ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດລົງພົບປະ ແລະ ເຮັດວຽກຢູ່ແຂວງໄຊສົມບູນ
ເວລາອອກຂ່າວ: 2019-01-10 09:49:17 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 570 | ຄວາມນິຍົມ:
ໃນວັນທີ 8 ມັງກອນ 2019ນີ້, ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາ ທິການສູນກາງພັກ, ຮອງປະ ທານປະເທດ ທັງເປັນຫົວໜ້າຄະ ນະຊີ້ນຳພັດທະນາບັນດາແຂວງ ຂອບເຂດໃຈກາງ ພ້ອມດ້ວຍຄະ ນະ ໄດ້ລົງພົບປະໂອ້ລົມການນຳ ແຂວງໄຊສົມບູນ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ຮັກສາການ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍ ການນຳແຂວງ, ເມືອງ ບັນດາ ຈຸດສຸມ, ພະນັກງານ-ນັກຮົບ ແລະ ຊາວແຂວງໄຊສົມບູນ.
ທ່ານ ພົນຕີ ຄຳລຽງ ອຸທະ ໄກສອນ ເລຂາພັກແຂວງ ຮັກສາການເຈົ້າແຂວງໆໄຊສົມບູນ ກໍ
ໄດ້ລາຍງານສະພາບໂດຍຫຍໍ້ ໃນການຊີ້ນຳ-ນຳພາເຮັດໃຫ້
ຂອບ ເຂດພາຍໃນແຂວງມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍດີ ປະຊາຊົນມີແນວຄິດອຸ່ນ ອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການ ນຳຂອງພັກ-ລັດ, ເອົາໃຈໃສ່ເຮັດ ໃຫ້ສະພາບຢູ່ພາຍໃນແຂວງມີ ຄວາມສະຫງົບ, ສັງຄົມມີການ
ພັດທະນາດີຂຶ້ນເທື່ອລະກ້າວ, ປະຊາຊົນຜູ້ທຸກຍາກຫຼຸດພົ້ນ ອອກຈາກຄວາມດ້ອຍພັດທະນາ
ໄປຕາມແຜນການຂອງແຂວງ,
ເມືອງທີ່ວາງໄວ້, ພະນັກງານ ຂະແໜງການທີ່ກ່ຽວຂ້ອງສົມ
ທົບກັບອຳນາດການປົກຄອງ ໄດ້ສືບຕໍ່ຈັດສັນທີ່ດິນ ແລະ ອອກ ໃບຕາດິນໃຫ້ພໍ່ແມ່ປະຊາຊົນຈຳ ນວນ 2.000 ກວ່າຄອບຄົວ ໂດຍສະເພາະ 18 ບ້ານເປົ້າໝາຍ, ອອກໃຫ້ໃໝ່ 6 ບ້ານ ຍັງ 2 ບ້ານ,
ໄດ້ເຊັນສັນຍາກັບບໍລິສັດ ເອັມໂອຢູ ສຳຫຼວດຄວາມເປັນໄປໄດ້ໃນການພັດທະນາແຂວງ ໄຊສົມ ບູນ ຄົບວົງຈອນ ເພື່ອສ້າງພື້ນຖານ
ໂຄງລ່າງການພັດທະນາທາງ ດ້ານກະສິກຳ ແລະ ແຫຼ່ງທ່ອງ ທ່ຽວ, ສຸມໃສ່ພື້ນຖານໂຄງລ່າງ
ຕາມແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານ ປ້ອງກັນຊາດ-
ປ້ອງກັນຄວາມສະຫງົບສືບຕໍ່
ປະຕິບັດແຜນການຫັນລົງກໍ່ສ້າງ
ຮາກຖານພັດທະນາຊົນນະບົດ
ຕາມທິດ 3 ສ້າງ ຢ່າງແຂງແຮງ,
ນຳເອົາເອກະສານມາເຜີຍແຜ່ ໃຫ້ບັນດາບ້ານທີ່ມີເປົ້າໝາຍເປັນ
ບ້ານວັດທະນະທຳ, ບ້ານແບບ ຢ່າງ, ບ້ານສາທາລະນະສຸກ ແລະ
ບ້ານປອດຢາເສບຕິດສຳເລັດ ການລົງຊຸກຍູ້ ແລະ ປະກາດ ບ້ານຈົບມັດທະຍົມບຳລຸງຕອນ
ຕົ້ນໃຫ້ແກ່ ເມືອງລ້ອງແຈ້ງ ໂດຍ
ແມ່ນກະຊວງສຶກສາເປັນຜູ້ອອກ ໃບຢັ້ງຢືນ ປັດຈຸບັນນີ້ 3 ເມືອງ
ທີ່ຍັງບໍ່ທັນໄດ້ປະກາດ ແລະ ຈະ
ສືບຕໍ່ໃຫ້ສຳເລັດຕາມແຜນການ
ທີ່ວາງໄວ້, ພ້ອມນີ້ກໍໄດ້ສືບຕໍ່ ວຽກໃນຕົ້ນປີ 2019 ຄື: ຈະ ໄດ້ກວດກາຊັບຊ້ອນຄືນກຳລັງທີ່ ລົງກໍ່ສ້າງຮາກຖານການເມືອງ ຄືນໃໝ່ ເພື່ອຄົ້ນຄວ້າເອົາຜູ້ທີ່ມີ ຄວາມຮູ້-ຄວາມສາມາດ ມີຄຸນະ ພາບໃນການເຮັດໜ້າທີ່ໃນໄລຍະ ໃໝ່ ແລະ ຈັດຕັ້ງເຝິກອົບຮົມ ໃຫ້ເລຂາພັກບ້ານ, ນາຍບ້ານ
ໃຫ້ມີຄວາມເຂັ້ມແຂງໃນການ ເຄື່ອນໄຫວເຮັດໜ້າທີ່ໃຫ້ແຂງ ແຮງກວ່າເກົ່າ, ວຽກງານປ້ອງ
ກັນຊາດ-ປ້ອງກັນຄວາມສະ ຫງົບສືບຕໍ່ເອົາໃຈໃສ່ເຝິກແອບ ຮໍ່າຮຽນທາງດ້ານສິນລະປະຍຸດ- ຍຸດທະວິທີໃຫ້ເປັນຂະບວນຟົດຟື້ນ ເນື່ອງໃນໂອກາດ ວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີໃຫ້ກວ້າງຂວາງ ແລະ ໜັກ ແໜ້ນ.
ທ່ານພັນຄຳ ວິພາວັນ ຮອງ ປະທານປະເທດ ໄດ້ໃຫ້ກຽດໂອ້ ລົມຊີ້ທິດເຍືອງທາງ ແລະ ເນັ້ນ ໜັກຫຼາຍບັນຫາໃຫ້ແກ່ຄະນະນຳ ຂອງແຂວງ ໂດຍສະເພາະແມ່ນ ການສືບຕໍ່ເຄື່ອນໄຫວປະຕິບັດໜ້າ ທີ່ວຽກງານເພື່ອເຮັດໃຫ້ສະພາບ ມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍ ເກັບກຳສະພາບ ຂອງກຸ່ມຄົນຜູ້ບໍ່ຫວັງດີແລ້ວຫາວິ ທີສະກັດກັ້ນ ແລະ ແກ້ໄຂໂດຍໄວ, ສືບຕໍ່ສຸມໃສ່ແກ້ໄຂບັນຫາຄວາມ ທຸກຍາກຂອງປະຊາຊົນບັນດາ ເຜົ່າພາຍໃນແຂວງ, ແກ້ໄຂຊີວິດ ການເປັນຢູ່ຂອງເຂົາເຈົ້າດ້ວຍ ການຊຸກຍູ້ທຳການຜະລິດປູກຝັງ- ລ້ຽງສັດໃຫ້ຫຼາຍ ແລະ ກາຍເປັນ ສິນຄ້າເພື່ອບັນລຸເປົ້າໝາຍດັ່ງ ກ່າວ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ, ອຳນາດ ການປົກຄອງແຂວງທຸກຂັ້ນ, ພະ ນັກງານ-ນັກຮົບທຸກສະຫາຍຕະ ຫຼອດຮອດພໍ່ແມ່ປະຊາຊົນທຸກຊັ້ນ ຄົນ ຈົ່ງເປັນເຈົ້າການນຳເອົາເນື້ອ ໃນຈິດໃຈຂອງແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ວັດທະ ນະທຳນັ້ນ ຢູ່ພາຍໃນ ທ້ອງຖິ່ນຂອງ ຕົນຢ່າງເໝາະສົມແທດເຖິງ, ພ້ອມທັງສືບຕໍ່ສຶກສາອົບຮົມ ລູກຫຼານຂອງຕົນໃຫ້ມີສະຕິ ທັງເປັນຫູເປັນຕາຊ່ວຍໃນການ ເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ເພື່ອເຮັດໃຫ້ສະພາບມີຄວາມສະ ຫງົບ ແລະ ເປັນລະບຽບຮຽບ ຮ້ອຍ ໂດຍສະເພາະແມ່ນໃນໂອ ກາດວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີມີ ຄວາມສະຫງົບ 100%.
ໃນໂອກາດຮອງປະທານປະ ເທດລົງຢ້ຽມຢາມ ແລະ ຊຸກຍູ້ ວຽກງານຢູ່ແຂວງ ໄຊສົມບູນ ໄດ້ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ປະເພດຕ່າງໆຈຳນວນໜຶ່ງລວມ ມູນຄ່າ 56 ລ້ານກວ່າກີບ ໄປມອບ ໃຫ້ນາຍ ແລະ ພົນທະຫານທີ່ ເຄື່ອນໄຫວເຮັດໜ້າທີ່ຢູ່ຈຸດຕ່າງໆ ໃນແຂວງໄຊສົມບູນ ໃນໂອກາດ ວັນສ້າງຕັ້ງກອງທັບຄົບຮອບ 70 ປີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ