ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງພັນໃຫຍ່ 11 ເອກະພາບແຜນການກະກຽມການເຄື່ອນໄຫວຫັດແອບຊ້ອມຮົບກຳປັ້ນເຫຼັກ 02
ເວລາອອກຂ່າວ: 2021-11-04 11:19:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3179 | ຄວາມນິຍົມ:



ວັນທີ 3 ພະຈິກ 2021 ນີ້, ກອງພັນໃຫຍ່ 11 ໄດ້ເອກະພາບແຜນການກະກຽມການເຄື່ອນ ໄຫວຫັດແອບຊ້ອມຮົບກຳປັ້ນເຫຼັກ 02 ຂອງແຕ່ລະກົມກອງວິຊາສະເພາະທີ່ຂຶ້ນກັບ ໂດຍການເຂົ້າຮ່ວມຮ່ວມຂອງ ສະຫາຍ ພັນເອກ ກົງທອງ ສຸຂະວົງ ຫົວໜ້າການທະຫານ ແລະ ສະຫາຍ ພັນເອກ ພອນມີໄຊ ສີວົງຊຳ ຫົວໜ້າການເມືອງ ກອງພັນໃຫຍ່ 11, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ, ພະແນກການ, ກອງພັນນ້ອຍ, ກອງຮ້ອຍເອກະລາດທີ່ຂຶ້ນກັບເຂົ້າຮ່ວມ. ໃນພິທີ ຄະນະພັກ-ຄະນະບັນຊາ ແຕ່ລະກອງພັນ ໄດ້ຜັດປ່ຽນກັນຂຶ້ນລາຍງານກ່ຽວກັບການກະ ກຽມແຜນການ ເຄື່ອນໄຫວສູ້ຮົບຕ່າງໆຂອງຕົນ. ພາຍຫຼັງທີ່ໄດ້ຮັບຄຳສັ່ງສູ້ຣົບ ຈາກຂັ້ນເທິງແຕ່ລະກອງພັນກໍໄດ້ ຈັດຕັ້ງຊາບຊຶມ, ຄິດໄລ່ເວລາ, ກຳນົດວຽກທີ່ຕ້ອງເຮັດ; ຕີລາຄາສະພາບ, ຄາດກະແຜນການສູ້ຮົບ, ສ້າງມະຕິນຳພາ, ແຜນການຮັບປະກັນສູ້ຮົບ, ແຜນການສືບສະະໜາມ ແລະ ຈັດຕັ້ງເຜີຍແຜ່, ຈັດຕັ້ງສືບສະໝາມ ແລະ ດັດແປງແຜນການ ຜ່ານແຜນການຕໍ່ຂັ້ນເທິງ ແລະ ຫັດແອບແກ້ໄຂກໍລະນີເທິງແຜນທີ່; ມອບໝາຍໜ້າທີ່ ແລະ ຈັດຕັ້ງປະສານໃຫ້ກົມກອງຂັ້ນລຸ່ມ ເພື່ອຄວາມກຽມພ້ອມໃນການປະຕິບັດສູ້ຮົບຢູ່ພູມີປະເທດຕົວຈິງໃຫ້ສຳເລັດຕາມແຜນການທີ່ວາງໄວ້. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ