ບໍລິສັດ 206 ສ.ສ ຫວຽດນາມມອບອຸປະກອນກວດຫາເຊື້ອພະຍາດໂຄວິດ 19 ໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2021-11-03 09:07:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2286 | ຄວາມນິຍົມ: ![]()
ຕອນບ່າຍວັນທີ 2 ພະຈິກ 2021 ນີ້ ສະຫາຍ ເວືອງວັນທູ ຫົວໜ້າໂຮງໝໍມິດຕະພາບ 206 ພ້ອມດ້ວຍຄະນະ ຕາງໜ້າ ສະຫາຍ ໂງແມັ້ງຮຸ່ງ ອຳນວຍການບໍລິສັດ 206 ສ.ສ ຫວຽດນາມ ໄດ້ນຳເອົາອຸປະກອນ ກວດຫາເຊື້ອພະຍາດໂຄວິດ 19 ຈຳນວນ 200 ອັນ ມູນຄ່າ : 27.000.000 ດົ້ງ ມາມອບໃຫ້ອຳນວຍການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ເຊີ່ງຮັບໂດຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ ພອ້ມດ້ວຍຄະນະ.
ພ້ອມກັນນີ້ ສະຫາຍ ອຳນວຍການ ບໍລິສັດ 206 ສ.ສ ຫວຽດນາມ ,ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ສະແດງຄວາມເປັນຫ່ວງເປັນໃຍມາຍັງ ຄະນະພັກ-ຄະນະບັນຊາ, ພະນັກງານ - ນັກຮົບ ພ້ອມທັງນັກຮຽນທົ່ວໂຮງຮຽນ ໃນສະພາບການເຝົ້າລະວັງ, ຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ 19 ນີ້ ແລະ ພ້ອມກັນສືບຕໍ່ຮັດແໜ້ນ ຄວາມສາມັກຄີ ຮັກແພງ ລະຫວ່າງສອງຊາດ ສອງກອງທັບ ເວົ້າລວມເວົ້າສະເພາະ ກໍ່ຄືໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ກັບ ບໍລິສັດ 206 ສ.ສຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນເລື້ອຍໆຂື້ນໄປ.
ຈາກນັ້ນສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ກ່າວຄວາມ ຂອບໃຈ ອັນສຸດຊື້ງມາຍັງສະຫາຍ ເວືອງວັນທູ ພ້ອມດ້ວຍຄະນະ ແລະ ອວຍພອນໃຫ້ພະນັກງານ-ນັກຮົບຢູ່ບໍລິສັດ 206 ສ.ສ ຫວຽດນາມ ຈົ່ງມີສຸຂະພາບແຂັ້ມແຂງ, ມີຄວາມກ້າວໜ້າໃນໜ້າທີ່ວຽກງານ ສືບຕໍ່ສາຍພົວພັນສາມັກຄີຮັກແພງແບບພິເສດ ໃຫ້ໝັ້ນຄົງທະນົງແກ່ນ ຕະຫຼອດໄປ.
ໂດຍ : ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















