ກອງພົນທີ 2 ແລະ ກອງບັນຊາການທະຫານອາກາດ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2021-08-25 08:54:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1082 | ຄວາມນິຍົມ: ![]()
ໃນວັນທີ 20 ສິງຫາ 2021
ນີ້, ກອງພົນທີ 2 ໄດ້ຈັດພິທີປະ
ກາດການເລື່ອນຊັ້ນ ແລະ ເລື່ອນ
ທຽບຊັ້ນໃຫ້ນາຍທະຫານ ໂດຍ
ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງແກ້ວ ສີສຸລາດ ເລຂາຄະນະພັກ ຫົວໜ້າການ ເມືອງກອງພົນທີ 2, ມີບັນດາສະຫາຍຄະນະຫ້ອງ, ພະແນກການ ທີ່ກ່ຽວຂ້ອງ, ຄະນະພັກ-ຄະນະ ບັນຊາກົມກອງ ແລະ ພະນັກງານ ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນ ໃໝ່ເຂົ້າຮ່ວມ.
ໃນພິທີສະຫາຍ ພັນໂທ ໄຊຊະ
ນະ ສີສົມພອນ ຮອງຫົວໜ້າພະ ແນກພະນັກງານ ຫ້ອງການເມືອງ
ກອງພົນທີ 2 ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ທະຫານ ແລະ ຂໍ້ຕົກລົງ ຂອງກົມ ໃຫຍ່ການເມືອງກອງທັບ ວ່າດ້ວຍ ການປະດັບທຽບຊັ້ນນາຍທະ ຫານ ໃຫ້ນັກຮຽນຮຽນຈົບວິຊາ ສະເພາະຈາກສາຍລັດ ຢູ່ກອງພົນ ທະຫານຮາບທີ 2. ໂດຍອີງຕາມ ກົດໝາຍທະຫານກອງທັບປະຊາ ຊົນລາວ ( ສະບັບປັບປຸງ ) ໃນ ພາກທີ II ໝວດທີ 3 ມາດຕາ 22
ແລະ ມາດຕາ 23 ວ່າດ້ວຍການ ເລື່ອນຊັ້ນ ແລະ ປະດັບທຽບຊັ້ນ ເປັນນາຍທະຫານ ໃນນີ້. ເລື່ອນ ຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີ ຈໍາ ນວນ 58 ສະຫາຍ, ໃນນັ້ນເລື່ອນ
ທຽບຊັ້ນ ຈໍານວນ 14 ສະຫາຍ, ຊັ້ນຮ້ອຍໂທຂຶ້ນຊັ້ນຮ້ອຍເອກ ຈໍາ
ນວນ 68 ສະຫາຍ, ໃນນັ້ນເລື່ອນ
ທຽບຊັ້ນ ຈໍານວນ 13 ສະຫາຍ, ຊັ້ນຮ້ອຍຕີຂຶ້ນຊັ້ນຮ້ອຍໂທ ຈໍາ ນວນ 90 ສະຫາຍ, ໃນນັ້ນເລື່ອນ
ທຽບຊັ້ນ ຈໍານວນ 29 ສະຫາຍ ແລະ ເລື່ອນຊັ້ນວາທີ ຂື້ນຊັ້ນຮ້ອຍ
ຕີ ຈຳນວນ 102 ສະຫາຍ ໃນນັ້ນ
ເລື່ອນທຽບຊັ້ນ ຈໍານວນ 28 ສະຫາຍ.
ໃນວັນດຽວກັນຢູ່ທີ່ກອງບັນຊາ ການທະຫານອາກາດ ກໍໄດ້ ຈັດ ຕັ້ງພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ແກ່ນາຍທະ ຫານຂອງຕົນ, ໃນນີ້, ເລື່ອນຊັ້ນ ຮ້ອຍເອກຂຶ້ນພັນຕີ ຈຳນວນ 12 ສະຫາຍ, ເລື່ອນທຽບຊັ້ນຮ້ອຍ ເອກ ຂຶ້ນ ພັນຕີ ຈຳນວນ 2 ສະ ຫາຍ, ເລື່ອນຊັ້ນຮ້ອຍໂທຂຶ້ນຮ້ອຍ
ເອກ ຈຳນວນ 18 ສະຫາຍ ແລະ ເລື່ອນທຽບຊັ້ນຮ້ອຍໂທຂຶ້ນຮ້ອຍ ເອກ ຈຳນວນ 5 ສະຫາຍ.
ໃນຕອນທ້າຍປະທານກອງ ປະຊຸມຂອງທັງສອງກົມກອງຍັງ ໄດ້ເນັ້ນໜັກຕໍ່ຜູ້ທີໄດ້ຮັບການ ເລື່ອນຊັ້ນ ໃນຄັ້ງນີ້ ສະຫາຍກໍໄດ້ ກ່າວຄຳສະແດງຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວຕະ ຫຼອດໄລຍະຜ່ານມາທີບັນດາສະ ຫາຍຍາດມາໄດ້ພ້ອມທັງໄດ້ ເນັ້ນໜັກໃຫ້ບັນດາສະຫາຍຜູ້ທີ່ ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງຍົກສູງບົດບາດຄວາມຮັບ ຜິດຊອບກໍ່ຄືການນຳພາໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງຮອບ ດ້ານເປັນແບບຢ່າງໃນການປະຕິບັດລະບຽບວິໄນຂອງກອງທັບ ສືບຕໍ່ປະກອບສ່ວນປັບປຸງກໍ່ສ້າງ ກົມກອງ ແລະ ແກ້ໄຂຊີວິດການ ເປັນຢູ່ໃຫ້ນັບມື້ດີຂຶ້ນຢ່າງບໍ່ຍຸດຢັ້ງ, ເພີ່ມທະວີຄວາມສາມັກຄີ ຊ່ວຍເຫຼື່ອເຊິ່ງກັນ ແລະ ກັນ ພ້ອມ ກັນເຮັດສໍາເລັດໜ້າທີ່ທີ່ການຈັດ ຕັ້ງມອບໝາຍໃຫ້.
.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















