ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ລັດຖະມົນຕີກະຊວງປ້ອງກັນປະເທດ ໂອ້ລົມພະນັກງານຫຼັກແຫຼ່ງທະຫານແຂວງຫຼວງພະບາງ
ເວລາອອກຂ່າວ: 2021-08-25 09:04:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2186 | ຄວາມນິຍົມ:



ໃນວັນທີ 20 ສິງຫາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍະລາດ ກໍາມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ພົບປະໂອ້ ລົມພະນັກງານຫຼັກແຫຼ່ງຢູ່ກອງ ບັນຊາການທະຫານແຂວງຫຼວງ ພະບາງ ໂດຍມີສະຫາຍ ພັນເອກ ແປ້ນຄໍາ ບຸດຈັນແພງ ກໍາມະການ ພັກແຂວງ ເລຂາຄະນະພັກ ຫົວ ໜ້າການເມືອງກອງບັນຊາການ ທະຫານແຂວງຫຼວງພະບາງ, ມີ ຄະນະພັກ-ຄະນະບັນຊາການ, ອົງການ 5 ຫ້ອງ, ພະນັກງານຫຼັກ ແຫຼ່ງກົມກອງອ້ອມຂ້າງ ແລະ ພະ ນັກງານ-ນັກຮົບ ເຂົ້າຮ່ວມຮັບ ຟັງ. ໃນໂອກາດນີ້, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງເລຂາ ຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ກໍໄດ້ຂຶ້ນຜ່ານບົດລາຍງານສະ ພາບການຈັດຕັ້ງປະຕິບັດໜ້າທີ່ ວຽກງານໃນ 6 ເດືອນຕົ້ນປີ 2021 ໂດຍປິ່ນອ້ອມ 4 ແຜນ ງານ 26 ໂຄງການທີ່ຄະນະພັກ ກະຊວງປ້ອງກັນປະເທດວາງ ອອກ ໂດຍສະເພາະແມ່ນຂົງເຂດ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດ, ວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ, ວຽກງານພະລາທິການ-ເຕັກນິກ ແລະ ວຽກງານພົວພັນການຕ່າງ ປະເທດ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ຕັ້ງໜ້າ ແລະ ພ້ອມທັງກໍານົດທິດທາງສູ້ຊົນ 6 ເດືອນທ້າຍປີ 2021 ໃຫ້ສະ ຫາຍຮອງນາຍົກລັດຖະມົນຕີ ໄດ້ ຮັບຊາບໂດຍຫຍໍ້. ໂອກາດນີ້, ສະຫາຍຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງກັນປະເທດ ໄດ້ມີຄໍາ ເຫັນໂອ້ລົມເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານ ແລະ ໄຊຊະນະທີ່ຄະນະ ພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບກອງບັນຊາການທະ ຫານແຂວງ ພ້ອມກັນຍາດມາໄດ້ ໃນໄລຍະຜ່ານມາ. ພ້ອມທັງຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນ ຊາຍົກສູງຄວາມເປັນເອກະພາບ ການນໍາພາຂອງພັກ ຕໍ່ສະພາບ ການປ່ຽນແປງໃໝ່ຂອງໂລກທີ່ ພວມຜັນແປໄປຢ່າງສັບສົນ, ມີ ທັງສິ່ງທີ່ເອື້ອອໍານວຍ, ທ້າທາຍ ທົດສອບ, ທາງກົງ ແລະ ທາງ ອ້ອມ, ພ້ອມທັງເນັ້ນໜັກໃຫ້ເອົາ ໃຈໃສ່ປັບປຸງກໍ່ສ້າງກໍາລັງປະ ກອບອາວຸດ ໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ, ເຂັ້ມ ແຂງດ້ານການຈັດຕັ້ງ, ສ້າງກອງ ທັບໃຫ້ມີລະບຽບແບບແຜນ ແລະ ກ້າວຂຶ້ນທັນສະໄໝ, ເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກກະຊວງປ້ອງກັນປະ ເທດ ໃຫ້ເປັນແຜນງານ, ຂະບວນ ການ ແລະ ວຽກງານຕົວຈິງ ໂດຍ ສະເພາະແມ່ນຮັບປະກັນໃຫ້ມີ ຄວາມສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະ ຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ ດ້ວຍການ ສືບຕໍ່ຫັນລົງກໍ່ສ້າງຮາກຖານ ການເມືອງແບບມູນເຊື້ອ ເພື່ອກຳ ແໜ້ນສະພາບກຸ່ມຄົນບໍ່ຫວັງດີ ແລະ ມີມາດຕະການແກ້ໄຂຢ່າງ ເດັດຂາດ, ໂດຍເອົາການເມືອງ ແນວຄິດເປັນກົກ, ປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ, ເອົາເສດ ຖະກິດເປັນໃຈກາງ, ການທະຫານ ເປັນພື້ນຖານສໍາຄັນກ່ວາໝູ່ ແລະ ເອົາວຽກງານພັກ, ວຽກງານພະ ນັກງານເປັນບັນຫາຕັດສິນຊີ້ ຂາດ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາ ລັງດ້ວຍການເຊື່ອມຊຶມກໍາແໜ້ນ ດ້ານກົດໝາຍນາຍທະຫານ, ກົດໝາຍວ່າດ້ວຍການປ້ອງກັນ ຊາດ, ປະຕິບັດ 3 ໜ້າທີ່ 4 ການ ພົວພັນ ແລະ ປະຕິບັດ 7 ລະບອບ 18 ວຽກໃຫ້ເປັນປົກກະຕິ, ແກ້ ໄຂຂອດກົນໄກລະບຽບການ ນະໂຍບາຍຕ່າງໆຕໍ່ນາຍ ແລະ ພົນທະຫານໃຫ້ແທດເໝາະ ກັບສະພາບຄວາມເປັນຈິງ, ປົກ ປັກຮັກສາ ແລະ ຄຸ້ມຄອງພາ ຫະນະ, ອາວຸດຍຸດໂທປະກອນ ຂອງກອງທັບບໍ່ໃຫ້ຕົກເຮ່ຍເສຍ ຫາຍ, ຕິດພັນກັບການເຝິກ ແອບຮໍ່າຮຽນການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ, ໄປພ້ອມໆກັບການສຶກສາວຽກ ງານປ້ອງກັນຊາດທົ່ວປວງຊົນ ຮອບດ້ານ, ພ້ອມກັນນີ້ຕ້ອງກໍ່ ສ້າງພະນັກງານສືບທອດ 3 ຮຸ່ນ ແລະ ພະນັກງານຊົນເຜົ່າ ໃຫ້ ມີຄຸນນະພາບ, ສືບຕໍ່ສ້າງກອງ 3 ປອດ, ໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ຢ່າງຕໍ່ເນື່ອງ ເພື່ອຕີລາຄາມາດຖານຂອງພະ ນັກງານການນໍາພາໃນການກໍ່ ສ້າງກໍາລັງ, ຍົກສູງນໍ້າໃຈເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ເຮັດວຽກງານພົວພັນການ ຕ່າງປະເທດ ຕາມແນວທາງຍຶດ ໝັ້ນ ແລະ ເປີດກວ້າງແຕ່ມີການ ເລືອກເຟັ້ນການພົວພັນຮ່ວມມື ເພື່ອນມິດຍຸດທະສາດສັງຄົມນິ ຍົມ, ຍົກສູງຄວາມຮັບຜິດຊອບ ທາງດ້ານການເມືອງ, ພ້ອມກັນນີ້ ກໍ່ຕ້ອງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນ ເອງໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດ ແລະ ຄວາມຮູ້, ຄວາມ ສາມາດ. ເພີ່ມທະວີຄວາມສາມັກ ຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນ ໜາ ແລະ ປະຕິບັດຫຼັກການລວມ ສູນປະຊາທິປະໄຕ, ເຮັດວຽກເປັນ ໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດ ຊອບ, ເພື່ອປັບປຸງວິທີເຮັດວຽກ ໃຫ້ມີແບບແຜນທັນສະໄໝກ້າວ ຂຶ້ນຕາມຍຸກສະໄໝເປັນກ້າວໆ. ຂ່າວ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ