ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຂະແໜງຊາວໜຸ່ທໂຮງຮຽນຊ່າງແສງ ສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ
ເວລາອອກຂ່າວ: 2019-01-10 09:52:43 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349218892 | ຄວາມນິຍົມ:



ທ້າຍເດືອນທັນວາ 2018 ຜ່ານມານີ້, ຂະແໜງຊາວໜຸ່ມ ໂຮງຮຽນຊ່າງແສງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຮອບດ້ານຄັ້ງທີ ll ປະ ຈຳປີ 2015 - 2018. ໂດຍ ການເປັນປະທານຂອງ ພັນເອກ ກອງແກ້ວ ວໍລະຈິດ ຄະນະພັກ ອົງການກົມໃຫຍ່ ຫົວໜ້າຫ້ອງ ການເມືອງ ກົມໃຫຍ່ເສນາທິການ ກອງທັບ. ມີຄະນະພັກ-ຄະນະບັນ ຊາພະນັກງານ-ນັກຮົບເຂົ້າຮ່ວມ. ຮ້ອຍເອກ ຫຸມແພງ ບົວພາແກ້ວ ຫົວໜ້າຂະແໜງຊາວໜຸ່ມໂຮງ ຮຽນຊ່າງແສງໃຫ້ຮູ້ວ່າ: ໃນຊຸມ ປີຜ່ານມາຄະນະບໍລິຫານງານ ຊາວໜຸ່ມຂອງພວກເຮົາແມ່ນໄດ້ ເອົາໃຈໃສ່ຕໍ່ໜ້າທີ່ວຽກງານສຶກ ສາອົບຮົມການເມືອງ, ນໍາພາ ແນວຄິດພ້ອມທັງໄດ້ຖືເອົາເນື້ອ ໃນຂໍ້ແຂ່ງຂັນ 4 ບຸກຂອງສູນກາງ ຊາວໝຸ່ມປະຕິວັດລາວມາຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ ໂດຍຕິດພັນກັບໜ້າທີ່ການເມືອງ ຂອງກົມກອງ ໂດຍສະເພາະແມ່ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງຄະ ນະພັກກະຊວງປ້ອງກັນປະເທດ ວາງອອກ ເຮັດໃຫ້ພະນັກງານ ສະມາຊິກຊາວໜຸ່ມມີຄຸນທາດ ການເມືອງໜັກແໜ້ນ ມີຄຸນສົມ ບັດສິນທຳປະວັດ, ມີສະຕິລະວັງ ຕົວ ແລະ ຍົກສູງຄວາມຮັບຜິດ ຊອບຂອງຕົນ, ນອກຈາກນີ້ຍັງ ໄດ້ເອົາໃຈໃສ່ປຸກລະດົມຊຸກຍູ້ສະ ມາຊິກຊາວໜຸ່ມສຸມທຸກສະຕິປັນ ຍາເຫື່ອແຮງເຂົ້າໃນການປັບປຸງ-ປົວແປງກໍ່ສ້າງ ແລະ ຈັດສະຖານ ທີ່ປະດັບປະດາກົມກອງໃຫ້ເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມ ສະອາດຈົບງາມດີ ໃນນີ້ໄດ້ແປງ ເຮືອນນອນຍາມປະຕູໂຂງ 1 ຫຼັງ, ສ້ອມແປງເຮືອນຄົວພະແນກອົບ ຮົມ ແລະ ໝວດປ້ອງກັນ, ສ້ອມ ແປງຮ້ານຄ້າສະຫະພັນ, ກໍ່ສ້າງ ໂຮງ ງານນໍ້າດືມ 1 ຫຼັງ, ກໍ່ສ້າງກາ ລາລົດພະນັກງານ 3 ຫຼັງ, ສ້າງ ນໍ້າມັນ 1 ຫຼັງ ແລະ ແປງຮົ້ວ ອ້ອມສວນຊາວໜຸ່ມຄວາມຍາວ 300 ແມັດ ເອົາໃຈໃສ່ຊີ້ນຳ-ນຳ ພາສະມາຊິກພັກປູກຝັງ-ລ້ຽງສັດ ສະໜອງເຂົ້າເຮືອນຄົວລວມ ຄິດ ໄລ່ເປັນເງິນ 39.360.000 ກີບ. ຈາກຜົນງານດັ່ງກ່າວ ຂະແໜງ ຊາວໜຸ່ມພ້ອມດ້ວຍສະມາຊິກໄດ້ ຮັບການຍ້ອງຍໍປະເພດຕ່າງໆ ຈາກຂັ້ນເທິງຢ່າງສົມກຽດ. ໂດຍ : ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ