
ມອບ - ຮັບ ໜ້າທີ່ຫົວໜ້າພະແນກການເງິນ ທະຫານແຂວງ ຫຼວງພະບາງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2021-11-12 11:32:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1556 | ຄວາມນິຍົມ:
ພິທີມອບ - ຮັບໜ້າທີ່ຫົວໜ້າລະຫວ່າງຫົວໜ້າພະແນກການເງິນຜູ້ເກົ່າ ແລະ ຜູ້ໃໝ່ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດຂື້ນໃນວັນທີ 11 ພະຈິກ 2021 ນີ້ທີ່ຫ້ອງປະຊຸມຂອງກອງບັນຊາການ. ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ວິລ່ຽມ ວົງທິສານ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນໂທ ແຕງເງິນ ວົງພະຈັນ ຮອງຫົວໜ້າຫ້ອງການກອງບັນຊາການ, ມີພະແນກການກ່ຽວຂ້ອງຕະຫຼອດຮອດພະນັກງານພາຍໃນພະແນກການເງິນຂອງກອງບັນຊາການທະຫານແຂວງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຈັນ ໄຊວົງສານ ຫົວໜ້າພະແນກການເງິນຜູ້ເກົ່າທີ່ໄດ້ຮັບນະໂຍບາຍພັກການບໍານານໄດ້ຜ່ານບົດສະຫຼຸບລາຍງານແຜນງົບປະມານຕ່າງໆ ລາຍຮັບ - ລາຍຈ່າຍຂອງກອງບັນຊາການ ແລະ ທິດທາງແຜນການໃນຕໍ່ໜ້າທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້ໂດຍຫໍ້ຍ. ຈາກນັ້ນກໍ່ໄດ້ເຊັນບົດທຶກທຶກມອບ - ຮັບໜ້າທີ່ຫົວໜ້າພະແນກການເງິນລະຫ່ວາງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີສະຫາຍ ພັນເອກ ວິລ່ຽມ ວົງທິສານ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫຼວງພະບາງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໃນໂອກາດດັ່ງກ່າວ, ສະຫາຍ ພັນເອກ ວິລ່ຽມ ວົງທິສານ ໄດ້ໂອ້ລົມ ແລະ ຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຖືກແຕ່ງຕັ້ງໜ້າທີ່ໃໝ່ຕ້ອງໄດ້ຍົກສູງການນໍາພາ-ຊີ້ນຳ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານປັບປຸງການຈັດຕັ້ງແມ່ນຄວາມຈໍາເປັນພາວະວິໄສແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງກໍາລັງປະກອບອາວຸດ ແລະ ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ສະນັ້ນຜູ້ທີ່ໄດ້ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ຕ້ອງໄດ້ອອກແຮງເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນການນໍາພາຕ້ານແນວຄິດ ຕົວ ແລະ ພະຍາດອາດຍາສິດຕ່າງໆ ກໍາແໜ້ນແນວທາງແຜນນະໂຍບາຍຂອງພັກ - ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ສືບຕໍ່ປັບປຸງຊັບຊ້ອນການຈັດຕັ້ງຢູ່ພາຍໃນພະແນກຂອງຕົນໃຫ້ຖືກຕ້ອງເໝາະສົມຕາມຄວາມຮູ້,ຄວາມສາມາດຂອງແຕ່ລະຄົນ, ສືບຕໍ່ເຊີດຊູມູນເຊື້ອຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນບົນພື້ນຕ້ອງນອນຢູ່ໃນແຜນການ, ມະຕິຂອງພັກ, ເອົາໃຈໃສ່ນໍາພາວິຊາສະເພາະການເງິນກົມກອງໃຫ້ເຂັ້ມງວດຮັບປະກັນບໍ່ໃຫ້ວັດຖຸເງິນ - ຄໍາມີການຕົກເຮ່ຍເສຍຫາຍໂດຍບໍ່ມີເຫດຜົນໃຊ້ຈ່າຍໄປໃນທາງທີ່ບໍ່ຖືກຕ້ອງເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ກັບຜູ້ບັນຊາ ແລະ ກົມກອງພ້ອມນີ້ກໍ່ຮັບປະກັນໃຫ້ໄດ້ລະບົບເງິນເດືອນອັດຕາຂອງພະນັກງານ - ນັກຮົບໃນທົ່ວກອງບັນຊາການທະຫານແຂວງຫຼວງພະບາງ ໃຫ້ເປັນປົກກະຕິ, ເອົາໃຈໃສ່ຄຸ້ມຄອງຊັບສິນອັນລວມຂອງລັດ, ຂອງກົມກອງບໍ່ໃຫ້ຮົ່ວໄຫຼ ແລະ ມີການຕິດຕາມກວດກາເປັນປະຈໍາເພື່ອຮັບປະກັນບໍ່ໃຫ້ມີການຕົກເຮ່ຍເສຍຫາຍ.
ໂດຍ: ໄຊຍະສອນ ລັດຕະນະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ