ພະນະ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເຂົ້າຮ່ວມກອງປະຊຸມສຸດຍອດ ກັບ ຄູ່ຮ່ວມເຈລະຈາ
ເວລາອອກຂ່າວ: 2021-10-28 12:03:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3946 | ຄວາມນິຍົມ: ![]()
ໃນວັນທີ 27 ຕຸລາ 2021, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາ ຄະນະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24, ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 1, ກອງປະຊຸມສຸດຍອດອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 24 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 16 ໃນຮູບແບບທາງໄກ.
1. ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ພະນະທ່ານ ກິຊິດະ ຟູມິໂອະ, ນາຍົກລັດຖະມົນຕີ ຍີ່ປຸ່ນ . ກອງປະຊຸມ ໄດ້ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ຍີ່ປຸ່ນ ເຊິ່ງໄດ້ຮັບຜົນສຳເລັດທີ່ສຳຄັນຫຼາຍດ້ານ. ຜູ້ນຳອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນຂອງ ຍີ່ປຸ່ນ ໂດຍສະເພາະ ການຊ່ວຍເຫຼືອ ໃນດ້ານການພັດທະນາຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 ກໍ່ຄື ການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການປະກອບສ່ວນຂອງ ຍີ່ປຸ່ນ ເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຈໍານວນ 1 ລ້ານໂດລາສະຫະລັດ ແລະ 50 ລ້ານໂດລາສະຫະລັດ ໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດລະບາດ, ກໍ່ຄືການສະໜອງວັດຖຸອຸປະກອນທາງການແພດ ແລະ ສະໜອງວັກຊີນ ໃຫ້ແກ່ປະເທດສະມາຊິກອາຊຽນ ໂດຍສະເພາະ ສປປ ລາວ.
ຍີ່ປຸ່ນ ໄດ້ສືບຕໍ່ໃຫ້ຄຳໝາຍໝັ້ນທີ່ຈະໃຫ້ການຊ່ວຍເຫຼືອອາຊຽນ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ການຟື້ນຟູລະບົບເສດຖະກິດຫຼັງໂຄວິດ-19, ສືບຕໍ່ເພີ່ມທະວີການຮ່ວມມືໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ, ການຫັນເປັນດິຈິຕອນ, ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາ ກອນມະນຸດ, ນະວັດຕະກຳ ແລະ ອື່ນໆ.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ, ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ສືບຕໍ່ ໃຫ້ການ ສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໂຄງລ່າງພື້ນຖານ ແລະ ເສດຖະກິດ-ສັງຄົມ ຂອງ ປະເທດຕະຫຼອດມາ.
2. ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 1: (ໂດຍການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ພະນະທ່ານ ສະກອ໊ດ ມໍຣິສັນ ນາຍົກລັດຖະມົນຕີ ອົດສະຕຣາລີ) ຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ແບບປະຈຳປີ ເປັນຄັ້ງທຳອິດ ຫຼັງຈາກທີ່ສອງຝ່າຍໄດ້ເຫັນດີຮ່ວມກັນໃນປີ 2020 ທີ່ຜ່ານມາ. ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານ ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດອ່ານບົດຄໍາເຫັນລວມ (ASEAN Common Statement) ຂອງ ອາຊຽນ ຕໍ່ກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນ-ຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະຜ່ານມາ, ເຊິ່ງອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອາຊຽນ ໃນຂົງເຂດຕ່າງໆ ເຊັ່ນ: ດ້ານການສຶກສາ, ການເຊື່ອມໂຍງພາກພື້ນ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ການປະກາດໃຫ້ການຊ່ວຍເຫຼືອຂອງ ລັດຖະບານ ອົດສະຕຣາລີ ຈຳນວນ 1 ລ້ານໂດລາອົດສະຕຣາລີ ເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19, 1 ລ້ານໂດລາອົດສະຕຣາລີ ເຂົ້າໃນແຜນຟື້ນຟູຮອບດ້ານຂອງອາຊຽນ ແລະ 21 ລ້ານໂດລາອົດສະຕຣາລີ ເພື່ອສະໜັບສະໜູນການສ້າງຕັ້ງສູນອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ.
ກອງປະຊຸມ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືໃນບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກ ລວມທັງ ການຮັບມືກັບພະຍາດໂຄວິດ-19; ການຍົກລະດັບການເຊື່ອມໂຍງເສດຖະກິດພາກພື້ນໂດຍການຫັນເປັນດີຈິຕອນ; ການສຶກສາ, ການເຊື່ອມຈອດອາຊຽນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 (2021-2025); ການພັດທະນາແບບຍືນຍົງ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ໃນໂອກາດກອງປະຊຸມ ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ເຫັນດີໃນດ້ານຫຼັກການ ໃນການຍົກລະດັບການຮ່ວມມືຈາກການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອົດສະຕຣາລີ ຂື້ນສູ່ລະດັບການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ ອີກດ້ວຍ.
3. ກອງປະຊຸມສຸດຍອດ ອາຊຽນບວກສາມ (ຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ) ຄັ້ງທີ 24: (ໂດຍການເປັນປະທານຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ).ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນຂອງການຮ່ວມມືອາຊຽນບວກສາມໃນໄລຍະຜ່ານມາ, ໃນທ່າມກາງທີ່ພາກພື້ນອາຊຽນ ກໍ່ຄືພາກພື້ນອາຊີຕາເວັນອອກ ແລະ ໂລກກຳລັງປະເຊີນໜ້າກັບສິ່ງທ້າທາຍໃໝ່, ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ກອງປະຊຸມໄດ້ສະແດງຄວາມເພິ່ງພໍໃຈການຮ່ວມມືກັນໃນການປ້ອງກັນ, ຮັບມື ແລະ ການແກ້ໄຂຜົນກະທົບຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືຊີວິດການເປັນຢູ່ຂອງປະຊາຊົນ.
ກອງປະຊຸມ ເຫັນດີໃຫ້ເພີ່ມທະວີການຮ່ວມມືໃນຂອບອາຊຽນບວກສາມ ໂດຍຜ່ານການຈັດຕັ້ງປະຕິບັດແຜນປະຕິບັດງານ (2018-2022) ໃຫ້ມີປະສິດທິຜົນຍິ່ງຂຶ້ນ, ສືບຕໍ່ຮ່ວມມືກັນເພື່ອຟື້ນຟູເສດຖະກິດຮອບດ້ານ ໂດຍການຮັກສາຕ່ອງໂສ້ການຜະລິດ ແລະ ການຂົນສົ່ງ, ການຫັນໄປສູ່ເສດຖະກິດດິຈີຕອນ, ການເຊື່ອມຈອດ, ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ການຄໍ້າປະກັນສະບຽງອາຫານຜ່ານຄັງເຂົ້າສຸກເສີນອາຊຽນບວກສາມ, ການຮ່ວມມືດ້ານການເງິນ, ການພັດທະນາສີຂຽວ, ການຫຼຸດຜ່ອນຄວາມທຸກຍາກ ແລະ ການເລັ່ງລັດການໃຫ້ສັດຕະຍາບັນສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ. ກອງປະຊຸມໄດ້ເຫັນດີຮັບຮອງເອົາຖະແຫຼງການຜູ້ນຳອາຊຽນບວກສາມ ວ່າດ້ວຍ ການຮ່ວມມືດ້ານສຸຂະພາບຈິດຂອງເຍົາວະຊົນ ແລະ ຊາວໜຸ່ມ.
4. ກອງປະຊຸມສຸດຍອດ ອາຊີຕາເວັນອອກ (ອີເອເອັດສ) ຄັ້ງທີ 16: (ໂດຍການເປັນປະທານຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ)
ກອງປະຊຸມຄັ້ງນີ້ ບັນດາຜູ້ນຳໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆພາຍໃຕ້ 6 ຂະແໜງການບູລິມະສິດຂອງ ອີເອເອັດສ ເຊັ່ນ: ການເງິນ, ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ສາທາລະນະສຸກ ແລະ ພະຍາດຕິດແປດ, ການຄຸ້ມຄອງໄພພິບັດ ແລະ ການເຊື່ອມຈອດ. ບັນດາຜູ້ນຳ ໄດ້ໃຫ້ຄຳໝາຍໝັ້ນສືບຕໍ່ຮ່ວມມືກັນ ໃນການປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເພີ່ມທະວີຄວາມພະຍາຍາມ ໃນການຮ່ວມມື ແລະ ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ການຟື້ນຟູເສດຖະກິດ-ສັງຄົມ ຫຼັງການແຜ່ລະບາດຂອງໂຄວິດ-19 ແລະ ການພັດທະນາແບບຍືນຍົງຂອງພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ, ໂດຍສຸມໃສ່ຊຸກຍູ້ການຮ່ວມມືແບບຫຼາຍຝ່າຍ, ການຮັດແໜ້ນການເຊື່ອມໂຍງເສດຖະກິດພາກພື້ນ, ການຫັນໄປສູ່ເສດຖະກິດດິຈິຕອນ, ການເຊື່ອມຈອດ, ການຟື້ນຟູການເດີນທາງໄປມາຫາສູ່ກັນ ຂອງ ປະຊາຊົນ ແລະ ການທ່ອງທ່ຽວ, ການຄ້າ, ການລົງທຶນ ແລະ ການຄ້າເສລີຫຼາຍຝ່າຍ.ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ແລະ ເຫັນພ້ອມນຳກັນວ່າທ່າມກາງສະພາບການໃນພາກພື້ນແລະ ສາກົນທີ່ຍັງສືບຕໍ່ຜັນແປໄປຢ່າງໄວວາ ແລະ ຫຍຸ້ງຍາກສັບສົນບວກກັບສິ່ງທ້າທາຍຕ່າງໆເຊັ່ນ: ພະຍາດຕິດແປດ, ໄພພິບັດ ແລະ ອື່ນໆ, ກອງປະຊຸມສຸດຍອດອາຊີຕາເວັນອອກ ຄວນສືບຕໍ່ເປັນເວທີປຶກສາຫາລືສຳລັບຜູ້ນຳ ກ່ຽວກັບ ບັນຫາຍຸດທະສາດ, ບັນຫາການເມືອງ ແລະ ເສດຖະກິດທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດຮ່ວມກັນ ເພື່ອການຮ່ວມມືຢູ່ອາຊີຕາເວັນອອກ. ກອງປະຊຸມໄດ້ຮັບຮອງເອົາ 3 ເອກະສານສໍາລັບຜົນກອງປະຊຸມສຸດຍອດ ອີເອເອັດສ ຄື: 1). ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຮ່ວມມືດ້ານສຸຂະພາບທາງຈິດໃຈ; 2). ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການເຕີບໂຕຂອງເສດຖະກິດໂດຍຜ່ານການຟື້ນຟູດ້ານການທ່ອງທ່ຽວ; ແລະ 3). ຖະແຫຼງການຜູ້ນໍາ ອີເອເອັດສ ວ່າດ້ວຍ ການຟື້ນຟູສີຂຽວ ເພື່ອກ້າວໄປສູ່ອະນາຄົດທີ່ຍືນຍົງ ແລະ ເຂັ້ມແຂງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















