ໂຮງຮຽນທິດສະດີການເມືອງກອງທັບ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2021-09-29 10:07:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1545 | ຄວາມນິຍົມ: ![]()
ໃນວັນທີ 28 ກັນຍາ 2021 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ມີພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ ຜູ້ທີ່ມີເງື່ອນໄຂຄົບຕາມມາດຖານຂອງການເລື່ອນຊັ້ນ ທັງເປັນການຍ້ອງຍໍຕໍ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ຄະນະວິຊາຄູ ພະແນກການກ່ຽວຂ້ອງ ພ້ອມດ້ວຍຜູ້ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍພັນໂທ ບຸນຊົມ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງໂຮງຮຽນ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ, ກະຊວງປ້ອງກັນປະເທດ ຕົກລົງ ເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນຕີ ຂື້ນຊັ້ນ ພັນໂທ ຈໍານວນ 03 ສະຫາຍ ຄື ສະຫາຍພັນຕີ ຄໍາໄຫຼ ແກ້ວມະນີວົງ ຂື້ນຊັ້ນ ພັນໂທ, ພັນຕີ ວິໄລທອງ ທໍາມະເທວີ ຂື້ນຊັ້ນ ພັນໂທ ແລະ ສະຫາຍ ພັນຕີ ສົມນຶກ ສົມສະຫວັນ ຂື້ນຊັ້ນ ພັນໂທ.
ໃນໂອກາດດັ່ງກ່າວ ສະຫາຍພົນຈັດຕະວາ ປອ ຄໍາຜາຍ ສະພັງເໜືອ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກບາງບັນຫາສຳຄັນ ພ້ອມທັງຕາງໜ້າໃຫ້ຄະນະພັກຂັ້ນເທິງຂື້ນປະດັບຊັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຢ່າງສົມກຽດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















