ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 14 ພະຈິກ 2025

  

ພົ່ນຢາຂ້າເຊຶ້ອປ້ອງກັນພະຍາດໂຄວິດ-19 ໃຫ້ບັນດາກົມກອງແລະ ຖ້ຽວບິນໂດຍສານຕ່າງປະເທດ
ເວລາອອກຂ່າວ: 2021-11-12 11:25:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1418 | ຄວາມນິຍົມ:



ໃນລະຫວ່າງວັນທີ 5 - 11 ພະຈິກ  2021 ຜ່ານມານີ້ ທີມງານນັກວິຊາການສະຖາບັນອະນາໄມກັນພະຍາດກອງທັບໄດ້ສືບຕໍ່ເຄຶ່ອນໄຫວພົ່ນຢາຂ້າເຊຶ້ອພະຍາດອັກເສບປອດຈາກເຊຶ້ອຈຸລະໂຣກສາຍພັນໃໝ່ Covid -19 ໃຫ້ບັນດາກົມກອງທະຫານ ແລະ ຖ້ຽວບິນໂດຍສານຕ່າງປະເທດທີ່ຢູ່ໃນເປົ້າໝາຍຄວາມສ່ຽງສູງ.        ກົມກອງ ແລະ ສະຖານທີ່ທີ່ທາງທີມງານນັກວິຊາການໄດ້ລົງເຄຶ່ອນໄຫວພົ່ນຢາຂ້າເຊຶ້ອພະຍາດອັກເສບປອດສາຍພັນໃໝ່ໂຄວິດ -19 ມີ: ກອງຜະລິດເລກ 2 ກອງທັບ, ກອງພັນ 988, ກອງພັນໃຫຍ່ 661, ກົມໃຫຍ່ການເມຶອງກອງທັບ, ກົມເສນາຮັກກອງທັບ, ໂຮງຮຽນທິດສະດີການເມຶອງກອງທັບ, ກອງບັນນາທິການວິທະຍຸ, ໂທລະພາບກອງທັບ, ກອງບັນນາທິການໜັງສືພິມກອງທັບ ແລະ ຖ້ຽວບິນໂດຍສານຕ່າງປະເທດທີ່ມາລົງຈອດສະໜາມບິນກອງບັນຊາການທະຫານອາກາດທີ່ຢູ່ໃນເປົ້າໝາຍຄວາມສ່ຽງສູງ, ການລົງເຄຶ່ອນໄຫວແຕ່ລະບ່ອນທາງທີມງານໄດ້ພົ່ນຕາມບໍລິເວນຄວາມສ່ຽງໃນອາຄານຫ້ອງການ, ສະໂມສອນ, ຫ້ອງປະຊຸມ, ຫ້ອງຮອງຮັບ, ສະຖານທີ່ພັກຜ່ອນ, ຫ້ອງນອນ, ຫ້ອງຄົວກິນ, ຫ້ອງນໍ້າ, ຫ້ອງເກັບມ້ຽນເຄຶ່ອງຂອງ, ຕາມຮາວຂັ້ນໄດ, ລຸກບິດປະຕູ, ແລະ ສໍາລັບຖ້ຽວບິນໂດຍສານຕ່າງປະເທດແມ່ນພົ່ນຢາຂ້າເຊຶ້ອເກີບຂອງຜູ້ໂດຍສານ, ພົ່ນເຄຶ່ອງຂອງສໍາພາລະຕ່າງໆ, ພົ່ນຕາມບໍລິເວນຫ້ອງນັກບິນ, ຫ້ອງຜູ້ໂດຍສານ, ຕີນເຄຶ່ອງບິນ ແລະ ລົດບັດທີ່ມາຮັບຜູ້ໂດຍສານແລະ ແນະນໍາການກັກກັນຕົນເອງ, ຮັກສາໄລຍະຫ່າງທາງສັງຄົມຕາມລະບຽບການຂອງຄະນະສະເພາະກິດປ້ອງກັນໂຄວິດ -19 ວາງອອກຢ່າງເຂັ້ມງວດ, ການພົ່ນຢາລວມມີເນຶ້ອທີ່ທັງໝົດ 28.700 ຕາແມັດ, ໃຊ້ນໍ້າຢາປະສົມຄຼໍລີນຈໍານວນ 420 ລິດ ແລະ ແອລກໍຮໍຈໍານວນ 30 ລິດ, ນອກນັ້ນແຕ່ລະທີມງານຍັງໄດ້ໃຫ້ຄວາມຮູ້ພື້ນຖານກ່ຽວກັບການປ້ອງກັນຄວບຄຸມພະຍາດ ໂຄວິດ- 19 ອີກດ້ວຍ,  ການຈັດຕັ້ງລົງເຄຶ່ອນໄຫວພົ່ນຢາດັ່ງກ່າວກໍ່ເພຶ່ອປະຕິບັດຕາມຄໍາສັ່ງຊີ້ນໍາຂອງຄະນະສະເພາະກິດປ້ອງກັນຄວບຄຸມພະຍາດອັກເສບປອດສາຍພັນໃໝ່ ໂຄວິ- 19 ຂອງກະຊວງປ້ອງກັນປະເທດ, ກໍ່ຄືປະຕິບັດຕາມການຊີ້ນໍາຂອງຄະນະພັກ - ຄະນະບັນຊາສະຖາບັນອະນາໄມກັນພະຍາດກອງທັບກ່ຽວການປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຮອບໃໝ່ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19, ເພຶ່ອເປັນການຄວບຄຸມ, ຕອບຕ້ານຢ່າງເອົາຈິງເອົາຈັງກັບພະຍາດໂຄວິດ -19 ທີ່ກໍາລັງລະບາດໜັກຢູ່ໃນ ສປປ ລາວເຮົາ, ເພຶ່ອກໍາຈັດຢຸດຢັ້ງບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດໄປໃນວົງກວ້າງ ແລະ ນັບມື້ຄົງທີ່, ຫຼຸດໜ້ອຍຖອຍລົງ, ທັງນີ້ກໍ່ເພຶ່ອປ້ອງກັນ, ສົ່ງເສີມສຸຂະພາບໃຫ້ບັນດານາຍ ແລະ ພົນທະຫານໃນຖັນແຖວກອງທັບເຮົາມີສຸຂະພາບແຂງແຮງ, ປອດຈາກເຊື້ອພະຍາດ ໂຄວິດ- 19, ພ້ອມກັນເຮັດສໍາເລັດພາລະກິດທີ່ພັກ - ລັດ, ປະເທດຊາດ ແລະ ປະຊາຊົນໄດ້ມອບໃຫ້.                       ຂ່າວ - ພາບ: ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ