ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ກອງພັນໃຫຍ່ 703 ມອບເງິນນະໂຍບາຍ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2021-08-19 08:40:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 924 | ຄວາມນິຍົມ:



ໃນວັນທີ 12 ສິງຫາ 2021, ກອງພັນໃຫຍ່ 703 ໄດ້ມອບ ເງິນນະໂຍບາຍໃຫ້ຄອບຄົວຜູ້ເສຍ ຊີວິດ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສູນທອນ ພົມ ມະເເສນ ຫົວໜ້າການເມືອງກອງ ພັນໃຫຍ່ 703, ມີຄະນະພັກ-ຄະ ນະບັນຊາຕະຫຼອດຮອດພະນັກ ງານທີ່ກ່ຽວຂ້ອງ ແລະ ຄອບຄົວ ຜູ້ເສຍຊີວິດເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ບຸນສະໄໝ ແພງນັນທີ ຊ່ວຍວຽກຂະແໜງ ປະກັນສັງຄົມໄດ້ຜ່ານມະຕິຂໍ້ຕົກ ລົງຂອງກະຊວງປ້ອງກັນປະ ເທດ ວ່າດ້ວຍ ການມອບເງິນນະ ໂຍບາຍໃຫ້ຄອບຄົວພະນັກງານ ຜູ້ທີ່ເສຍຊີວິດ ຈຳນວນ 02 ສະຫາຍ ເປັນເງິນ ຈຳນວນ 199.543.000 ກີບ. ກ່າວ ມອບໂດຍ ສະຫາຍ ພັນເອກ ສູນທອນ ພົມມະແສນ ຫົວໜ້າ ການເມືອງກອງພັນໃຫຍ່ 703. ໂອກາດນີ້, ສະຫາຍ ພັນເອກ ສູນທອນ ພົມມະແສນໄດ້ກ່າວ ວ່າ: ການມອບເງິນອຸດໜຸນນະໂຍ ບາຍຄັ້ງນີ້, ແມ່ນປະຕິບັດຕາມ ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງປ້ອງກັນຊວງ ປ້ອງກັນປະເທດ, ຕໍ່ພະນັກງານ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນ ຍາເຂົ້າໃນພາລະກິດລວມຂອງ ຊາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ