ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບເງິນຊຸກຍູ້ຕ້ານພະຍາດໂຄວິດ-19ໃຫ້ ກະຊວງປ້ອງກັນປະເທດ ລາວ
ເວລາອອກຂ່າວ: 2021-10-28 11:11:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1509 | ຄວາມນິຍົມ:



ໃນວັນທີ 27 ຕຸລາ 2021 ນີ້ຢູ່ທີ່ດ່ານສາກົນນໍ້າພ້າວ-ເກົາແຈ່ວໄດ້ມີພິທີມອບ-ຮັບເງິນຊຸກຍູ້ຕ້ານພະຍາດໂຄວິດ-19ລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກ່າວມອບໂດຍ ສະຫາຍພົນຕີ ຫງວຽນ ຢວນ ແອງ ຜູ້ບັນຊາການກອງບັນຊາການທະຫານເຂດ4ກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮັກສາການຫົວໜ້າກົມໃຫຍ່ເສນາທິການກອງທັບ ມີການນໍາ 6ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ. ໂດຍອີງຕາມການຮ່ວມມືລະຫວ່າງສອງກອງທັບລາວ-ຫວຽດນາມເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ດັ່ງນັ້ນ,ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມຈິ່ງມອບໃຫ້ກອງບັນຊາການທະຫານເຂດ4ກອງທັບປະຊາຊົນຫວຽດນາມນໍາເອົາເງິນຈໍານວນ 5 ຕື້ດົງ(ສະກຸນເງິນຫວຽດນາມ)ມາມອບໃຫ້ກະຊວງປ້ອງກັນປະເທດ 2 ຕື້ດົງ, ແຂວງຊຽງຂວາງ 500 ລ້ານດົງ, ແຂວງບໍລິຄໍາໄຊ 500 ລ້ານດົງ, ແຂວງໄຊສົມບູນ 500 ລ້ານດົງ, ແຂວງສະຫວັນນະເຂດ 500 ລ້ານດົງ, ແຂວງສາລະວັນ 500 ລ້ານດົງ ແລະ ແຂວງຄໍາມ່ວນ 500 ລ້ານດົງ ລວມທັງໝົດ 5 ຕື້ດົງ ການມອບເງິນຊຸກຍູ້ຕ້ານແລະ ສະກັດກັ້ນພະຍາດໂຄວິດ-19ໃນຄັ້ງນີ້: ເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ,ຫວງດນາມ-ລາວ ດ້ວຍຄວາມເປັນຫ່ວງເປັນໃຍເຊິ່ງ ກັນ ແລະ ກັນ ບົນພື້ນຖານເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດທີ່ມີມາແຕ່ດົນນານແລ້ວນັ້ນ ເພື່ອພ້ອມກັນເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືອັນດີງາມໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໆ ຝ່າຍລາວໄດ້ໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈໍານວນດັ່ງກ່າວນັ້ນນໍາໄປປະກອບສ່ວນເຂົ້າໃນວຽກງານປ້ອງກັນ ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປລາວ ໃຫ້ໄດ້ຮັບປະສິດທິຜົນສູງ. ໂດຍ: ບຸນເລັ່ງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ