ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 18 ມັງກອນ 2025

  

ລັດວິສາຫະກິດ ລາວໂທລະຄົມ ມອບເງິນຊຸກຍູ້ວັນສ້າງຕັ້ງກອງທັບ
ເວລາອອກຂ່າວ: 2019-01-10 09:47:28 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 600 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 9 ມັງກອນ 2019 ນີ້, ທີ່ຫ້ອງຮັບ ແຂກສະໂມສອນຫ້ອງວ່າການ ກະຊວງ, ທ່ານ ຖາວອນ ສົມສະ ກຸນ ຜູ້ອຳນວຍການໃຫຍ່ບໍລິສັດ ລັດວິສາຫະກິດລາວໂທລະຄົມ ພ້ອມດ້ວຍຄະນະ ໄດ້ນຳເອົາເງິນ ສົດຈຳນວນ 700 ລ້ານກີບ ມາ ມອບໃຫ້ກະຊວງປ້ອງກັນປະເທດເພື່ອປະກອບສ່ວນສະໜັບ ສະໜູນການສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນ ລາວ ຄົບຮອບ 70 ປີ ( 20 ມັງ ກອນ 1949-20 ມັງກອນ 2019) ກ່າວຮັບໂດຍທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະ ຊວງ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ທັງສອງຝ່າຍເຂົ້າຮ່ວມເປັນສັກ ຂີພະຍານ. ທ່ານ ພົນຕີ ແອສະໄໝ ເລືອງ ວັນໄຊ ໄດ້ຕາງໜ້າໃຫ້ຄະນະນຳ ກະຊວງປ້ອງກັນປະເທດ ໄດ້ ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍ ເຫຼືອຂອງບໍລິສັດລັດວິສາຫະກິດ ລາວໂທລະຄົມໃນຄັ້ງນີ້ທີ່ເຫັນໄດ້ ຄວາມໝາຍ ແລະ ຄວາມສຳຄັນ ຂອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ພ້ອມໃຫ້ຄຳໝັ້ນສັນຍາ ວ່າ ຈະນຳເອົາເງິນຈຳນວນດັ່ງ ກ່າວປະກອບສ່ວນເຂົ້າໃນກິດຈະ ກຳຕ່າງໆໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບ ໃຫ້ມີ ບັນຍາກາດຟົດຟື້ນ, ພ້ອມດຽວ ກັນນີ້ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຍັງ ໄດ້ມອບໃບສົມມະນາຄຸນໃຫ້ແກ່ ຜູ້ອຳນວຍການໃຫຍ່ບໍລິສັດລັດວິ ສາຫະກິດລາວໂທລະຄົມອີກ ດ້ວຍ. ໂດຍ: ເມດຕາ ກິດຕິພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ