽນຢ້ຽມ ຢາມຄະນະຜູ້ແທນຂັ້ນສູງຂອງ ລັດຖະບານ, ບັນດາຂະແໜງການ ໃນ ລະດັບສູນກາງ ແລະ ທ້ອງຖິ່ນ, ການຮ່ວມມືທາງດ້ານເສດຖະ ກິດ, ການຄ້າ-ການລົງທຶນ, ການ ທ່ອງທ່ຽວ, ການສຶກສາ, ສາທາ ລະນະສຸກ ແລະ ຂະແໜງການ ອື່ນໆ. ພ້ອມກັນນີ້, ສອງລັດຖະ ບານ ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສົນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈຳ ໂດຍຜ່ານຫຼາຍກົນໄກການຮ່ວມ ມືທີ່ມີໝາກຜົນ ເຊິ່ງໄດ້ນໍາເອົາ ຜົນປະໂຫຍດຕົວຈິງມາໃຫ້ສອງ ປະເທດ ກໍຄືປະຊາຊົນສອງຊາດ ລາວ-ໄທ. ປະທານສະພາແຫ່ງຊາດລາວ ໃນນາມຕາງໜ້າໃຫ້ລັດຖະບານ ລາວ ຍັງໄດ້ສະແດງຄວາມຂອບ ໃຈມາຍັງລັດຖະບານໄທ ທີ່ອໍາ ນວຍຄວາມສະດວກ ແລະ ຊ່ວຍ ເຫຼືອແຮງງານລາວ ໃຫ້ໄດ້ເດີນ ທາງກັບປະເທດ ລວມທັງໃຫ້ການ ຊ່ວຍເຫຼືອອຸປະກອນການແພດທີ່ ຈຳເປັນແກ່ ສປປ ລາວ ເພື່ອນໍາໃຊ້ ເຂົ້າໃນການຕ້ານການລະບາດ ຂອງພະຍາດໂຄວິດ-19. ນອກ ຈາກນີ້, ສອງປະທານສະພາລາວ ແລະ ໄທ ຍັງໄດ້ທົບທວນຄືນການ ພົວພັນຮ່ວມມືຂອງສອງອົງການ ນິຕິບັນຍັດນໍາກັນໃນໄລຍະຜ່ານ ມາ ໄດ້ມີການແລກປ່ຽນຄະນະ ຜູ້ແທນນໍາກັນໃນລະດັບປະທານ ສະພາ, ກຳມາທິການ, ຄະນະມິດ ຕະພາບລັດຖະສະພາ, ຄະນະເລ ຂາທິການ ຈົນຮອດຄະນະວິຊາ ການ, ໄດ້ຮ່ວມກັນຈັດສຳມະນາ ເພື່ອແລກປ່ຽນບົດຮຽນກ່ຽວກັບ ການປະຕິບັດບົດບາດດ້ານນິຕິ ບັນຍັດ, ມີການແລກປ່ຽນຂໍ້ມູນ ຂ່າວສານ, ການສະໜັບສະໜູນ ແລະ ຮ່ວມມືກັນໃນເວທີລັດຖະ ສະພາພາກພື່ນ ແລະ ສາກົນ ເປັນ ຕົ້ນແມ່ນໃນຂອບການເຄື່ອນ ໄຫວຂອງອົງການລັດຖະສະ ພາລະຫວ່າງຊາດ ອາຊຽນ, IPU, APA, ASEP ແລະ ອື່ນໆ. ທັງສອງຝ່າຍເຫັນດີຈະສືບ ຕໍ່ພົວພັນຮ່ວມມືກັນແລກປ່ຽນ ຄະນະຜູ້ແທນໃນລະດັບປະທານ ສະພາ, ກຳມາທິການ, ຄະນະເລ ຂາທິການ, ຄະນະມິດຕະພາບລັດ ຖະສະພາລາວ-ໄທ ໄປພ້ອມກັບ ການແລກປ່ຽນບົດຮຽນກ່ຽວ ກັບການຈັດຕັ້ງປະຕິບັດພາລະ ບົດບາດດ້ານນິຕິບັນຍັດ ແລະ ຈັດສໍາມະນາໃນຫົວຂໍ້ຕ່າງໆທີ່ ສອງຝ່າຍມີຄວາມສົນໃຈ, ສືບ ຕໍ່ຊຸກຍູ້ໃຫ້ລັດຖະບານຂອງສອງ ປະເທດຈັດຕັ້ງປະຕິບັດບັນດາ ສັນຍາ, ສົນທິສັນຍາ, ຂໍ້ຕົກລົງ, ບົດບັນທຶກຄວາມເຂົ້າໃຈ ທີ່ພົວ ພັນເຖິງການຮ່ວມມືສອງຝ່າຍທີ່ໄດ້ຕົກລົງຮ່ວມກັນໃຫ້ເປັນຮູບປະ ທຳ ແລະ ມີປະສິດທິຜົນດີກວ່າ ເກົ່າ, ສະໜັບສະໜູນ ແລະ ຮ່ວມມື ກັນເຄື່ອນໄຫວໃນເວທີລັດຖະສະ ພາພາກພື້ນ ແລະ ສາກົນ. ພ້ອມກັນ ນີ້, ທ່ານປະທານສະພາແຫ່ງ ຊາດລາວ ຍັງໄດ້ສະເໜີໃຫ້ປະ ທານສະພາຜູ້ແທນລາດຊະດອນ ໄທ ຊຸກຍູ້ໃຫ້ລັດຖະບານໄທເອົາ ໃຈໃສ່ຮ່ວມກັນກັບຝ່າຍລາວ ແກ້ ໄຂບັນຫາການປັກຫຼັກໝາຍຊາຍ ແດນທາງບົກ ແລະ ທາງນໍ້າໃຫ້ ສຳເລັດໂດຍໄວ, ສະເໜີໃຫ້ມີ ການເບິ່ງແຍງແຮງງານລາວ ທີ່ ກຳລັງອອກແຮງງານຢູ່ໄທ ແລະ ອຳນວຍຄວາມສະດວກໃຫ້ແຮງ ງານລາວທີ່ເດີນທາງກັບຄືນປະ ເທດ. ໂດຍ: ທອງເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ