ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ກວດພົບຜູ້ຕິດເຊື້ອໃໝ່ 464 ຄົນ ໃນນັ້ນຕິດເຊື້ອໃນຊຸມຊົນ 437 ຄົນ ເສຍຊີວິດ 1 ຄົນ
ເວລາອອກຂ່າວ: 2021-10-01 15:51:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4119 | ຄວາມນິຍົມ:



ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນ ໃນ ສປປ ລາວ ແລະ ໃນໂລກ, ປະຈຳວັນສຸກ, ວັນທີ 1 ຕຸລາ ປີ 2021 ໂດຍກ່າວວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 30 ກັນຍາ 2021, ໄດ້ກວດວິເຄາະທັງໝົດ 6,393 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 464 ຄົນ ຊຶ່ງແຍກເປັນ ກໍລະນີນໍາເຂົ້າ ມີ 27 ຄົນ ຈາກແຂວງ ຈໍາປາສັກ 19 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 2 ຄົນ, ຫຼວງພະບາງ 1 ຄົນ, ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງ 1 ຄົນ. ເສຍຊິວິດ ໃໝ່ 1 ຄົນຈາກແຂວງສະຫວັນນະເຂດ ຂະນະດຽວກັນມີຜູ້ຕິດເຊື້ອໃນຊຸມຊົນ 437 ຄົນ ຊຶ່ງກະຈາຍຢູ່ບັນດາແຂວງ ດັ່ງລາຍລະອຽດຕໍ່ໄປນີ້: 1. ນະຄອນຫຼວງວຽງຈັນ 220 ຄົນ: 1). ເມືອງ ນາຊາຍທອງ: ພົບເຊື້ອ 37ຄົນ, 2). ຈຸດບືງຂະຫຍອງ: ພົບເຊື້ອ 17ຄົນ; 3). ຈຸດເຈົ້າອານຸວົງ: 38 ຕົວຢ່າງ; 4). ເມືອງສີເກີດ: ພົບເຊື້ອ 39ຄົນ; 5). ມສ. ລາວຫວຽດ: ພົບເຊື້ອ 21 ຄົນ; # ສະຖາບັນ ປັດສະເຕີລາວ (IPL): ພົບເຊື້ອ 30 ຕົວຢ່າງ (ຈາກໂຮງໝໍເສດຖາ 12 ແລະ ຫຼັກ 27 ມີ 18 ຄົນ) # ສູນເມລິເອີ : ພົບເຊື້ອ 33 ຄົນ; (ຕົວຢ່າງມາຈາກ ເມືອງນາຊາຍທອງ ແລະ ໄຊທານີ) 2. ຫຼວງພະບາງ 70 ຄົນ: 1) ເມືອງງອຍ ມີ 41 ກໍລະນີ: ບ້ານປາກບາກ ມີ 26 ກໍລະນີ, ບ້ານໜອງຂຽວ ມີ 14 ກໍລະນີ, ບ້ານຫ້ວຍບໍ່ ມີ 01 ກໍລະນີ 2) ເມືອງນໍ້າບາກ ມີ 20 ຄົນ : ບ້ານນະຄອນ ມີ 20 ກໍລະນີ 3) ເມືອງຊຽງເງີນ ມີ 08 ຄົນ : ບ້ານປາກຂັນ ມີ 03 ກໍລະນີ, ບ້ານດອນໂມ ມີ 03 ກໍລະນີ, ບ້ານຊຽງເງີນ ມີ 02 ກໍລະນີ. 4) ເມືອງນານ ມີ 01 ກໍລະນີ (ບ້ານໂພນໄຊ) 3. ຈໍາປາສັກ 63 ຄົນ: - ນະຄອນປາກເຊ 11 - ເມືອງໂຂງ 24 (ຄົນກັກກັນໃນສູນ 19; ພະນັກງານປະຈຳສູນ 2; ນັກໂທດ 03) - ເມືອງ ໂພນທອງ 03 - ເມືອງປະທຸມພອນ 07 - ເມືອງ ບາຈຽງ 36 - ເມືອງ ປາກຊ່ອງ 01 4. ບໍ່ແກ້ວ 38 ຄົນ: ໃນນັ້ນມີແຮງງານ ມີ ແຮງງານຈີນ 2 ຄົນ; ກຳມະກອນກໍ່ສ້າງສະໝາມບິນ ຢູ່ເມືອງ ຕົ້ນເຜີ້ງ 27 ຄົນ; ສູນຂອນແກ້ວ 1 ຄົນ ແຮງງານມາຈາກສະໝາມບິນ, ໂພນໂຮມ 4 ຄົນ ແລະ ພຽງງາມ 4 ຄົນ. 5. ສະຫວັນນະເຂດ 19 ຄົນ: 6. ແຂວງວຽງຈັນ 15 ຄົນ: 1) ເມືອງວັງວຽງ ມີ 12 ກໍລະນີ (ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ຢູ່ບ້ານໂພນຊູ) : ບ້ານນາມອນ ມີ 08 ກໍລະນີ, ບ້ານໂພນຊູ ມີ 02 ກໍລະນີ, ມີ 02 ກໍລະນີ ຈາກ ບ້ານນໍ້າພ້າວ ແລະ ບ້ານຫ້ວຍແຍ້ ມີບ້ານລະ 01 ກໍລະນີ 2) ເມືອງໂພນໂຮງ ມີ 03 ກໍລະນີ (ບ້ານໂພນຫໍ ມີ 02 ກໍລະນີ ແລະ ບ້ານນາຊູ ມີ 01 ກໍລະນີ) ທັງໜົດແມ່ນສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ. 7. ຄໍາມ່ວນ 5 ຄົນ: ພະນັກງານແພດ ສາທາເມືອງ ທ່າ ແຂກ 03 ຄົນ ເຫຼືອ ນັ້ນ ແມ່ນ ກຸ່ມ ສ່ຽງທີ່ເຄີຍ ສຳຜັຍໄດ້ສິດ ກັບຜູ້ຕິດເຊື້ອ ຜ່ານມາ 8. ສາລະວັນ 3 ຄົນ: 1.ບ້ານນາໂດນ ມີ 02 ກໍລະນີ (ເພດຊາຍ, ອາຍຸ 46 ປີ, ອາຊີບ: ພະນັກງານວິທະຍາໄລຄູ ແລະ ເພດຍີງ, ອາຍຸ 36 ປີ, ອາຊີບ: ພະນັກງານກວດກາ ແຂວງ ທັງສອງຄົນເປັນຜົວເມຍກັນ) ແລະ ສໍາຜັດໃກ້ຊິດກັບກັບຄົນຕິດເຊື້ອຜ່ານມາ 2. ບ້ານຄັນທະລາດ ມີ 01 ກໍລະນີ (ເພດຍິງ, ອາຍຸ 03 ປີ, ອາຊີບ: ເດັກ) ແລະ ສໍາຜັດໃກ້ຊິດກັບກັບຄອບຄົວຕິດເຊື້ອຜ່ານມາ. 9. ບໍລິຄໍາໄຊ 3 ຄົນ: ຈາກ ເມືອງປາກກະດິງ, ບ້ານໂພນສີ ມີ 2 ກໍລະນີ ເປັນເພດຍິງທັງສອງຄົນ ແລະ ທັງສອງຄົນອາຊີບເປັນກໍາມະກອນ, ເປັນຄົນລາວ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ລາຍງານໃນວັນທີ 27 ກັນຍາ 2021, ມີ 1 ຄົນ ເພດຍີງ, ອາຍຸ 59 ປີ, ອາຊີບ:ຊາວນາ, ບ້ານຊ່ອນພັນໄຊ (ຜ່ານການກວດ ແລັບປິດແທັດ) ແລະ ສຳພັດກັບຜູ້ຕິດເຊື້ອ ລາຍງານວັນທີ 26/9/2021 ຜ່ານມາ. 10. ຫຼວງນໍ້າທາ 1 ຄົນ ສັນຊາດຈີນ  ສໍາລັບການເສຍຊິວິດໃໝ່ ແມ່ນ ມາຈາກ ແຂວງສະຫວັນນະເຂດ, ເພດຊາຍ, ອາຍຸ 48 ປີ, ບ້ານໂພນສະຫວ່າງໃຕ້, ນະຄອນໄກສອນ ແລະ ນອນປີ່ນປົວ ຢູ່ຫ້ອງມໍລະສຸມຂອງໂຮງໝໍແຂວງ ໃນວັນທີ 29 ກັນຍາ 2021 ໃນມື້ດຽວກັນ ໄດ້ເກັບຕົວຢ່າງກວດຫາເຊື້ອ. ມາຮອດ ເວລາ 08:00 ໂມງເຊົ້າ ຂອງວັນທີ 30 ກັນຍາ 2021 ຄອບຄົວຂໍກັບບ້ານ, ຕໍ່ມາຜູ້ກ່ຽວ ໄດ້ເສຍຊີວິດລົງ ໃນເວລາ 09:00 ໂມງຂອງມື້ດຽວກັນ ແລະ ໃນເວລາ 23:00 ໂມງ ຜົນກວດຕົວຢ່າງມາວ່າ ພົບເຊື້ອ ໂຄວິດ-19.  ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.  ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 24,310 ຄົນ, ເສຍຊີວິດສະສົມ 20 ຄົນ (ໃໝ່ 01 ຄົນ), ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 135 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,691 ຄົນ. • ຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ປະຕິບັດການດໍາລົງຊິວິດປົກກະຕິແບບໃໝ່ (new normal) ໂດຍໝັ່ນລ້າງມື, ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ, ບໍ່ກິນເຂົ້າຮ່ວມກັນເປັນກຸ່ມ, ຫຼີກລ້ຽງການຊຸມແຊວເປັນກຸ່ມ. ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນເພື່ອພ້ອມກັນຜ່ານຜ່າວິກິດນີ້ໄປດ້ວຍກັນ ແລະ ສາມາດກັບມາດໍາລົງຊິວິດປົກກະຕິໂດຍໄວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ