ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຂະແໜງສະຫະພັນແມ່ຍິງໂຮງຮຽນສື່ສານ 205 ສະຫຼຸບຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2019-01-09 09:25:11 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ທ້າຍເດືອນທັນວາ 2018 ຜ່ານມານີ້, ຂະແໜງສະຫະ ພັນແມ່ຍິງໂຮງຮຽນສື່ສານ 205 ໄດ້ສະຫລຸບການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I ປີ 2016-2018 ແລະ ວາງທິດ ທາງແຜນການໄລຍະທີ II ປີ 2018-2020 ຂຶ້ນ ໂດຍການເປັນ ປະທານຂອງ ພັນໂທ ຄຳຈັນ ພົມມະສານ ຄະນະພັກຮາກຖານ ຫົວໜ້າພະແນກອົບຮົມ, ມີພະ ແນກການ, ສະມາຊິກສະຫະພັນ ແມ່ຍິງເຂົ້າຮ່ວມ. ພັນຕີ ນາງ ພອນມະນີ ລາດສະພົງ ຫົວໜ້າຂະແໜງສະ ຫະພັນແມ່ຍິງໂຮງຮຽນເຫຼົ່າຮົບ ສື່ສານ 205 ໄດ້ຂຶ້ນຜ່ານບົດສະ ຫຼຸບ ໄດ້ຍົກໃຫ້ເຫັນຈຸດທີ່ພົ້ນເດັ່ນ ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 3 ດີ ເຊິ່ງໄດ້ເອົາໃຈໃສ່ປຸກ ລະດົມຊຸກຍູ້ແມ່ຍິງເຂົ້າຮ່ວມຢ່າງ ເປັນຂະບວນຟົດຟື້ນກວ້າງຂວາງ ໂດຍຕິດພັນກັບຂະບວນການ ວຽກງານຕົວຈິງຂອງກົມກອງ ແລະ ຕິດພັນກັບໜ້າທີ່ການເມືອງ ຂອງຕົນເປັນເສນາທິການໃຫ້ຄະ ນະພັກໃນວຽກງານສຶກສາອົບ ຮົມເຕົ້າໂຮມຄວາມສາມັກຄີລະ ຫວ່າງເອື້ຶອຍນ້ອງແມ່ຍິງດ້ວຍກັນ ວຽກງານທີ່ພົ້ນເດັ່ນໄດ້ມີ: ກຸ່ມ ທ້ອນເງິນພັດທະນາແມ່ຍິງໄດ້ 1 ກຸ່ມ ມີສະມາຊິກທັງຫມົດ 220 ສະຫາຍ, ຍິງ 102 ສະ ຫາຍ, ມີເງິນທ້ອນທັງຫມົດ 508.260.000 ກີບ. ຄັດເລືອກໄດ້ຜົນຂອງການຈັດ ຕັ້ງປະຕິບັດຄື: ພົນລະເມືອງດີ 79 ສະຫາຍ ເທົ່າກັບ 99%, ພັດທະ ນາດີ 78 ສະຫາຍ ເທົ່າກັບ 93%, ຄອບຄົວດີ 34 ຄອບຄົວ ເທົ່າກັບ 95%, ແມ່ຍິງ 3 ດີປະເພດ I ມີ 39 ສະຫາຍ, ແມ່ຍິງ 3 ດີປະເພດ II ມີ 13 ສະຫາຍ, ຂະແໜງ 3 ດີ ປະເພດ II ມີ 1 ຂະແໜງ, ໜ່ວຍ 3 ດີ ປະເພດ I ມີ 2 ໜ່ວຍ, ໜ່ວຍ 3 ດີ ປະເພດ II ມີ 1 ໜ່ວຍ, ກົມກອງ ນຳພາດີເດັ່ນມີ 1 ກົມກອງ, ຄອບ ຄົວຕົວແບບມີ 1 ຄອບຄົວ, ບຸກ ຄົນຕົວແບບ ມີ 3 ສະຫາຍ. ໂດຍ: ໄຂນະພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ