ຫົວໜ້າກົມໃຫຍ່ພະລາທິການກອງທັບ ໃຫ້ກຳລັງໃຈຄົນເຈັບ ແລະ ແພດໝໍ ຢູ່ໂຮງໝໍບໍລິເວນ 107
ເວລາອອກຂ່າວ: 2021-08-25 09:03:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 932 | ຄວາມນິຍົມ: ![]()
ໃນໂອກາດເຂົ້າຮ່ວມພິທີຮັບ ຮອງເອົາໂຮງໝໍບໍລິເວນ 107
ທີ່ປະຈໍາຢູ່ພາກເໜືອ ແຂວງຫຼວງ
ພະບາງ ເປັນກົມກອງວັດທະນະ ທໍາ ໃນວັນທີ 19 ສິງຫາ 2021 ນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ ພ້ອມຄະນະ ກໍໄດ້ລົງຕິດ ຕາມກວດກາການເຄື່ອນໄຫວ ເຮັດໜ້າທີ່ຂອງພະຍາບານ, ແພດ
ໝໍ ຢູ່ທີ່ໂຮງໝໍບໍລິເວນ 107 ຢ່າງເປັນທາງການ, ໂດຍມີ ສະ
ຫາຍ ພັນເອກ ໄພວັນ ຈັນທະສຸກ ຫົວໜ້າການທະຫານໂຮງໝໍບໍລິ ເວນ 107 ແລະ ຄະນະໃຫ້ການຕ້ອນ ຮັບ ແລະ ນຳພາຢ້ຽມຢາມພະນັກ ງານແພດໝໍທີ່ກໍາລັງປະຕິບັດ ໜ້າທີ່ການເມືອງຂອງຕົນຢ່າງມີ ຄວາມຮັບຜິດຊອບສູງ ແລະ ພ້ອມ
ທັງໃຫ້ກໍາລັງໃຈນາຍ ແລະ ພົນ
ທະຫານ, ຕະຫຼອດຮອດປະຊາ ຊົນບັນດາເຜົ່າທີ່ເຂົ້າຮັບການບໍ ລິການປິ່ນປົວຢູ່ໂຮງໝໍດັ່ງກ່າວ ຈົ່ງຫາຍດີ ແລະ ກັບຄືນສູ່ກົມ
ກອງ, ຄອບຄົວໂດຍໄວ ຈາກນັ້ນ,
ສະຫາຍຫົວໜ້າກົມໃຫຍ່ພະລາທິ ການກອງທັບ ແລະ ຄະນະ ຍັງໄດ້
ຢ້ຽມຊົມບັນດາຫ້ອງການ, ຂະ ແໜງການ, ສໍານັກງານອົງການ ພາຍໃນໂຮງໝໍ, ລົງກວດກາເບິ່ງ
ຊີວິດການເປັນຢູ່ຂອງພະນັກງານ ແພດໝໍ ແລະ ນັກຮຽນທີ່ມາສຶກ
ສາຮໍ່າຮຽນວິຊາສະເພາະທີ່ໂຮງ ໝໍບໍລິເວນ 107 ຕື່ມອີກ.
ທັ້ງນີ້ ເພື່ອເປັນການຕິດຕາມ ກວດກາຊຸກຍູ້ໃຫ້ກໍາລັງໃຈອ້າຍ ນ້ອງພະນັກງານເຫຼົ່າຮົບວິຊາສະ ເພາະແພດໝໍຢູ່ໂຮງໝໍບໍລິເວນ 107 ທີ່ໄດ້ເຄື່ອນໄຫວ ແລະ ເຮັດ ສໍາເລັດໜ້າທີ່ວຽກງານທີ່ປະເທດ ຊາດ ແລະ ປະຊາຊົນມອບໝາຍ ໃຫ້. ກຽມພ້ອມຮັບໃຊ້ການບໍລິການປິ່ນປົວພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າໃຫ້ ໄດ້ເປັນຢ່າງດີສົມກັບວ່າ ກອງທັບ ກໍາເນີດມາຈາກປະຊາຊົນ, ຮັບ ໃຊ້ປະຊາຊົນປົກປ້ອງສິດ ແລະ ເພື່ອຜົນປະໂຫຍດຂອງປະຊາ ຊົນ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 22 ສິງຫາ 2021 ນີ້, ສະຫາຍຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຕິດຕາມ ກວດກາໂຄງການກໍ່ສ້າງໂຮງ ຮຽນການທະຫານທ້ອງຖິ່ນຢູ່ ແຂວງໄຊສົມບູນ, ໂດຍການຕ້ອນ
ຮັບຈາກ ສະຫາຍ ພັນເອກ ໝອນ
ຄໍາ ດວງສະຫວັນ ຫົວໜ້າການ
ເມືອງກອງບັນຊາການທະຫານ ແຂວງໄຊສົມບູນ ພ້ອມດ້ວຍ ຄະນະ.
ສະຫາຍ ພັນໂທ ຫງວຽນເທ ວິງ ຕາງໜ້າ ບໍລິສັດ ໂກເອໂກ ທະຫານເຂດ 4 ສສ ຫວຽດນາມ ຜູ້ຮັບຜິດຊອບຊີ້ນໍາພາກສະໜາມ ໃຫ້ຮູ້ວ່າ: ການກໍ່ສ້າງໃນຄັ້ງນີ້ ເປັນຕົ້ນແມ່ນ ຕຶກອາຄານໂຮງ ຮຽນ, ສະໂມສອນ, ເຮືອນນອນ, ເຮືອນຄົວ, ຫໍພັກ ຄູ-ອາຈານ; ປະຕູໂຂງ ແລະ ເດີ່ນບານ ໄດ້ກໍ່
ສ້າງສໍາເລັດແລ້ວ 90% ໃນ
ໄລຍະທີ 1 ຂອງວຽກງານການ ກໍ່ສ້າງ.
ໂອກາດດັ່ງກ່າວ, ສະຫາຍ ຫົວໜ້າກົມໃຫຍ່ພະລາທິການ ກອງທັບ ໄດ້ມີຄໍາເຫັນຊີ້ນໍາ ແລະ
ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານວິຊາການຂອງບໍລິສັດ ໂກເອໂກ ທະຫານເຂດ 4 ສສ ຫວຽດນາມ ທີ່ໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າໃນການສຸມ ໃສ່ການກໍ່ສ້າງຄັ້ງນີ້ແມ່ນມີ ຄວາມຖືກຕ້ອງສອດຄ່ອງ ແລະ ມີ
ຄວາມເປັນລະບຽບຮຽບຮ້ອຍ ຢ່າງຈົບງາມ; ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ການກໍ່ສ້າງໃນຄັ້ງນີ້ໃຫ້ໄດ້ຮັບໝາກ ຜົນ ໂດຍສະເພາະທາງດ້ານຄຸນ
ນະພາບ ແລະ ຮັບປະກັນໄດ້ຍາວ
ນານ ພ້ອມທັງຈະເປີດການນໍາ ໃຊ້ໃນຕົ້ນປີ 2022 ທີ່ຈະມາເຖິງ ໃຫ້ສໍາເລັດໄດ້ຕາມຄາດໝາຍທີ່ວາງໄວ້.
ໂດຍ: ໄຊຍະສອນ ລັດຕະນະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















