ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຊ່ວຍເຫຼືອກັນໃນຍາມວິກິດ
ເວລາອອກຂ່າວ: 2021-10-20 11:33:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2746 | ຄວາມນິຍົມ:



ໃນຕອນບາຍຂອງວັນທີ 15 ຕຸລາ ປີ 2021 ນີ້, ຕາງໜ້າບໍລິສັດ ວຽງໄຊ ວີວກາເດັນ ເຊິ່ງນຳໂດຍ ສະຫາຍ ບຸນຈັນ ມາລາວົງ ເຈົ້າເມືອງໆວັງວຽງ ພ້ອມດ້ວຍຄະນະ ໄດ້ນຳເອົາອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ຄະນະພັກ-ຄະນະບັນຊາກອງພົນທີ 1 ເພື່ອຮັບໃຊ້ໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ເຄື່ອງທີ່ນຳມາມອບໃນຄັ້ງນີ້ມີຄື: ເຄື່ອງພົ່ນຢາຂ້າເຊື້ອ, ເຈວລ້າງມື, ຜ້າອັດປາກ, ກາເຟ, ໄຂ່ ແລະ ໝີ່ ລວມມູນຄ່າ 3.300.000 ກີບ. ເນື່ອງໃນໂອກາດກ່າວຮັບ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1 ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ບຸນຄູນ ຕໍ່ສະຫາຍ ບຸນຈັນ ມາລາວົງ ແລະ ບໍລິສັດວຽງໄຊ ວິວກາເດັນ ທີ່ໄດ້ນຳເອົາເຄື່ອງດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ເຊິ່ງເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ກໍ່ຄືການຄວບຄຸມ, ສະກັດກັ້ນ ແລະ ຕ້ານພະຍາດ COVID-19 ຂອງກອງພົນທີ 1, ເຊີ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫຼອດມາ ບໍ່ວ່າໃນຍາມທຸກຫຼືສຸກ ຮັກສາໄດ້ມູນເຊື້ອອັນສະຫງ່າງາມຂອງກອງທັບກັບປະຊາຊົນ ດັ່ງຄຳຂັວນທີວ່າ: ກອງທັບກັບປະຊາຊົນຊົນ ປຽບເໝືອນດັ່ງປາກັບນ້ຳ, ເຊີ່ງເຄື່ອງທີ່ໄດ້ຮັບໃນຄັ້ງນີ້ແມ່ນຈະໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ໂດຍສະເພາະນຳໃຊ້ເຂົ້າໃນວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ COVID-19. ໂດຍ: ຕິກ ມູນຄຳເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ